ຍົງຂີ້ມົດ
APA 6th ed. ຍົງຂີ້ມົດ. (2021, July 5). Retrieved from https://www.phakhaolao.la/kb/0001220
MLA 8th ed. ຍົງຂີ້ມົດ. Pha Khao Lao, 5 July 2021, https://www.phakhaolao.la/kb/0001220.
Chicago 17th ed. Pha Khao Lao. 2021. "ຍົງຂີ້ມົດ." Published July 5, 2021. https://www.phakhaolao.la/kb/0001220.
Aglaia baillonii (Pierre) Pierre ex Pellegr.
Aglaia cedreloides Harms
Aglaia cochinchensis Pierre
Aglaia copelandii Elmer
Aglaia forstenii Miq.
Aglaia ganggo Miq.
Aglaia mannii (King ex Brandis) S.S.Jain & R.C.Gaur
Aglaia micropora Merr.
Aglaia multiflora Merr.
Aglaia obliqua C.T.White & W.D.Francis
Aglaia pyramidata Hance
Aglaia pyrrholepis Miq.
Amoora ganggo (Miq.) Kurz
ອັງກິດ: Kalament
ເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 6-20 ມ, ກິ່ງກ້ານມັກແຕກຕັ້ງສາກກັບລຳຕົ້ນ, ກິ່ງອ່ອນມີສີນ້ຳຕານ ຫຼື ສີນ້ຳຕານເຂັ້ມກະຈາຍຢ່າງໜາແໜ້ນ, ກິ່ງແກ່ກ້ຽງ, ເປືອກໜາ, ລຽບ ຫຼື ແຕກເປັນຮ່ອງຍາວຕື້ນ, ສີເທົາ ຫຼື ສີນ້ຳຕານອ່ອນ, ເປືອກໃນສີບົວ, ມີຢາງໜຽວຂຸ້ນ, ສີຂາວປົນສີບົວ, ມີກິ່ນຫອມ. ໃບປະສົມແບບຂົນນົກປາຍຄີກ, ຮຽງວຽນສະຫຼັບບໍລິເວນປາຍກິ່ງ, ຍາວ 20-70 ຊມ. ກ້ານໃບລວມຍາວ 8-15 ຊມ, ໂຄນໃບຂະຫຍາຍໃຫຍ່. ໃບຍ່ອຍມີ 5-11 ໃບ, ຮຽງສະຫຼັບ ຫຼື ເກືອບກົງກັນຂ້າມກັນ, ຮູບຫອກ ຫຼື ຮູບໄຂ່ແກມຮູບຫອກ, ກວ້າງ 3-5.5 ຊມ, ຍາວ 6-19 ຊມ, ໂຄນໃບຮູບຫຼິ່ມ, ແຫຼມ ຫຼື ລຽບ, ຂອບລຽບ, ປາຍຮຽວແຫຼມ ຫຼື ຍາວເປັນຫາງ, ແຜ່ນໃບຂ້ອນຂ້າງໜາ ຫຼື ອາດຈະບາງ, ຜິວໃບດ້ານເທິງລຽບມັນ, ຜິວໃບດ້ານລຸ່ມມີຂົນສີນ້ຳຕານ ຫຼື ສີເຫຼືອງ. ກ້ານໃບຍ່ອຍຍາວ 0.3-1 ຊມ, ກ້ຽງ. ຊໍ່ດອກແບບແຕກແໜ່ງ, ອອກຕາມງ່າມໃບໃກ້ປາຍກິ່ງ, ຍາວ 30-50 ຊມ. ຊໍ່ດອກຍ່ອຍອອກແບບກະຈຸກ, ຈຳນວນຫຼາຍ. ກ້ານຊໍ່ດອກຍາວ 5-10 ຊມ, ກ້ານດອກຍ່ອຍຍາວ 2-3 ມມ. ໃບປະດັບດອກຮູບສາມຫຼ່ຽມ, ກວ້າງປະມານ 1 ມມ, ຍາວປະມານ 3 ມມ, ຫຼົ່ນງ່າຍ. ກາບດອກເຊື່ອມຕິດກັນປາຍແຍກເປັນ 5 ແສກ, ຍາວປະມານ 1 ມມ. ກີບດອກມີ 5 ກີບ, ຮູບຫອກປີ້ນ, ຍາວປະມານ 2 ມມ, ສີເຫຼືອງ ຫຼື ສີຂຽວອ່ອນ. ເກສອນເພດຜູ້ 5 ອັນ, ຖົງລະອອງຈັບຫຼອດ. ເຕົ້າໄຂ່ຈັບເທິງ, ຮູບຂ້ອນຂ້າງກົມ, ເສັ້ນຜ່າສູນກາງປະມານ 1 ມມ, ມີ 2-4 ຫ້ອງ, ປຕ້ລະຫ້ອງມີ 1 ເມັດໄຂ່. ໝາກຮູບກົມ, ຮູບຮີ ຫຼື ຮູບໄຂ່ປີ້ນ, ກວ້າງ 1.5-2.5 ຊມ, ຍາວ 2.5-3.5 ຊມ, ເປືອກບາງ, ໝາກແກ່ເປັນສີເຫຼືອງ.
ອາຫານ:
ຍອດ: ນຳມາຮັບປະທານເປັນຜັກສົດ ຫຼື ລວກ, ຕົ້ມກິນກັບແຈ່ວ ຫຼື ນຳມາປຸງເປັນອາຫານ ເຊັນ ຜັດເຜັດ, ຍຳ ແລະ ແກງສົ້ມ.
ສັບພະຄຸນ:
ເນື້ອໄມ້ ແລະ ແກນໄມ້: ຊ່ວຍແກ້ໄຂ້, ວຽນຫົວປວດຮາກ, ຂັບລົມ, ບຳລຸງກຳລັງ ແລະ ຊ່ວຍບຳລຸງຫົວໃຈ
ສານ rocaglate: ສາມາດຂ້າແມງໄມ້, ຕ້ານເຊື້ອຣາ, ຕ້ານໄວຣັສ, ຕ້ານແບັດທິເຣຍ ຫຼື ໃຊ້ເປັນຢາຂ້າແມງໄມ້ ແລະ ຍັງສາມາດຂ້າເຊື້ອມະເຣັງໄດ້ຫຼາຍຊະນິດ.
ສິ່ງປຸກສ້າງ:
ແກ່ນໄມ້: ມີສີນ້ຳຕານອົມເຫຼືອງ ແລະ ມີກິ່ນຫອມໃຊ້ສຳລັບກໍ່ສ້າງພາຍໃນບ້ານ ແລະ ຍັງໃຊ້ເຮັດດ້າມຫອກ, ຂວານ ແລະ ໄມ້ກະດານໄດ້ອີກ.