ເຕົ່າຮ້ອງໃບແຫຼມ / Arrowhead

ເຕົ່າຮ້ອງໃບແຫຼມ / Arrowhead

Use
Food
Medicine
Ornamental
Scientific Name / Family
Sagittaria sagittifolia L. / ALISMATACEAE
Synonyms
Alisma sagittaria Stokes
Sagitta aquatica (Lam.) St.-Lag.
Sagitta major Scop.
Sagitta palustris Bubani
Sagittaria acuminata Sm.
Sagittaria aquatica Lam.
Sagittaria bulbosa (Poir.) Donn
Sagittaria gigantea H.Vilm.
Sagittaria heterophylla Schreb.
Sagittaria lancifolia H.Vilm.
Sagittaria minor Mill.
Sagittaria monoeca Gilib.
Sagittaria sagittifolia var. aequiloba Schur
Sagittaria sagittifolia var. angustata Tinant
Sagittaria sagittifolia var. bollei Asch. & Graebn.
Sagittaria sagittifolia var. divaricata Schur
Sagittaria sagittifolia var. heterophylla (Schreb.) Schur
Sagittaria sagittifolia var. stratiotes Bolle
Sagittaria sagittifolia var. vallisneriifolia Coss. & Germ.
Sagittaria tenuior Gand.
Sagittaria vulgaris Gueldenst.
Vallisneria bulbosa Poir.
Other Names
ໄທ: ຜັກຄາງໄກ່, ຂາຂຽດ, ຫູກວາງ, ນາງກວັກ ແລະ ຜັກຕີນກາ.
ອັງກິດ: arrowhead, Arrow Head, Hawaii arrowhead, cola de golondrina, flecha de agua comun ແລະ saeta de agua comun.
ຝຣັ່ງ: fleche d'eau ແລະ sagittaire à feuilles en flèche.
Conservation Status
Least Concern
Botanical Description

ເປັນເຫງົ້າຂະໜາດນ້ອຍ, ຢູ່ໃຕ້ດິນ, ລຳຕົ້ນຢູ່ໜ້າດິນຕົ້ນ, ສູງປະມານ 80 ຊມ. ຮາກອອກເປັນກະຈຸກ, ຢູ່ລຳເຫງົ້າ. ໃບດ່ຽວ, ມີ 5-7 ໃບ, ອອກວຽນສະຫຼັບ, ຮູບລູກສອນ ຫຼື ຮູບສາມຫຼ່ຽມ, ໃບແຕກຈາກເຫງົ້າ, ອອກເໜືອດິນ ຫຼື ໃຕ້ນ້ຳ. ກ້ານໃບຍາວອວບຮຽວ, ຍາວ 30-60 ຊມ, ໂຄນກ້ານອວບໜາ, ເປັນຮ່ອງແຜ່ກວ້າງ. ຊໍ່ດອກແບບກະຈະ, ອອກຈາກເຫງົ້າ, ຍາວ 50-70 ຊມ. ດອກຍ່ອຍອອກເປັນຄູ່, ກົງກັນຂ້າມກັນ, ດອກແຍກເພດໃນຊໍ່ດອກດຽວກັນ. ກາບດອກມີ 3 ກາບ, ສີຂຽວ. ກີບດອກມີ 3 ກີບ, ເນື້ອບາງ, ສີຂາວ, ຫຼົ່ນງ່າຍ. ດອກເພດຜູ້ມີເກສອນເພດຜູ້ມີ 8 ອັນ, ຍາວ 2 ອັນ, ສັ້ນ 6 ອັນ. ດອກເພດແມ່ມີເຕົ້າໄຂ່ຂະໜາດນ້ອຍຢູ່ຮ່ວມກັນເປັນກຸ່ມ. ໝາກກຸ່ມ, ຮູບກົມ, ຂະໜາດ 1.5-2.0 ຊມ, ຢູ່ຕິດກັນຄ້າຍໝາກດຽວກັນ ແລະ ມີກາບດອກເຊື່ອມຕິດກັນເປັນໝາກ. 

Description of Use

ອາຫານ:
    ຫົວໃຕ້ດິນ: ນຳມາປຸງໃຫ້ສຸກແລ້ວກິນເປັນອາຫານໄດ້, ບໍ່ຄວນກິນດິບ, ເຮັດໃຫ້ແຫ້ງ ແລະ ບົດເປັນຜົງໃຊ້ເຮັດເຂົ້າຕົ້ມ ຫຼື ເຂົ້ານົມປັງ.
ສັບພະຄຸນ:
    ລຳເຫງົ້າ: ນຳມາປຸງເປັນຢາຂັບປັດສະວະ ແລະ ເຮັດໃຫ້ເກິດລູກກ່ອນກຳນົດ.
    ໃບ: ຊ່ວຍຮັກສາພະຍາດທາງຜິວໜັງຕ່າງ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບຕາມສວນນ້ຳ ແລະ ອ່າງລ້ຽງປາ
ຄຸນຄ່າທາງດ້ານໂພຊະນາການຕໍ່ 100 ກຼາມ: ພະລັງງານ 360 ກິໂລແຄລໍຣິ, ໂປຣຕີນ 17 ກຼາມ, ໄຂມັນ 1 ກຼາມ, ຄາໂບໄຮເດຣດ 76.2 ກຼາມ, ເສັ້ນໄຍ 3.1 ກຼາມ, ແຄລຊຽມ 44 ມິນລີກຼາມ, ຟອສຟໍຣັສ 561 ມິນລີກຼາມ, ທາດເຫຼັກ 8.8 ມິນລີກຼາມ, ໂພແທັກຊຽມ 2,480 ມິນລີກຼາມ, ໄທອາມີນ 0.54 ມິນລີກຼາມ, ຣິໂບຟລາວິນ 0.14 ມິນລີກຼາມ, ໄນອະຊິນ 4.76 ມິນລີກຼາມ ແລະ ແອັດຄຣໍບຣິກ ອາຊິດ 17 ມິນລີກຼາມ.

Contribute