ດອກຄັນຄາກ / India Hawthorn
APA 6th ed. ດອກຄັນຄາກ / India Hawthorn. (2021, July 5). Retrieved from https://www.phakhaolao.la/kb/0001232
MLA 8th ed. ດອກຄັນຄາກ / India Hawthorn. Pha Khao Lao, 5 July 2021, https://www.phakhaolao.la/kb/0001232.
Chicago 17th ed. Pha Khao Lao. 2021. "ດອກຄັນຄາກ / India Hawthorn." Published July 5, 2021. https://www.phakhaolao.la/kb/0001232.
Crataegus rubra Lour.
Crataegus sinensis Loisel.
Eriobotrya metrosideros A.Chev.
Mespilus indica (L.) Poir.
Mespilus sinensis Poir.
Opa metrosideros Lour.
Raphiolepis indica (L.) Lindl.
Rhaphiolepis gracilis Nakai
Rhaphiolepis indica var. indica
Rhaphiolepis indica var. typica Nakai
Rhaphiolepis loureiri Spreng.
Rhaphiolepis parvibracteolata Merr.
Rhaphiolepis rubra (Lour.) Lindl.
Rhaphiolepis rugosa Nakai
Rhaphiolepis sinensis (Poir.) M.Roem.
Syzygium metrosideros DC.
ອັງກິດ: India Hawthorn, cherry laurel, common Indian hawthorn ແລະ Indian hawthorn.
ຈີນ: 石斑木, 車輪梅, 春花, 革葉石斑木 ແລະ 厚葉石斑木.
ເປັນໄມ້ຟຸ່ມ. ລຳຕົ້ນສູງ 1-1.5 ມ, ແຕກກິ່ງກ້ານໜາ. ໃບດ່ຽວ, ຮຽງວຽນສະຫຼັບຮອບກິ່ງ ຫຼື ບໍລິເວນປາຍກິ່ງ, ຮູບຫອກ ຫຼື ຮູບຮີ, ກວ້າງ 0.5-4 ຊມ, ຍາວ 3-8 ຊມ, ໂຄນໃບຮຽວແຫຼມ, ຂອບລຽບ ຫຼື ເປັນແສກຕື້ນບໍລິເວນປາຍໃບ, ປາຍແຫຼມ ຫຼື ມົນ, ແຜ່ນໃບໜາແຂງ ແລະ ຍາບ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບມັນທັງສອງດ້ານ, ໃບແກ່ກ່ອນຫຼົ່ນເປັນສີແດງສົ້ມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບໃກ້ປາຍກິ່ງ. ດອກຍ່ອຍຈຳນວນຫຼາຍ, ເສັ້ນຜ່າສູນກາງ 10-15 ມມ, ສີຂາວ ຫຼື ສີບົວ. ກາບດອກມີ 5 ກາບ, ຮູບໄຂ່, ສີຂຽວ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ ຫຼື ຮູບບ່ວງ, ກວ້າງ 4-5 ມມ, ຍາວ 5-9 ມມ. ເກສອນເພດຜູ້ຈຳນວນຫຼາຍ, ໂຄນກ້ານຊູຖົງລະອອງສີເຫຼືອງ, ຖົງລະອອງສີແດງ. ເຕົ້າໄຂ່ຈັບເທິງ, ສີບົວ ຫຼື ສີແດງ. ໝາກຮູບກົມ, ຂະໜາດ 5-10 ມມ, ເນື້ອນຸ້ມ, ໝາກສຸກເປັນສີມ່ວງ ຫຼື ສີດຳ. ແກ່ນມີ 1 ແກ່ນ.
ອາຫານ:
ໝາກສຸກ: ກິນເປັນໝາກໄມ້ໄດ້.
ສັບພະຄຸນ:
ຮາກ: ແກ້ກະໄສ, ກະຕຸ້ນຮໍໂມນເພດຍິງ ແລະ ແກ້ປວດເມື່ອຍ.
ທັງຕົ້ນ: ຮັກສາເບົາຫວານ ແລະ ຝົນມາແກ້ອາການຟົກຊ້ຳ.
ພືດປະດັບ:
ຮູບຊົງຕົ້ນ, ໃບ ແລະ ດອກ: ງາມຈື່ງນິຍົມນຳມາປູກເປັນໄມ້ປະດັບ.
ຄຸນປະໂຫຍດ:
ນ້ຳຫວານຈາກດອກ: ເປັນອາຫານຂອງແມງໄມ້ ແລະ ນົກກິນນ້ຳຫວານຫຼາຍຊະນິດ.