ກະຊວງກະສິກຳ ແລະ ປ່າໄມ້ ວາງແຜນປ່ອຍປາຄືນສູ່ແຫຼ່ງນໍ້າ 58 ລ້ານໂຕ ໃນປີ 2021

ກະຊວງກະສິກຳ ແລະ ປ່າໄມ້ ວາງແຜນປ່ອຍປາຄືນສູ່ແຫຼ່ງນໍ້າ 58 ລ້ານໂຕ ໃນປີ 2021

ສະເພາະປີ 2021 ນີ້ ກະຊວງກະສິກຳ ແລະ ປ່າໄມ້ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການ ປ່ອຍປາ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ໃຫ້ໄດ້ 58 ລ້ານໂຕ
phakhaolao.la
phakhaolao.la

     ວັນທີ 7 ກໍລະກົດ 2021 ນີ້ ທ່ານ ບຸນປອນ ແສງທອງ ວ່າການຫົວໜ້າກົມປ່າໄມ້ ໄດ້ໃຫ້ສໍາພາດເນື່ອງໃນໂອກາດການກະກຽມສະເຫຼີມສະຫຼອງ ວັນປ່ອຍປາ ແລະ ອະນຸລັກ ສັດນໍ້າ ແລະ ສັດປ່າແຫ່ງຊາດ 13 ກໍລະກົດ ປີ 2021 ໃຫ້ຮູ້ວ່າ ວັນດັ່ງກ່າວນີ້ແມ່ນລວມເອົາວັນສໍາຄັນທັງສາມເຫດການໄວ້ໃນມື້ດຽວກັນຄື: ວັນລະນຶກເຖິງຜູ້ນໍາທີ່ແສນເຄົາລົບຮັກຂອງພວກເຮົາເປັນວັນຄ້າຍວັນເກີດຂອງ ທ່ານ ປະທານ ສຸພານຸວົງ, ເປັນວັນສົ່ງເສີມປູກຈິດສຳນຶກໃຫ້ອະນຸຊົນ, ເຍົາວະຊົນຂອງຊາດ ໃຫ້ມີສະຕິຮັກຫວງແຫນ ສັດນໍ້າ ແລະ ສັດປ່າ ປຸກລະດົມທົ່ວປວງຊົນເຂົ້າຮ່ວມການຄຸ້ມຄອງ, ຮັກສາ, ພັດທະນາ ແລະ ນຳໃຊ້ ສັດນໍ້າ ແລະ ສັດປ່າ ແນໃສ່ສ້າງປະຊາກອນສັດນໍ້າ ແລະ ສັດປ່າ ໃຫ້ນັບມື້ມີຄວາມອຸດົມສົມບູນກາຍເປັນທ່າແຮງໃນການຄໍ້າປະກັນດ້ານສະບຽງອາຫານ ແລະ ອີກປະການໜຶ່ງແມ່ນເພື່ອສືບສານຮີດຄອງປະເພນີ ໃນຊ່ວງເຂົ້າພັນສາເນື່ອງຈາກເປັນໄລຍະຂອງປາວາງໄຂ່ ແລະ ສັດປ່າທີ່ກໍາລັງຖືພາມານໃນບາງທ້ອງຖິ່ນເນື່ອງຈາກບາງຊະນິດມີອັດຕາສູນເສຍ ຫຼື ຄວາມສ່ຽງສູງໃນການສູນພັນໃນໄລຍະນີ້.

    ສະເພາະປີ 2021 ນີ້ ທາງຂະແໜງການ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ສົມທົບກັບຄະນະພັກ, ອົງການປົກຄອງທ້ອງຖິ່ນທົ່ວປະເທດ ກະກຽມແຜນການ ແລະ ຂະບວນການ ປ່ອຍປາ ເພື່ອຄືນຄວາມອຸດົມສົມບູນລົງສູ່ແຫຼ່ງນໍ້າ ໃຫ້ໄດ້ 58 ລ້ານໂຕ. ໃນນາມມະຫາພາກ ກົມປ່າໄມ້ ແລະ ສູນພັດທະນາ ແລະ ບໍລິການດ້ານການກະເສດ ຫ້ວຍຊອນ-ຫ້ວຍຊົ້ວ ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ, ພະແນກການ ແລະ ສູນຝຶກອົບຮົມປ່າໄມ້ (ຫ້ວຍປ່າມ້ອມ) ທີ່ຂື້້ນ ກັບກົມປ່າໄມ້ ຈະໄດ້ຮ່ວມກັນຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກ ສັດນ້ຳ ແລະ ສັດປ່າ ແຫ່ງຊາດ ວັນທີ 13 ກໍລະກົດ ປະຈໍາປີ 2021 ຂຶ້ນ ທີ່ສູນຝຶກອົບຮົມປ່າໄມ້ (ຫ້ວຍປ່າມ້ອມ), ເມືອງ ຫີນເຫີບ, ແຂວງ ວຽງຈັນ ຊຶ່ງຄາດຄະເນປາທີ່ຈະປ່ອຍ ມີ 03 ຊະນິດພັນ ລວມທັງໝົດ 50,000 ໂຕ (ຫ້າສິບພັນໂຕ) ໃນນັ້ນ ປາປາກ ມີ 20,000 ໂຕ, ປາໃນ ມີ 15,000 ໂຕ ແລະ ປານວນຈັນ ມີ 15,000 ໂຕ ແລະ ຈັດໃນແບບກະທັດຮັດ, ເບົາບາງ, ປະຢັດມັດທະຍັດ ແຕ່ໃຫ້ຮັບປະກັນທາງດ້ານເນື້ອໃນ ແລະ ຄວາມເປັນ ລະບຽບຮຽບຮ້ອຍຮອບດ້ານ ເນື່ອງຈາກ ມີຄວາມສ່ຽງ ຂອງພະຍາດໂຄວິດ-19 ຈຶ່ງໃຫ້ແຕ່ລະພາກສ່ວນ ເອົາໃຈໃສ່ປະຕິບັດ ມາດຕະການສະກັດກັ້ນ, ຕ້ານ ແລະ ປ້ອງກັນການແຜ່ລະບາດ ຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ວາງອອກຢ່າງ ເຂັ້ມງວດ

   ພ້ອມນີ້ທ່ານຍັງໄດ້ຮຽກຮ້ອງມາຍັງພາກສ່ວນຕ່າງໆທັງພາກລັດ ແລະ ເອກະຊົນທົ່ວສັງຄົມຈົ່ງພ້ອມກັນຮ່ວມແຮງຮ່ວມໃຈຄຸ້ມຄອງປົກປັກຮັກສາ ແລະ ພັດທະນາສັດນໍ້າສັດປ່າໃຫ້ຫຼາຍຂື້ນ ແນ່ໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາ ກອນຂອງສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດໃຫ້ໄດ້ຮັບການປົກປັກຮັກສາ, ຊົມໃຊ້ຍືນນານ ແລະ ເປັນມູນມໍລະດົກຕົກທອດເຊັ່ນລູກຫຼານຂອງພວກເຮົາຕະຫຼອດໄປ.

ຂ່າວ: ຂ່າວສານ ກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ

Contribute