ປະດົງເກັດ
APA 6th ed. ປະດົງເກັດ. (2021, July 5). Retrieved from https://www.phakhaolao.la/kb/0001221
MLA 8th ed. ປະດົງເກັດ. Pha Khao Lao, 5 July 2021, https://www.phakhaolao.la/kb/0001221.
Chicago 17th ed. Pha Khao Lao. 2021. "ປະດົງເກັດ." Published July 5, 2021. https://www.phakhaolao.la/kb/0001221.
Albizia attopeuensis var. laui (Merr.) I.C.Nielsen
Albizia laui Merr.
Albizia lauii Merr.
Pithecellobium attopeuense Pierre
Pithecolobium attopeuense Pierre
Serialbizzia attopeuense (Pierre) Kosterm.
Serialbizzia attopeuensis (Pierre) Kosterm.
ຈີນ: 海南合欢.
ເປັນໄມ້ຢືນຕົ້ນ. ລຳຕົ້ນຕັ້ງຊື່, ສູງປະມານ 30 ມ, ແຕກກິ່ງສູງ, ເປືອກໜາຫຼາຍ, ອ່ອນນຸ້ມ, ແຕກເປັນເກັດ ຫຼື ອອກເປັນແຜ່ນຫຼາຍໆຊັ້ນ, ຫຼດງ່າຍ, ເປືອກໃນສີນ້ຳຕານ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ກ້ານໃບຍາວ 2-4 ຊມ, ມີຕ່ອມ 1 ຕ່ອມ. ໃບຍ່ອຍມີ 2-7 ຄູ່, ອອກຮຽງກົງກັນຂ້າມ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 1.2-4 ຊມ, ຍາວ 3.5-10 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍວ້ຳຕື້ນ ຫຼື ແຫຼມ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃລດ້ານລຸ່ມສີຂຽວອ່ອນ, ຜິວລຽບທັງສອງດ້ານ, ໃບແກ່ເປັນສີເຫຼືອງ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກບໍລິເວນງ່າມໃບໃກ້ກັບປາຍກິ່ງ. ດອກຍ່ອຍ 10-15 ດອກ, ສີຂາວ. ກາບດອກຮູບລົງຄັງ, ຍາວ 1.5-5 ມມ. ກີບດອກຮູບຮີ ຫຼື ຮູບຈວຍ, ຍາວ 4.5-8 ມມ. ເກສອນເພດຜູ້ຈຳນວນຫຼາຍ, ກ້ານເກສອນຍາວ. ເຕົ້າໄຂ່ຮູບແຖບ, ກ້ຽງ. ໝາກເປັນຝັກ, ຮູບຂອບຂະໜານ, ກວ້າງປະມານ 3.5 ຊມ, ຍາວປະມານ 15 ຊມ, ໝາກແຫ້ງແລ້ວບໍ່ແຕກ, ບິດໂຄ້ງເລັກນ້ອຍ, ຜິວລຽບ, ໝາກແກ່ສີດຳ. ແກ່ນມີຈຳນວນຫຼາຍ, ຮູບຫົວໃຈ ລື ຮູບກີບມ້າ, ເນື້ອ, ປາຍມົນ, ໂຄນວ້ຳຕື້ນ, ຜິວລຽບມັນ ແລະ ມີລວດລາຍສະເພາະ.
ສັບພະຄຸນ:
ແກ່ນ: ມີສັບພະຄຸນທາງການຢາຄືນຳມາແຊ່ນ້ຳດື່ມເປັນຢາບຳລຸງກຳລັງ ແລະ ບຳລຸງເລືອດ.
ຄຸນປະໂຫຍດ:
ແກ່ນ: ເປັນອາຫານຂອງສັດປ່າກຸ່ມລິງ ແລະ ຄ່າງ.