ສະຄາມນ້ຳ

ສະຄາມນ້ຳ

Use
Medicine
Ornamental
Scientific Name / Family
Millettia kangensis Craib / FABACEAE
Synonyms
Other Names
ໄທ: ກຣະເຈາະ, ກຣະເຈາະນ້ຳ ແລະ ຂະເຈາະ.
ຫວຽດນາມ: Thàn mát chùy, Cây sông lả ແລະ cây tao tao.
Botanical Description

ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 15-18 ມ ແລະ ອາດຈະສູງໄດ້ຮອດ 20 ມ, ປາຍຍອດຂ້ອນຂ້າງກົມ, ໃບອ່ອນ ແລະ ຍອດມີຂົນຄ້າຍໄໝປົກຄຸມຢ່າງໜາແໜ້ນ, ເປືອກລຽບ ຫຼື ແຕກເປັນເກັດ, ສີເທົາ, ເນື້ອສີຂາວອົມນ້ຳຕານ, ແກ່ນສີນ້ຳຕານ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ, ຍາວ 20-30 ຊມ. ໃບຍ່ອຍມີ 7-9 ໃບ, ອອກຮຽງກົງກັນຂ້າມ, ຮູບຂອບຂະໜານ ຫຼື ຮູບຮີ, ກວ້າງ 4-6 ຊມ, ຍາວ 8-15 ຊມ, ໃບແກ່ມີຂົນສັ້ນປົກຄຸມທັງສອງດ້ານ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ, ຍາວ 10-25 ຊມ. ດອກຍ່່ອຍຮູບຖົ່ວ, ຍາວ 2-2.5 ຊມ, ສີບົວ ຫຼື ສີມ່ວງ. ກາບດອກຮູບຖ້ວຍ, ຍາວ 5-8 ມມ. ກີບດອກມີ 5 ກີບ, ກີບກາງມີຂະໜາດ 1.5 ຊມ, ກີບຄູ່ຂ້າງຮູບຂອບຂະໜານ, ກວ້າງປະມານ 0.5 ຊມ, ຍາວ 1.5 ຊມ, ກີບຄູ່ລຸ່ມຍາວ 1.5 ຊມ. ເກສອນເພດຜູ້ມີ 10 ອັນ. ເຕົ້າໄຂ່ຈັບເທິງ, ຮູບຂອບຂະໜານ. ໝາກເປັນຝັກແປ, ກວ້າງປະມານ 1.5 ຊມ, ຍາວ 5-6 ຊມ. ແກ່ນຮູບກົມ, ຂະໜາດ 1-1.2 ຊມ, ສີນ້ຳຕານເຂັ້ມ.

Description of Use

ອາຫານ:
    ຍອດອ່ອນ: ລວກຮັບປະທານກັບແຈ່ວ.
ສັບພະຄຸນ:
    ເປືອກ: ນຳມາປຸງຢາແກ້ຊາງ.
    ໃບ ແລະ ເປືອກ: ປຸງເປັນຢາແກ້ເຈັບຂໍ້.
ພືດປະດັບ: ປັດຈຸບັນໄດ້ນຳມາປູກເປັນພືດປະດັບ.
ຄຸນປະໂຫຍດ:
    ເປືອກ: ໃຊ້ນຳມາຍ້ອມຜ້າ.

Contribute