ດອກທະກາງແດງ

ດອກທະກາງແດງ

Use
Medicine
Ornamental
Scientific Name / Family
Rhododendron simsii Planch. / ERICACEAE
Synonyms
Azalea indica var. simsii (Planch.) L.H.Bailey
Azalea indica var. simsii (Planch.) Rehder
Azalea prolifera Poit.
Azalea simsii (Planch.) H.F.Copel.
Rhododendron bellum W.P. Fang & G.Z. Li
Rhododendron bicolor P.C. Tam
Rhododendron calleryi Planch.
Rhododendron indicum var. formosanum Hayata
Rhododendron indicum var. ignescens Sweet
Rhododendron indicum var. puniceum Sweet
Rhododendron indicum var. simsii (Planch.) Maxim.
Rhododendron petilum P.C. Tam
Rhododendron simsii var. simsii
Rhododendron viburnifolium W.P. Fang
Other Names
ລາວ: ດອກແຫວ ແລະ ດອກທະກາງ.
ໄທ: ກຸລາບແດງ ແລະ ກຸລາບດອຍ.
ອັງກິດ: Indian Azalea ແລະ Sims’s Azalea.
ຈີນ: 杜鵑, 唐杜鵑, 中原氏杜鵑, 大屯杜鵑 ແລະ 紅杜鵑.
Conservation Status
Least Concern
Botanical Description

ເປັນໄມ້ຟຸ່ມ, ຂຽວຕະຫຼອດປີ. ລຳຕົ້ນສູງ 1-3 ມ, ແຕກກິ່ງຕໍ່າເປັນຟຸ່ມໃຫຍ່, ລຳຕົ້ນ ແລະ ກິ່ງມີຂົນສັ້ນສີນ້ຳຕານແດງປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກວຽນສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກວ້າງ 1-2.5 ຊມ, ຍາວ 2-6 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ ຫຼື ສີເງິນ, ມີຂົນສີນ້ຳຕານປົກຄຸມທັງສອງດ້ານ. ຊໍ່ດອກສັ້ນ, ອອກຕາມງ່າມໃບໃກ້ກັບປາຍກິ່ງ. ດອກຍ່ອຍມີ 2-7 ດອກ, ສີແດງ, ມີກິ່ນຫອມ. ກາບດອກເຊື່ອມຕິດກັນເປັນຮູບຖ້ວຍຕື້ນ, ປາຍແຍກອອກເປັນ 5 ແສກ, ສີຂຽວ, ດ້ານນອກມີຂົນ. ກີບດອກເຊື່ອມຕິດກັນເປັນຮູບຈວຍ, ປາຍແຍກອອກເປັນ 5 ແສກ, ຮູບໄຂ່. ເກສອນເພດຜູ້ມີ 10 ອັນ, ບໍ່ສະເໝີກັນ. ໝາກຮູບໄຂ່, ຍາວ 1-1.5 ຊມ, ມີຂົນສີນ້ຳຕານແດງ, ເມືອແກ່ຈະແຕກຕາມລວງຍາວ. ແກ່ນຈຳນວນຫຼາຍ, ແປ, ຂະໜາດນ້ອຍ, ມີປີກບາງໃສຈຳນວນຫຼາຍ.

Description of Use

ສັບພະຄຸນ:
    ໝາກ: ເປັນຢາລະບາຍ, ຊ່ວຍຂັບປັດສະວະ ແລະ ຊ່ວຍຫຼຸດໄຂມັນ.
    ດອກ: ແກ້ອາການວຽນຫົວໜ້າມືດຕາລາຍ ແລະ ແກ້ອາການເຈັບຫົວ.
ພືດປະດັບ: ເນື່ອງຈາກມີດອກທີ່ມີສີສັນສວຍງາມ ແລະ ສົ່ງກິ່ນຫອມຈິ່ງນິຍົມນຳໄປປູກເປັນພືດປະດັບໃນເຂດສູງ.

Contribute