ຕົ້ນແສ້

ຕົ້ນແສ້

Use
Fibre
Scientific Name / Family
Macaranga kurzii (Kuntze) Pax & K. Hoffm. / EUPHORBIACEAE
Synonyms
Macaranga andersonii Craib
Macaranga membranacea Kurz
Tanarius kurzii Kuntze
Other Names
ໄທ: ປໍແຕັບ, ສີຕີນ້ອຍ ແລະ ສະຕີປ່າ.
ຈີນ: 血桐属 ແລະ 尾叶血桐.
Botanical Description

ເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 8 ມ, ກິ່ງກ້ານຮຽວນ້ອຍ, ເປືອກນອກລຽບ, ມີປ່ອງອາກາດສີຂາວກະຈາຍຢູ່ທົ່ວ, ເປືອກໃນມີຢາງສີແດງເຂັ້ມ. ໃບດ່ຽວ, ຮຽງວຽນສະຫຼັບ, ຮູບໄຂ່ ຫຼື ຮູບສາມຫຼ່ຽມ, ຖານໃບກວ້າງ 4-8 ຊມ, ຍາວ 7-15 ຊມ, ໂຄນໃບມົນ ຫຼື ຕັດ, ຂອບລຽບ ຫຼື ເປັນວັກພູຕື້ນ, ປາຍຍາວເປັນຫາງ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວລຽບ ຫຼື ມີຂົນກະຈາຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ, ໂຄນໃບມີຕ່ອມສີນ້ຳຕານແດງ 1 ຄູ່, ໃບແກ່ກ່ອນຫຼົ່ນສີສົ້ມແດງ. ກ້ານໃບກົມ, ຍາວ 3-6 ຊມ, ສີແດງ. ດອກແຍກເພດໃນຕົ້ນດ່ຽວກັນ. ຊໍ່ດອກເພດຜູ້ເປັນຊໍ່ແບບກະຈະ, ອອກຕາມງ່າມໃບໃກ້ປາຍກິ່ງ ຫຼື ປາຍກິ່ງ, ຍາວ 4-10 ຊມ. ດອກຍ່ອຍມີ 6-7 ດອກ, ຂະໜາດປະມານ 1 ມມ. ກາບດອກມີ 3 ກີບ. ເກສອນເພດຜູ້ມີ 14-20 ອັນ. ຊໍ່ດອກເພດແມ່ອອກເປັນກະຈຸກກົມ, ກວ້າງປະມານ 4 ຊມ. ກາບດອກມີ 4 ກາບ, ກວ້າງປະມານ 3 ມມ. ເຕົ້າໄຂ່ຈັບເທິງ, ມີຕ່ອມທີ່ເປັນໜາມ, ປາຍຮວງຮັບແຍກອອກເປັນ 2 ແສກ, ຍາວປະມານ 10 ມມ. ໝາກຮູບກົມ, ຂະໜາດປະມານ 1 ຊມ, ມີ 2 ພູ, ມີໜາມ ແລະ ຂົນເປັນສັ້ນອອ່ນນຸ້ມ.

Description of Use

ພືດເສັ້ນໄຍ:
    ເປືອກ:
ໃຊ້ເຮັດເຊືອກ
ຄຸນປະໂຫຍດ:
    ທັງຕົ້ນ:
ເປັນອາຫານຂອງຊ້າງປ່າ
    ລຳຕົ້ນ: ໃຊ້ເປັນເຊື້ອໄຟໄດ້ດີ

    Contribute