ທົ່ວແຂວງຄໍາມ່ວນປະຕິບັດການປັກດໍາເຂົ້ານາປີໄດ້ແລ້ວ 41.934 ເຮັກຕາ

ທົ່ວແຂວງຄໍາມ່ວນປະຕິບັດການປັກດໍາເຂົ້ານາປີໄດ້ແລ້ວ 41.934 ເຮັກຕາ

phakhaolao.la
phakhaolao.la

   ລະດູການຜະລິດເຂົ້ານາປີ 2021 ໃນທົ່ວແຂວງຄໍາມ່ວນມີເນື້ອທີ່ແຜນການ 88.663 ເຮັກຕາ , ຄາດຄະເນແນວປູກ 5.320 ໂຕນ , ຄາດຄະເນຜົນຜະລິດ 322.259 ໂຕນ . ໃນນີ້ເນື້ອທີ່ປູກເຂົ້າເພື່ອຜະລິດເປັນສະ ບຽງອາຫານ 63.356 ເຮັກຕາ ແລະ ເນື້ອທີ່ປູກເຂົ້າເພື່ອຜະລິດເປັນສິນຄ້າ 25.307 ເຮັກຕາ. ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປະຈຸບັນເນື້ອທີ່ນາຫວ່ານ ແລະ ນາຢອດປະຕິບັດໄດ້ 17.516 ເຮັກຕາ, ເນື້ອທີ່ນາປັກດໍາປະຕິບັດໄດ້ 24.418 ເຮັກຕາ. ເມື່ອລວມເນື້ອທີ່ນາຫວ່ານ-ນາຢອດ ແລະ ເນື້ອທີ່ນາປັກດໍາເຂົ້າກັນປະຕິບັດໄດ້ 41.934 ເຮັກຕາ ເທົ່າກັບ 47 % ຂອງເນື້ອທີ່ແຜນການທົ່ວແຂວງ . ໃນນີ້ເນື້ອທີ່ປູກເຂົ້າເພື່ອຜະລິດເປັນສະບຽງອາຫານປະຕິບັດໄດ້ 30.337 ເຮັກຕາ ເທົ່າກັບ 47 % ຂອງເນື້ອທີ່ແຜນການ, ເນື້ອທີ່ປູກເຂົ້າເພື່ອຜະລິດເປັນສິນ ຄ້າປະຕິບັດໄດ້ 11.596 ເຮັກຕາ ເທົ່າກັບ 46 % ຂອງເນື້ອທີ່ແຜນການ, ທ່ານ ບຸນຈັນ ໄຊປັນຍາ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ປະຈໍາແຂວງຄໍາມ່ວນ ກ່າວ.

   ແລະ ທ່ານຍັງໄດ້ກ່າວອີກວ່າ: ຖ້າຫາກສະພາບດິນຟ້າອາກາດຍັງເອື້ອອໍານວຍຄາດວ່າການປູກເຂົ້ານາປີໃນທົ່ວແຂວງຈະໃຫ້ສໍາເລັດໃນທ້າຍເດືອນສິງຫາຂອງປີນີ້ແນ່ນອນ. ນອກຈາກການປູກເຂົ້ານາປີແລ້ວແຂວງຍັງໄດ້ສຸມໃສ່ການປູກພືດລະດູຝົນຕື່ມອີກເຊິ່ງໃນທົ່ວແຂວງມີເນື້ອທີ່ແຜນການເຖິງ 6.175 ເຮັກຕາ , ຄາດຄະເນສະມັດ ຕະພາບ 12,80 ໂຕນ / ເຮັກຕາ , ຄາດຄະເນຜົນຜະລິດ 79.054 ໂຕນ . ໃນນີ້ເນື້ອທີ່ແຜນການປູກພືດເພື່ອຜະລິດເປັນສະບຽງອາຫານ 2.575 ເຮັກຕາ , ຄາດຄະເນສະມັດຕະພາບ 9,65 ໂຕນ /ເຮັກຕາ , ຄາດຄະເນຜົນຜະລິດ 24.840 ໂຕນ . ເນື້ອທີ່ແຜນການປູກພືດເພື່ອຜະລິດເປັນສິນຄ້າ 3.600 ເຮັກຕາ , ຄາດຄະເນສະມັດຕະພາບ 15,06 ໂຕນ / ເຮັກຕາ , ຄາດຄະເນຜົນຜະລິດ 54.214 ໂຕນ .

   ຜ່ານການຈັດຕັ້ງປະຕິບັດຕົວຈິງມາຮອດປະຈຸບັນສາມາດປະຕິບັດການປູກພືດລະດູຝົນໄດ້ 6.819 ເຮັກຕາ ເທົ່າກັບ 110 % ຫຼື ປະຕິບັດໄດ້ລື່ນເນື້ອທີ່ແຜນ ການ 644 ເຮັກຕາ ເທົ່າກັບ 10% (ເນື້ອທີ່ແຜນການ 6.175 ເຮັກຕາ )

ທີ່ມາ Lao National Radio

Contribute