ຕັງນົກ / Lau binh
APA 6th ed. ຕັງນົກ / Lau binh. (2021, June 29). Retrieved from https://www.phakhaolao.la/kb/0001215
MLA 8th ed. ຕັງນົກ / Lau binh. Pha Khao Lao, 29 June 2021, https://www.phakhaolao.la/kb/0001215.
Chicago 17th ed. Pha Khao Lao. 2021. "ຕັງນົກ / Lau binh." Published June 29, 2021. https://www.phakhaolao.la/kb/0001215.
Fagraea gardneri Thwaites
Fagraea khasiana Benth.
Fagraea malabarica Blume
Fagraea malabarica Wight
Fagraea obovata Wall.
Fagraea prainii Gand.
Fagraea rostrata Blume
Fagraea sasakii Hayata
Gardenia heteroclyta J.Koenig ex Blume
Solandra oppositifolia Moon
Willughbeia ceilanica Spreng.
Willughbeia obovata Spreng.
Winchia cirrhifera Gardner ex Thwaites
ອັງກິດ: Lau binh, Gia, Perfume Flower Tree, Pua Keni Keni ແລະ Trai Tichlan.
ຈີນ: 灰莉.
ຫວຽດນາມ: Trai xoan, Trai tích lan, Lậu bình xoan, Lậu bình ແລະ Dây gia.
ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ, ທີ່ອາໃສຢູ່ຕາມໂງ່ນຫີນ ຫຼື ຕົ້ນໄມ້ອື່ນ. ລຳຕົ້ນສູງ 2-10 ມ, ເປັນໄມ້ເນື້ອອ່ອນ, ກິ່ງກ້ານກ້ຽງ ແລະ ຫັກງ່າຍ, ມີຂໍ້ຖີ່, ເປືອກນອກສີນ້ຳຕານປົນສີເທົາ, ເປືອກໃນສີຂາວ. ໃບດ່ຽວ, ອອກຮຽງກົງກັນຂ້າມສະຫຼັບຕັ້ງສາກ, ຮູບຫອກປີ້ນ, ຮູບໄຂ່ປີ້ນແກມຮູບຂອບຂະໜານ ຫຼື ຮູບຮີ, ກວ້າງ 3.5-7 ຊມ, ຍາວ ຍາວ 6-15 ຊມ, ໂຄນໃບຮຽວແຫຼມ, ມົນ ຫຼື ວ້ຳເຂົ້າເລັກນ້ອຍ, ຂອບລຽບ, ປາຍຕິ່ງໜາມ, ແຜ່ນໃບອວບໜາ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອອ່ນ, ຜິວລຽບມັນທັງສອງດ້ານ. ຊໍ່ດອກແບບແຕກແໜງ, ອອກບໍລິເວນປາຍກິ່ງ, ຍາວ 8-10 ຊມ. ດອກຍ່ອຍຈຳນວນຫຼາຍ, ດອກບານເຕັມທີ່ກວ້າງ 10-12 ຊມ, ຮູບລຳໂພງ, ສີຂາວນວນປົນສີເຫຼືອງ. ກາບດອກໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກເປັນ 5 ແສກ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນ 5 ແສກ, ປາຍມົນ. ເກສອນເພດຜູ້ມີ 5 ອັນ. ເຕົ້າໄຂ່ຈັບເທິງ, ຮູບຮີ. ໝາກຮູບກົມ ຫຼື ຮູບຮີ, ກວ້າງປະມານ 3 ມມ, ຜິວລຽບມັນ, ສີຟ້າປົນສີຂຽວ, ປາຍແຫຼມເປັນຕິ່ງ, ໝາກສຸກເປັນສີມ່ວງດຳ, ອົມນ້ຳ. ແກ່ນຂະໜາດນ້ອຍ, ຈຳນວນຫຼາຍ.
ສັບພະຄຸນ:
ຮາກ: ນຳມາຕົ້ມດື່ມເປັນຢາບຳລຸງເລືອດ.
ເປືອກຕົ້ນ ຫຼື ຮາກ: ນຳມາຕົ້ມອາບແກ້ຜື່ນຄັນຈາກຢາງຂອງຕົ້ນດອກຮັກໄດ້.
ຮາກ, ເປືອກຕົ້ນ ແລະ ກິ່ງ: ຕົ້ມອາບແກ້ລົມພິດ.
ສິນຄ້າ:
ນ້ຳຢ່າງ: ທີ່ໄດ້ນຳໃຊ້ເຂົ້າການໝັກກາວ.
ພືດປະດັບ: ເນື່ອງຈາກດອກມີຄວາມສວຍງາມ ແລະ ມີກິ່ນຫອມຈຶ່ງນິຍົມນຳມາປູກ ເປັນໄມ້ປະດັບ.