ຕົນງິ້ວແດງ / Red Kapok
APA 6th ed. ຕົນງິ້ວແດງ / Red Kapok. (2021, July 16). Retrieved from https://www.phakhaolao.la/kb/0001256
MLA 8th ed. ຕົນງິ້ວແດງ / Red Kapok. Pha Khao Lao, 16 July 2021, https://www.phakhaolao.la/kb/0001256.
Chicago 17th ed. Pha Khao Lao. 2021. "ຕົນງິ້ວແດງ / Red Kapok." Published July 16, 2021. https://www.phakhaolao.la/kb/0001256.
Bombax ceiba Burm.f.
Bombax ceiba var. leiocarpum Robyns
Bombax heptaphyllum Cav.
Bombax malabaricum DC.
Bombax thorelii Gagnep.
Bombax tussacii Urb.
Gossampinus malabarica Merr.
Gossampinus rubra Buch.-Ham.
Gossampinus thorelii Bakh.
Melaleuca grandiflora Blanco
Salmalia malabarica (DC.) Schott & Endl
ອັງກິດ: Kapok tree, Cotton tree, Red cotton tree, Shaving brush, Silk cotton tree, Silk Cotton, Malabar Semul, Red silk cotton tree ແລະ Indian bombax.
ຈີນ: 木棉.
ຈັດເປັນໄມ້ຢືນຕົ້ນຂະໜາດໃຫຍ່. ລຳຕົ້ນຕັ້ງຊື່, ສູງ 20-30 ມ, ກິ່ງກ້ານແຕກກິ່ງຕັ້ງສາກກັບລຳຕົ້ນ, ລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມກະຈາຍຢູ່ທົ່ວ. ໃບປະສົມແບບຝາມື, ອອກວຽນສະຫຼັບ. ໃບຍ່ອຍມີ 5-7 ໃບ, ອອກແບບກະຈຸກ, ຮູບໄຂ່ ຫຼື ຮູບຮີ, ກວ້າງ 4-6 ຊມ, ຍາວ 15-30 ຊມ, ໂຄນໃບຮຽວແຫຼມ ຫຼື ບ້ຽວ, ຂອບຂອບລຽບ, ປາຍຍາວເປັນຫາງ, ໃບແກ່ກ່ອນຫຼົ່ນເປັນສີເຫຼືອງ. ຊໍ່ດອກແບບກະຈຸກ ຫຼື ດອກດຽວ, ອອກຕາມກິ່່ງກ້ານ ແລະ ປາຍຍອດ. ດອກຍ່ອຍມີ 3-5 ດອກ. ກາບດອກຮູບຖ້ວຍ, ສີຂຽວ. ກີບດອກມີ 5 ກີບ, ຮູບຂອບຂະໜານ, ຍາວ 5-8 ມມ, ເມື່ອບານເຕັມທີປາຍກີບແຜ່ອອກ ແລະ ມ້ວນກັບ, ສີແດງ, ສີສົ້ມ ແລະ ສີເຫຼືອງ. ເກສອນເພດຜູ້ຈັບກັນເປັນມັດປະມານ 6 ມັດ, ແຕ່ລະມັດປາຍຈະແຕກອອກເປັນຈຳນວນຫຼາຍ, ຖົງລະອອງສີແດງ. ໝາກຮູບຮີ, ຂະໜາດ 2-3 ຊມ, ໝາກແຫ້ງແລ້ວແຕກ, ໝາກອ່ອນສີຂຽວ, ໝາກແກ່ສີນ້ຳຕານ. ແກ່ນຈຳນວນຫຼາຍ, ສີດຳ, ມີປຸຍສີຂາວຫຸ້ມໄວ້.
ອາຫານ:
ໃບອອ່ນ: ປຸງເປັນຜັກ.
ຮາກອ່ອນ: ອຸດົມໄປດ້ວຍທາດແປ້ງໃຊ້ກິນດິບ ຫຼື ຂົ້ວ.
ກາບດອກທີ່ຍັງບໍ່ບານ: ເປັນຜັກກິນເປັນອາຫານ.
ດອກ: ຕາກແຫ້ງໃຊ້ເປັນອາຫານ ແລະ ໃຊ້ເຮັດເຂົ້າໜົມ ເຊັ່ນ ໃສ່ແກງແຄ ແລະ ເຮັດນ້ຳງ້ຽວກັບເຂົ້າປຸ້ນໄດ້ ຫຼື ດອກສົດສາມາດນຳມາຈິ້ມກິນກັບແຈ່ວໄດ້.
ແກ່ນສຸກ: ນຳມາຂົ້ວແລ້ວຮັບປະທານໄດ້.
ນ້ຳມັນໄດ້ຈາກແກ່ນ: ນຳໃຊ້ປຸງອາຫານ.
