ໜາມກະແທວແດງ

ໜາມກະແທວແດງ

Use
Medicine
Ornamental
Scientific Name / Family
Pterolobium macropterum Kurz / FABACEAE
Synonyms
Cantuffa macroptera (Kurz) Kuntze
Pterolobium indicum var. macropterum Baker
Pterolobium micranthum auct. non Gagnep.
Pterolobium sinense J.E. Vidal
Other Names
ໄທ: ກະແທວແດງ, ໜາມກະແທວ, ແກ້ວມືໄວ, ເກລອູ, ເຄືອຈ່າຍແດງ, ໜາມຈັບ, ໜາມຈາຍ ແລະ ໜາມຈາຍແດງ.
ຈີນ: 大翅老虎刺.
ຫວຽດນາມ: Dực thuỳ ແລະ song trắng đỏ.
Conservation Status
Least Concern
Botanical Description

ລຳຕົ້ນເປັນໄມຟຸ່ມ ຫຼື ເຄືອ, ເນື້ອໄມ້ແຂງ, ລຳຕົ້ນ ແລະ ກ້ານໃບມີໜາມງໍງຸ້ມກະຈາຍຢູ່ທົ່ວ. ໃບປະສົມຂັ້ນສອງແບບຂົນນົກປາຍຄູ່, ອອກຮຽງສະຫຼັບ. ໃບຍ່ອຍມີ 7-10 ຄູ່, ອອກຮຽງກົງກັນຂ້າມ, ຮູບຂອບຂະໜານ​ ຫຼື ຮູບໄຂ່, ກ້ວາງ 5-7 ມມ, ຍາວ 8-12 ມມ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ ຫຼື ວ້ຳຕື້ນ, ຜິວໃບລຽບທັງສອງດ້ານ, ກ້ານໃບຍ່ອຍສັ້ນຫຼາຍ. ຊໍ່ດອກແບບແຕກແໜງຕັ້ງຂຶ້ນ, ອອກຕາມງ່າມໃບ ແລະ ປາຍກິ່ງ, ຍາວ 10-15 ຊມ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວ ຫຼື ບົວອ່ອນ, ຂະໜາດນ້ອຍ. ກາບດອກມີ 5 ກາບ, ຮູບຮີ, ພັບຄືນໄປທາງຫຼັງ. ກີບດອກມີ 5 ກີບ, ຮູບບ່ວງ. ເກສອນເພດຜູ້ມີເຊື່ອມກັນເປັນມັດ, ກ້ານຊູຖົງລະອອງຍາວ 1-2 ມມ. ໝາກເປັນຝັກແປ, ຮູບຮີ ຫຼື ຮູບຂອບຂະໜານ, ກ້ວາງປະມານ 12 ມມ, ຍາວປະມານ 20 ມມ, ມີປີກ 1 ອັນ, ປີກຍາວ 3-5 ຊມ, ໝາກອ່ອນສີບົວ ຫຼື ສີແດງເຂັ້ມ, ໝາກແກ່ສີນ້ຳຕານ. ແກ່ນມີ 1 ແກ່ນ, ຮູບຮີ, ເນື້ອແຂງ.

Description of Use

ສັບພະຄຸນ:
    ເປືອກ: ຕົ້ມລ້າງແຜ, ຂ້າເຊື້ອ ແລະ ຮັກສາແຜ.
    ລຳຕົ້ນ: ຕົ້ມດື່ມເປັນຢາອາຍຸວັນນະ, ເສີມສະມັດຕະພາບທາງເພດ ແລະ ຮັກສາພະຍາດໄຂຂໍ້ອັກເສບ.
ພືດປະດັບ: ຖືກນຳໄປປູກເປັນຟຸ່ມປະດັບ.
ຄຸນປະໂຫຍດ:
    ໃບ ແລະ ຍອດ: ເປັນແຫຼ່ງອາຫານທີ່ສົມບູນຂອງສັດປ່າ.

Contribute