ຕົ້ນຫາງດິ / Ton Harng De
APA 6th ed. ຕົ້ນຫາງດິ / Ton Harng De. (2021, July 16). Retrieved from https://www.phakhaolao.la/kb/0001249
MLA 8th ed. ຕົ້ນຫາງດິ / Ton Harng De. Pha Khao Lao, 16 July 2021, https://www.phakhaolao.la/kb/0001249.
Chicago 17th ed. Pha Khao Lao. 2021. "ຕົ້ນຫາງດິ / Ton Harng De." Published July 16, 2021. https://www.phakhaolao.la/kb/0001249.
Eurya acuminata var. acuminata
Eurya acuminata var. arisanensis (Hayata) H.Keng
Eurya acuminata var. euprusta (Korth.) Dyer
Eurya acuminata var. monticola Ridl.
Eurya acuminata var. multiflora (DC.) Blume
Eurya acuminata var. suzukii (Yamam.) H.Keng Synonym L
Eurya acuminata var. wallichiana Steud.
Eurya acuminata var. wallichiana (Steud.) Dyer
Eurya angustifolia Wall.
Eurya angustifolia (Blume) Walp.
Eurya arisanensis Hayata
Eurya bifaria Wall.
Eurya blumeana Korth.
Eurya clandestina Blume
Eurya confinis Blume
Eurya euprista Korth.
Eurya grandis Choisy
Eurya hirsutula Miq.
Eurya lucida Wall.
Eurya matsudae Hayata
Eurya membranacea Gardner
Eurya monticola (Ridl.) Ridl.
Eurya multiflora DC.
Eurya rostrata Blume
Eurya salicifolia Blume
Eurya serrata (Blume) Walp.
Eurya suzukii Yamam.
Eurya wallichiana Steud.
Eurya wrayi King
Geeria angustifolia Blume
Geeria serrata Blume
Ternstroemia bifaria Buch.-Ham. ex D.Don
Tristylium matsudae (Hayata) Koidz.
ຈີນ: 浜姫榊 ແລະ 尖叶柃.
ຢີປຸ່ນ: ハマヒサカキ.
ຫວຽດນາມ: Súm nhọn; Chơn trà nhọn; Súm lá nhọn ແລະ Chơn trà nhạn.
ຈັດເປັນໄມ້ຟຸ່ມເຄິ່ງໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນສູງ 2-12 ມ, ແຕກກິ່ງກ້ານຕ່ຳ, ກິ່ງອ່ອນມີຂົນສີນ້ຳຕານປົກຄຸມບາງໆ, ເປືອກນອກກ້ຽງ ແລະ ມີຮອຍແຕກເລັກນ້ອຍ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກວ້າງ 1-3 ຊມ, ຍາວ 3-10 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍຖີ່, ປາຍແຫຼມ, ແຜ່ນໃບໜາໜຸ້ມ, ມີຂົນສັ້ນສີນ້ຳຕານປົກຄຸມທັງສອງດ້ານຢ່າງໜາແໜ້ນ, ໃບແກ່ຜິວໃບດ້ານເທິງລຽບມັນ, ຜິວໃບດ້ານລຸ່ມມີຂົນຄຸມໜາແໜ້ນ, ໃບແກ່ກ່ອນຫຼົ່ນສີເຫຼືອງ. ຊໍ່ດອກແບບກະຈຸກອອກຕາມງ່າມໃບ ແລະ ກິ່ງກ້ານ, ດອກແຍກເພດຕ່າງຕົ້ນກັນ. ດອກຍ່ອຍຮູບລະຄັງ, ຄວ້ຳລົງ, ບານເຕັມທີມີຂະໜາດ 4-10 ມມ, ສີເຫຼືອງປົນສີຂາວ, ມີກິ່ນຫອມ. ກາບດອກມີ 5 ກາບ, ດ້ານນອກມີຂົນ. ກີບດອກມີ 5 ກີບ, ຊ້ອນເຫຼື່ອມກັນ. ດອກເພດຜູ້ມີເກສອນເພດຜູ້ 20 ອັນ, ສີນ້ຳຕານ. ດອກເພດແມ່ເຕົ້າໄຂ່ມີປາຍຮວງຮັບແຍກອອກເປັນ 3 ແສກ. ໝາກມີເນື້ອ, ຮູບກົມ, ຂະໜາດ 3-6 ມມ, ຜິວລຽບ, ໝາກສຸກເປັນສີດຳ. ແກ່ນມີຈຳນວນຫຼາຍ, ຂະໜາດນ້ອຍ.
ສັບພະຄຸນ:
ໃບ: ຕົ້ມດື່ມຮັກສາພະຍາດທ້ອງຂີ້ຮາກ, ຮັກສາການລະບາດຂອງພະຍາດອາຫິວາ, ຮັກສາພະຍາດກະເພາະ, ຕຳພອກແກ້ຜື່ນຄັນ ແລະ ຍັງສາມາດນຳມາເປັນຢາປົນກັບຊາ.
ຄຸນປະໂຫຍດ:
ລຳຕົ້ນ: ໃຊ້ປັກຕາມສວນ, ນາເພື່ອຂັບໄລ່ສັດຕູພືດ ແລະ ຍັງຖືກນຳໄປປູກເປັນໄມ້ບຸກເບີກປ່າ.
ເນື້ອໄມ້ ແລະ ກິ່ງກ້ານ: ນຳມາເປັນເຊື້ອເພີງໄດ້ດີ.
ໃບ: ໃຊ້ເຮັດປຸ໋ຍ ແລະ ເປັນອາຫານສັັັດ.
ໝາກ: ເປັນອາຫານຂອງນົກຫຼາຍຊະນິດ.