ໝາກໝໍ້ / Mark Mor
APA 6th ed. ໝາກໝໍ້ / Mark Mor. (2021, July 16). Retrieved from https://www.phakhaolao.la/kb/0001259
MLA 8th ed. ໝາກໝໍ້ / Mark Mor. Pha Khao Lao, 16 July 2021, https://www.phakhaolao.la/kb/0001259.
Chicago 17th ed. Pha Khao Lao. 2021. "ໝາກໝໍ້ / Mark Mor." Published July 16, 2021. https://www.phakhaolao.la/kb/0001259.
Rothmannia wittii (Craib) Bremek.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 6-8 ມ, ແຕກກິ່ງກ້ານ 3-4 ກິ່ງຈາກຈຸດດ່ຽວກັນ, ກິ່ງອ່ອນມີຂົນປົກຄຸມຢ່າງໜາແໜ້ນ, ກິ່ງແກ່ລຽບ, ເປືອກແຕກເປັນຮ່ອງຕື້ນຕາມລວງຍາວ, ສີນ້ຳຕານອົມດຳ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກວ້າງ 3-6 ຊມ, ຍາວ 6-10 ຊມ, ໂຄນໃບແຫຼມ, ຂອບລຽບ ຫຼື ເປັນຄື້ນ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງນຸ້ມ, ໃບອ່ອນມີຂົນປົກຄຸມທັງສອງດ້ານ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບໃກ້ປາຍກິ່ງ. ດອກຍ່ອຍມີ 5-12 ດອກ, ດອກບານເຕັມທີມີເສັ້ນຜ່າສູງກາງ 3-5 ຊມ, ສີຂາວນວນ, ມີກິ່ນຫອມ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກເປັນ 5 ແສກ, ຮູບໄຂ່່່ກ້ວາງ, ດ້ານໃນມີຈຸດສີມ່ວງແດງ. ໝາກຮູບກົມ, ຂະໜາດ 3-4 ຊມ, ໝາກອ່ອນມີສີຂຽວ, ໝາກແກ່ສີດຳ. ແກ່ນມີຈຳນວນຫຼາຍ, ຮູບກົມ ຫຼື ຮູບຮີ, ຍາວ 4-6 ມມ, ສີນ້ຳຕານອ່ອນ.
ອາຫານ:
ໝາກສຸກ: ມີລົດຊາດຫວານຮັບປະທານເປັນໝາກໄມ້ໄດ້.
ສັບພະຄຸນ:
ຮາກ ແລະ ແກນໄມ້: ຕົ້ມດື່ມແກ້ໄຂ້.
ລຳຕົ້ນ: ຕົ້ມປະສົມກັບສະໝູນໄພອື່ນແກ້ກາມະໂຣກ.
ແກນໄມ້: ຕົ້ມດື່ມແກ້ທ້ອງພູກ, ກິນຕອນຢູ່ໄຟຊ່ວຍແກ້ເສັ້ນເອັນ, ໃຊ່ປຸງເປັນຢາແກ້ໄຂ້, ຖ່າຍເສັ້ນເອັນ, ແກ້ອຳມະພາດ, ເໜັບຊາ, ຂັບຖ່າຍສານພິດໃນຕັບ, ຊ່ວຍຂັບປັດສະວະ ແລະ ແກ້ພະຍາດທາດເດີນປັດສະວະ.
ໝາກ: ກິນເປັນຢາແກ້ເຈັບຄໍ ແລະ ໃຊ້ດອງເຫຼົ້າເປັນຢາບຳລຸງກຳລັງ.
ພືດປະດັບ: ປັດຈຸບັນໄດ້ຖືກນຳມາປູກເປັນພືດປະດັບເນື່ອງຈາກສາມາດເປັນໄມ້ຟຸ່ມງາມ, ມີດອກທີ່ສວຍງາມ ແລະ ມີກິ່ນຫອມ.