ປະເທດສະວິດສະແລນ ມອບການຊ່ວຍເຫຼືອທາງດ້ານສະບຽງອາຫານທີ່ຈໍາເປັນ ໃຫ້ແກ່ແຮງງານທີ່ກັບຈາກປະເທດເພື່ອນບ້ານ ທີ່ ສູນຈໍາກັດບໍລິເວນ

ປະເທດສະວິດສະແລນ ມອບການຊ່ວຍເຫຼືອທາງດ້ານສະບຽງອາຫານທີ່ຈໍາເປັນ ໃຫ້ແກ່ແຮງງານທີ່ກັບຈາກປະເທດເພື່ອນບ້ານ ທີ່ ສູນຈໍາກັດບໍລິເວນ

Swiss Cooperation Mekong
phakhaolao.la

ນະຄອນຫຼວງວຽງຈັນ - ກະຊວງສາທາລະນະສຸກ, ອົງການ ເພື່ອການພັດທະນາ ແລະ ຮ່ວມມື ສະວິດສະແລນ (SDC) ແລະ ອົງການອາຫານໂລກ (WFP) ໃນວັນຈັນ 12 ກໍລະກົດ 2021 ໄດ້ຕົກລົງເຫັນດີຮ່ວມມືກັນ ໃນການມອບຄວາມຊ່ວຍເຫຼືອທາງດ້ານສະບຽງອາຫານ ໃຫ້ແກ່ ແຮງງານທີ່ກັບຈາກປະເທດເພື່ອນບ້ານ ໃນໄລຍະເວລາທີ່ຢູ່ໃນສູນຈໍາກັດບໍລິເວນ.

ອີງຕາມຂໍ້ຕົກລົງທີ່ໄດ້ລົງນາມຮ່ວມກັນ ທີ່ ກະຊວງສາທາລະນະສຸກ ໃນມື້ນີ້ ;ວັນທີ 7 ກໍລະກົດ 2021, ອົງການ ເພື່ອການພັດທະນາ ແລະ ຮ່ວມມື ສະວິດ-ສະແລນ ແມ່ນຈະໄດ້ມອບການຊ່ວຍເຫຼືອທາງດ້ານສະບຽງອາຫານຄິດເປັນຈໍານວນມູນຄ່າເກືອບ 790,000 ໂດລາສະຫະລັດອາ-ເມລິກາ ໃຫ້ແກ່ບັນດາສູນຈໍາກັດບໍລິເວນ ໃນ 6 ແຂວງ ໃນທົ່ວປະເທດລາວ. ການມອບການຊ່ວຍເຫຼືອໃນຄັ້ງນີ້ ຈະຊ່ວຍໃຫ້ ອົງການອາຫານໂລກ ແລະ ຄູ່ຮ່ວມຈັດຕັ້ງປະຕິບັດ ເພື່ອສືບຕໍ່ສະໜອງອາຫານທີ່ມີໂພຊະນາການ 3 ຄາບ ໃນແຕ່ລະມື້ ໃຫ້ແກ່ ແຮງງານປະມານ 8,000 ຄົນ ທີ່ເດີນທາງມາຈາກປະເທດເພື່ອນບ້ານ ກັບຄືນສູ່ບ້ານເຮືອນຂອງເຂົາເຈົ້າ ທີ່ປະເທດລາວ. ການຊ່ວຍເຫຼືອໃນຄັ້ງນີ້ ຈະສາມາດສະໜອງອາຫານຫຼາຍກວ່າ 335,000 ຄາບອາຫານ ໃນໄລຍະເວລາປະມານ 2.5 ເດືອນ.

ການສະໜອງຄາບອາຫານໃນແຕ່ລະມື້ ໃຫ້ກັບແຮງງານທີ່ກັບມາຈາກປະເທດເພື່ອນບ້ານ ຢູ່ໃນສູນຈໍາກັດບໍລິເວນເລົ່ານີ້ ແມ່ນເຮັດ ໃຫ້ ພວກເຂົາສາມາດຢູ່ໃນສູນຈໍາກັດບໍລິເວນ ຄົບຕາມໄລຍະເວລາຕາມກໍານົດ 14 ວັນ. ການຊ່ວຍເຫຼືອດັ່ງກ່າວ ແມ່ນຍັງຊ່ວຍຮັກ-ສາສຸຂະພາບ ແລະ ການເປັນຢູ່ທີ່ດີ, ແລະ ພ້ອມກັນນັ້ນ ກໍ່ເປັນການຫຼຸດພາລະທາງດ້ານການເງິນຂອງພວກເຂົາ ແລະ ຄອບຄົວ ຂອງພວກເຂົາ.

“ຄື້ນການລະບາດ ຂອງພະຍາດໂຄວິດ-19 ຢູ່ໃນປະເທດລາວ ໃນປະຈຸບັນ ອາດຈະເກີດຍ້ອນການຕິດເຊື້ອເພີ້ມຂື້ນຢູ່ ໃນປະເທດ ເພື່ອນບ້ານ. ບັນດາສູນຈໍາກັດບໍລິເວນແມ່ນມີບົດບາດໜ້າທີ່ ທີ່ສໍາຄັນເປັນຢ່າງຍິ່ງ ໃນການປ້ອງກັນ ແລະ ຄວບຄຸມ ການແຜ່ກະຈາຍຂອງເຊື້ອພະຍາດຜ່ານທາງຊາຍແດນຂອງປະເທດ. ພວກເຮົາດີໃຈທີ່ປະຊາຊົນລາວທຸກຄົນສາມາດກັບຄືນບ້ານເຮືອນຕົນເອງໄດ້ ໃນຂະນະທີ່ປະຊາຊົນຢູ່ໃນປະເທດ ແມ່ນສາມາດດໍາລົງຊີວິດຢ່າງປອດໄພຈາກການແຜ່ລະບາດຂອງພະຍາດ. ການຊ່ວຍເຫຼືອໃນຄັ້ງນີ້ ແມ່ນໄດ້ຊ່ວຍຄວບຄຸມການແຜ່ກະຈາຍການລະບາດຂອງພະຍາດ,” ກ່າວໂດຍ ທ່ານ ປອ ດຣ. ບຸນແຟງ ພູມມະໄລສິດ, ລັດຖະມົນຕີ ກະຊວງ ສາທາລະນະສຸກ ແຫ່ງ ສປປ ລາວ

 

ຂ່າວ Swiss Cooperation Mekong

Contribute