ສ້ຽວປ່າ

ສ້ຽວປ່າ

Use
Food
Fibre
Medicine
Ornamental
Scientific Name / Family
Bauhinia saccocalyx Pierre / FABACEAE
Synonyms
Other Names
ລາວ: ສ້ຽວປ່າ ແລະ ສາມປັນ.
ໄທ: ສ້ຽວປ່າ, ຄິງໂຄ, ຊົງໂຄ, ສົ້ມສ້ຽວ, ສົ້ມສ້ຽວໂພະ, ສ້ຽວດອກຂາວ ແລະ ສ້ຽວເຄືອ.
ຫວຽດນາມ: Móng bò đài túi.
ຈີນ: 宮粉羊蹄甲.
Botanical Description

ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງປະມານ 10 ມ, ແຕກກິ່ງກ້ານເປັນຟຸ່ມຕ່ຳ, ລຳຕົ້ນຂຸຂະ, ເປືອກແຕກເປັນຮ່ອງຕື້ນ ແລະ ເລິກຕາມລຳຕົ້ນ, ສີເທົາປົນສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ກວ້າງ ຫຼື ຮູບໝາກໄຂ່ຫຼັງ, ເປັນສອງສັນ, ກ້ວາງ 5-9 ຊມ, ຍາວ 6-10 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍແສກແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງລຽບ, ຜິວໃບດ້ານລຸ່ມມີຂົນ ແລະ ຕ່ອມນ້ຳມັນສີນ້ຳຕານກະຈາຍຢູ່ທົ່ວ. ກ້ານໃບຮູບກົມ, ຍາວ 2-3.5 ຊມ, ແຂງ. ຫູໃບຂະໜາດນ້ອຍ, ຫຼົ່ນງ່າຍ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບໃກ້ກັບປາຍກິ່ງ, ປະມານ 7 ຊມ, ຍາວດອກແຍກເພດຢູ່ຕ່າງຕົ້ນກັນ. ດອກຍ່ອຍຈຳນວນຫຼາຍ, ດອກບານເຕັມທີມີຂະໜາດ 1-1.4 ຊມ, ສີຂາວ ຫຼື ສີບົວອ່ອນ. ກາບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 2 ແສກ. ກີບດອກມີ 5 ກີບ, ຮູບໄຂ່ປີ້ນ ຫຼື ຮູບຂອບຂະໜານ, ປາຍມົນ. ດອກເພດຜູ້ບໍ່ເປັນໝັນ, ເກສອນເພດຜູ້ 10 ອັນ, ຢື່ນອອກກາຍດອກ 5 ອັນ, ບໍ່ມີເຕົ້າໄຂ່. ດອກເພດແມ່ມີເກສອນເພດຜູ້ເປັນໝັນ, ລັກສະນະຄ້າຍເສັ້ນດ້າຍຈຳນວນ 10 ເສັ້ນ. ເຕົ້າໄຂ່ຈັບເທິງ, ມີຂົນອ່ອນນຸ້ມປົກຄຸມ. ໝາກເປັນຝັກ, ຮູບຂອບຂະໜານ ຫຼື ຮູບຫອກປີ້ນ, ກ້ວາງ 2-2.5 ຊມ, ຍາວ 7-14 ຊມ, ຜິວລຽບ, ປາຍແຫຼມ, ໝາກແກ່ຈະແຕກ. ແກ່ນມີ 3-5 ແກ່ນ, ຮູບແປ.

Description of Use

ອາຫານ: ຍອດ: ສາມາດນຳມາລວກກັບແຈ່ວ ຫຼື ໃຊ້ແກງແຄໄດ້.
ສັບພະຄຸນ: ໃບ: ຕຳແລ້ວນຳມາຕົ້ມດື່ມວັນລະສາມຈອກເປັນຢາຟອກເລືອດ.
ເສັ້ນໄຍ: ເປືອກ: ມີເສັ້ນໄຍໃຊ້ເຮັດເຊືອກໄດ້.
ພືດປະດັບ: ໃຊ້ປູກເປັນໄມ້ປະດັບຕາມແຄມທາງທົ່ວໄປເນື່ອງຈາກໃຫ້ຮົ່ມເງົາໄດ້ດິີ, ດອກມີຄວາມສວຍງາມ ແລະ ໃຫ້ກິ່ນຫອມ.

Contribute