ສັບພະຄຸນ:
ຮາກອ່ອນ: ເປັນຢາຂັບປັດສະວະ, ຢາຊູກຳລັງ, ຮັກສາພະຍາດອາຫິວາລະບາດ, ຮັກສາວັນນະໂຣກ, ໄອ ແລະ ປັດສະວະລຳບາກ, ແກ້ມົນລະພິດໃນຕອນກາງຄືນ, ແກ້ເຈັບທ້ອງຈາກພະຍາດບິດ ແລະ ຊ່ວຍເພີ່ມກຳລັງ.
ຍອດອ່ອນ: ຊ່ວຍຫຼຸດໄຂ້, ຊ່ວຍຮັກສາພອຍສີແດງ ແລະ ຮັກສາພາວະເລືອດຈາງ.
ໃບ: ແກ້ອາການຄວາມດັນເລືອດຕ່ຳ, ນ້ຳຕານໃນເລືອດຕ່ຳ, ຮັກສາແຜໃນເພດານປາກ, ຮັກສາພະຍາດຊຳເຮື້ອ, ແກ້ພິດແມງມຸມ ຫຼື ງູກັດ, ນຳມາຕົ້ມຮ່ວມກັບສະໝູນໄພຊະນິດອື່ນຊ່ວຍຮັກສາອາການມ້າມໃຫຍ່, ຮັກສາອາການບວມນ້ຳ ແລະ ມີ Fenugreek ຮັກສາອາການຕີນແຕກ.
ຍອດ ຫຼື ກ້ານ: ໃຊ້ຮັກສາອາການເລືອດອອກຕາມຫວ່າງແຂ້ວ.
ເປືອກ: ໃຊ້ຮັກສາພະຍາດອາຫິວາລະບາດ, ຮັກສາອາການເຫຍື້ອຫຸ້ມປອດອັກເສບ, ເປັນຢາຂັບປັດສະວະ, ຮັກສາພັບແພໃນກະດູກຫັກ ແລະ ແກ້ອາການເຈັບແຂ້ວ.
ດອກສົດ: ຊ່ວຍຮັກສາພະຍາດຜິວໜັງ.
ດອກແຫ້ງ: ໃຊ້ເປັນຢາຫຼຸດໄຂ້, ຂັບຄວາມຊື້ນ, ຖອບພິດ, ແກ້ອາການເຈັບທ້ອງບິດ, ເຈັບກະເພາະ, ລຳໄສ້ອັກເສບ, ເຈັບຮ້ອນ ແລະ ໄອ.
ເກສອນເພດຜູ້: ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ແລະ ປັບທາດໃນຮ່າງກາຍ.
ໝາກ: ເປັນຢາຮັກສາແຜ, ເປັນຢາຊູກຳລັງ, ໃຊ້ຮັກສາພະຍາດບິດ, ໄຂ້ເລືອດອອກ, ວັນນະໂຣກປອດ, ໄຂ້ຫວັດໃຫຍ່ ແລະ ຊ່ວຍບຳລຸງປະຈຳເດືອນ.
ສິນຄ້າ:
ນ້ຳມັນທີ່ໄດ້ຈາກແກ່ນ: ສາມາດນຳມາເຮັດສະບູ, ໃຊ້ສຳລັບອູດສາຫະກຳໃຫ້ແສງສະຫວ່າງ ແລະ ສາມາດໃຊ້ແທນນ້ຳມັນເມັດຝ້າຍໄດ້ເພື່ອເປັນສິນຄ້າ.
ຄຸນປະໂຫຍດ:
ເສັ້ນໄຍຈາກເປືອກ: ເໝາະສົມສຳລັບເຮັດເຊືອກ.
ໄໝ ຫຼື ເສັ້ນໄຍທີ່ໄດ້ຈາກໝາກ: ມີຄຸນນະພາບຕ່ຳກວ່າໄໝທີ່ໄດ້ຈາກ Ceiba pentandra ແຕ່ສາມາດໃຊ້ເຮັດໝອນນອນ, ໃຊ້ກັນແມງໄມ້ໄດ້ ແລະ ສາມາດນຳໄປເຮັດເສື້ອຊູຊີບໄດ້.
ສານສະກັດ methanol ຂອງໃບ: ເປັນຢາຂ້າແມງໄມ້ທີ່ມີສັກກະຍະພາບສູງ ແລະ ສາມາດນຳໄປໃຊ້ໃນແຫຼ່ງນ້ຳນິ້ງທີ່ເປັນແຫຼ່ງເພາະພັນຍຸງ.
ເນື້ອໄມ້: ໃຊ້ສຳລັບເຮັດກ່ອງບັນຈຸ, ເຮັດຂອງຫຼີ້ນ, ໄມ້ຂີດໄຟ ແລະ ສໍ.