ສີດາໂຄກ

ສີດາໂຄກ

Use
Medicine
Ornamental
Scientific Name / Family
Gardenia obtusifolia Roxb. ex Hook.f. / Rubiaceae
Synonyms
Gardenia suavis Wall.
Other Names
ໄທ: ກຣະບອກ, ກຣະມອບ, ໄຂ່ເນົ່າ, ຄົມຂວານ, ພະຍາຜ່າດ້ານ, ພຸດນາ, ຄຳໝອກນ້ອຍ ແລະ ສີດາໂຄກ.
Conservation Status
Least Concern
Botanical Description

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 2-8 ມ, ລຳຕົ້ນ ແລະ ກິ່ງກ້ານຄົດງໍ, ປາຍຍອດເປັນຟຸ່ມກົມ, ຜິວລຽບມັນ, ມີສັນສີຂຽວອົມເຫຼືອງ, ເປືອກແຕກເປັນຮ່ອງຕາມລວງຍາວ, ສີເທົາປົນສີດຳ, ເນື້ອໄມ້ສີຂາວ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກຕາມປາຍກິ່ງ, ຮູບໄຂ່ປີ້ນ, ກວ້າງ 3-4 ຊມ, ຍາວ 6-13 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍມົນກ້ວາງ, ແຜ່ນໃນໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ. ກ້ານໃບສັ້ນຫຼາຍ, ມີຫູໃບຕິດກັນເປັນຫຼອດສັ້ນ. ດອກດ່ຽວ, ອອກບໍລິເວນປາຍກິ່ງ, ດອກບານເຕັມທີມີຂະໜາດ 3-5 ຊມ, ມີສີຂາວ ແລ້ວເມື່ອແກ່ຈະປ່ຽນເປັນສີເຫຼືອງອ່ອນ, ມີກິ່ນຫອມ. ກີບດອກເຊື່ອມຕິດກັນເປັນຫຼອດ, ຮູບໂຖ, ປາຍແຍກອອກເປັນ 5 ແສກ, ບິດວຽນ, ຮູບຂອບຂະໜານ, ຍາວ 2-3 ຊມ, ປາຍມົນ. ໝາກມີເນື້ອ, ຮູບກົມ, ເສັ້ນຜ່າສູນກາງ 2-3.5 ຊມ, ເປືອກໜາ, ສີຂຽວປົນສີນ້ຳຕານ, ປາຍມີກາບດອກຕິດທົນ. ແກ່ນຮູບກົມຮີ, ແປ, ຍາວ 3-5 ມມ. 

Description of Use

ສັບພະຄຸນ:
    ໝາກດິບ: ຊ່ວຍບຳລຸງກຳລັງ.
    ລຳຕົ້ນ: ນຳມາຢ້າງໄຟແລ້ວຕົ້ມດື່ມຊ່ວຍຈະເລີນອາຫານ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບ.

Contribute