ຕົ້ນກຳລັງເສືອໂຄ່ງ / Kam Lang Suea Khrong
APA 6th ed. ຕົ້ນກຳລັງເສືອໂຄ່ງ / Kam Lang Suea Khrong. (2021, July 5). Retrieved from https://www.phakhaolao.la/kb/0001231
MLA 8th ed. ຕົ້ນກຳລັງເສືອໂຄ່ງ / Kam Lang Suea Khrong. Pha Khao Lao, 5 July 2021, https://www.phakhaolao.la/kb/0001231.
Chicago 17th ed. Pha Khao Lao. 2021. "ຕົ້ນກຳລັງເສືອໂຄ່ງ / Kam Lang Suea Khrong." Published July 5, 2021. https://www.phakhaolao.la/kb/0001231.
ຈີນ: 毛果枣.
ຈັດເປັນໄມ້ຟຸ່ມ ຫຼື ເຄືອ. ລຳຕົ້ນສູງໄດ້ປະມານ 7 ມ, ເປືອກສີນ້ຳຕານ ຫຼື ສີນ້ຳຕານແດງ, ກິ່ງກ້ານຮຽວນ້ອຍ, ມີໜາມແຫຼມໂຄ້ງກະຈາຍທົ່ວລຳຕົ້ນ, ກິ່ງອ່ອນສີມ່ວງເຂັ້ມ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່, ຮູບຮີ ຫຼື ຮູບຂອບຂະໜານ ຫຼື ຮູບຫອກ, ກວ້າງ 1.5-3 ຊມ, ຍາວ 5-7 ຊມ, ໂຄນໃບບ້ຽວ, ຂອບແສກແຂ້ວເລື່ອຍເລັກນ້ອນ, ປາຍຮຽວແຫຼມ, ມົນ ຫຼື ມີຕິ່ງໜາມ, ແຜ່ນໃບໜາຄ້າຍຄືໜັງ, ຜິວລຽບມັນທັງສອງດ້ານ. ກ້ານໃບຍາວ 0.5-1 ຊມ, ມີຂົນ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບ, ຍາວປະມານ 25 ຊມ, ມີຂົນ. ດອກຍ່ອຍມີຈຳນວນຫຼາຍ, ຂະໜາດນ້ອຍ, ສີເຫຼືອງອົມຂຽວ. ກ້ານດອກຍາວປະມານ 5 ມມ, ມີຂົນ. ກາບດອກມີ 5 ກາບ, ຮູບສາມຫຼ່ຽມ ຫຼື ຮູບໄຂ່, ດ້ານນອກມີຂົນ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ, ໂຄນກີບຮຽວແຫຼມ, ຂອບລຽບ, ປາຍມົນ. ເກສອນເພດຜູ້ມີ 5 ອັນ, ເສັ້ນກວ່າກີບດອກ, ຖົງລະອອງຮູບໄຂ່. ເຕົ້າໄຂ່ຈັບເທິງ, ຮູບກົມ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ມີຂົນ, ປາຍຮວງຮັບແຍກອອກເປັນ 2 ແສກ. ໝາກຮູບກົມ ຫຼື ຮູບຮີ, ກວ້າງ 1-1.5 ຊມ, ຍາວ 1.5-2 ຊມ, ມີຂົນສີນ້ຳຕານແດງ. ແກ່ນຮູບຮີ ຫຼື ຮູບຂອບຂະໜານ, ສີນ້ຳຕານແດງ.
ສັບພະຄຸນ:
ແກ່ນໄມ້: ຊ່ວຍບຳລຸງຮ່າງກາຍ, ບຳລຸງກຳລັງທາງເພດ, ແກ້ປວດເມື່ອຍຕາມຮ່າງກາຍ, ຂັບລົມ, ບຳລຸງເສັ້ນເອັນ ແລະ ຊ່ວຍຈະເລີນອາຫານ.
ເປືອກ: ຕົ້ມດື່ມບຳລຸງກຳລັງ, ຊ່ວຍຈະເລີນອາຫານ, ຂັບລົມໃນລຳໄສ້, ເຮັດໃຫ້ເສັ້ນເອັນແຂງແຮງ ແລະ ເປືອກຕົ້ນມີນ້ຳມັນຫອມລະເຫີຍຊະນິດໜຶ່ງມີກິ່ນຫອມຊ່ວຍແກ້ອາການໜ້າມືດຕາລາຍ.
ໃບ: ນຳມາຕົ້ມດື່ມແກ້ປວດເມື່ອຍຕາມຮ່າງກາຍ.
ຂໍ້ມູນທາງການສຶກສາ:
ມີອົງປະກອບທີ່ເປັນສານກຸ່ມສະເຕີຣອຍ ເຊັ່ນ: campesterol, stigmasterol ແລະ (B-sitosterol. ນອກຈາກນີ້ຍັງມີສານກຸ່ມ long chain hydrocarbons, long chain alcohols ແລະ ສານ carboxylic acids.
ສິນຄ້າ:
ລາຄາຕາມທ້ອງຕະຫຼາດ: 20.000-30.000 ກີບ.
ຄຸນປະໂຫຍດ:
ແກນໄມ້: ເປັນຂອນເຫັັດ.