ເຄືອຄຳແດງ/Kher kham daeng
APA 6th ed. ເຄືອຄຳແດງ/Kher kham daeng. (2021, July 16). Retrieved from https://www.phakhaolao.la/kb/0001254
MLA 8th ed. ເຄືອຄຳແດງ/Kher kham daeng. Pha Khao Lao, 16 July 2021, https://www.phakhaolao.la/kb/0001254.
Chicago 17th ed. Pha Khao Lao. 2021. "ເຄືອຄຳແດງ/Kher kham daeng." Published July 16, 2021. https://www.phakhaolao.la/kb/0001254.
Cissus marmorea G.Don
Cissus sessilis Amshoff
Cissus sicyoides Klein ex Steud.
Vitis bracteata Noronha
Vitis costata Wall.
Vitis discolor (Blume) Dalzell
Vitis diversifolia Wall.
Vitis inaequalis Wall.
ອັງກິດ: Climbing Begonia.
ຫວຽດນາມ: Hồ đằng java ແລະ Hồ đằng hai màu.
ຈັດເປັນໄມ້ຟຸ່ມເລືອ ຫຼື ໄມ້ເຄືອ. ລຳຕົ້ນຍາວ 2-10 ມ, ລຳຕົ້ນ ແລະ ກິ່ງມີລັກສະນະເປັນຂົນຕາມຍາວ 5-6 ສັນ, ກ້ຽງ ຫຼື ມີຂົນອ່ອນນຸ້ມ, ມີມືເກາະປາຍແຍກເປັນ 2 ແສກ, ຍອດເປັນສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງ 3-7 ຊມ, ຍາວ 6-15 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບໃບເປັນແສກແຂ້ວເລືອຍ, ປາຍແຫຼມ ຫຼື ຮຽວແຫຼມ, ຜິວໃບດ້ານເທິງມີແຖບສີຂຽວແກມສີເທົາເປັນແຖວຄູ່, ຜິວໃບດ້ານລຸ່ມເປັນສີແດງເຂັ້ມ, ມີຂົນຂາວກະຈາຍບໍລິເວນເສັ້ນກ່າງໃບ. ກ້ານໃບຮູບກົມ, ຍາວ 3-5 ຊມ, ສີແດງ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກບໍລິເວນງ່າມໃບ ແລະ ປາຍຍອດ, ຍາວ 0.6-4 ຊມ, ມີຂົນ. ດອກຍ່ອຍຈຳນວນຫຼາຍ, ອອກແບບກະຈຸກ. ກາບດອກເປັນພູຕື້ນ, ສີແດງ. ກີບດອກຮູບຮີ, ຍາວປະມານ 2.5 ຊມ, ມີສີຂາວ, ປາຍເປັນສີແດງ. ເກສອນເພດຜູ້ຮູບໄຂ່ ຫຼື ຮູບຂອບຂະໜານ. ເຕົ້າໄຂ່ຈັບເທິງ. ໝາກຮູບກົມຫຼື ຮູບຮີ, ມີຂະໜາດປະມານ 5 ມມ, ໝາກສຸກເປັນສີມ່ວງດຳ.
ອາຫານ:
ໃບ ແລະ ຍອດອ່ອນ: ດິບ ຫຼື ສຸກຮັບປະທານເປັນຜັກໄດ້ ແລະ ຍັງສາມາດນຳມາປຸງລົດຊາດອາຫານ.
ສັບພະຄຸນ:
ຮາກ ແລະ ໃບ: ຮັກສາອາການປວດທ້ອງ ແລະ ໃຊ້ຮັກສາອາການຄັນ.
ໃບ: ນຳມາຂະຍີ້ທາແກ້ກາກເກື້ອນ ແລະ ນຳໄປຍ້າງໄຟແລ້ວນຳມາຂະຍີ້ທາຜິວໜັງຮັກສາແຜຕຸ່ມຄັນ.
ທັງຕົ້ນ: ນຳມາທັບປະຄົບບໍລິເວນເຈັບກະດູກ.
ພືດປະດັບ: ໃຊ້ປູກເປັນໄມ້ປະດັບຕາມຮົ້ວບ້ານຮົ້ວສວນ.