ດອກຕ້າງນົມໝູ / Dok Tarng Nom Nou

ດອກຕ້າງນົມໝູ / Dok Tarng Nom Nou

Use
Medicine
Ornamental
Scientific Name / Family
Hoya verticillata (Vahl) G. Don / Apocynaceae
Synonyms
Sperlingia verticillata Vahl
Other Names
ໄທ: ຕາງ, ເນື້ອໝາກຕ່ອມ, ລີ້ນເຫ້ຍ, ນົມພິຈິດ ແລະ ນົມໝູ.
ອັງກິດ: Ridley's Hoya ແລະ Whorled Wax Flower.
Botanical Description

ເປັນພືດອີງອາໄສ, ເກີດຕົ້ນໄມ້ ແລະ ກິ່ງກ້ານ. ລຳຕົ້ນມີປ້ອງ, ບໍ່ມີກິ່ງກ້ານ, ຜິວລຽບ, ທຸກສ່ວນມີຢາງສີຂາວ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບຮີ, ຮູບຫົວໃຈ ຫຼື ຮູບຂອບຂະໜານ, ກ້ວາງ 2-2.5 ຊມ, ຍາວ 4-5 ຊມ, ໂຄນໃບແຫຼມ ຫຼື ຮູບຫົວໃຈ, ຂອບລຽບ, ປາຍແຫຼມ, ແຜ່ນໃບອວບໜາ ແລະ ແຂງ, ຜິວໃບດ້ານເທິງມີລວດລາຍ ແລະ ສີສັນຫຼາຍກວ່າດ້ານລຸ່ມ, ຜິວລຽບມັນ, ມີທັງສີແດງ, ສີນ້ຳຕານ ແລະ ສີຂຽວ. ຊໍ່ດອກແບບດິ້ວຄັນຮົ່ມ, ອອກບໍລີເວນງ່າມໃບ. ດອກຍ່ອຍບາງທີມີຈຳນວນນ້ອບ ແລະ ບາງທີມີຈຳນວນຫຼາຍ, ສີຂາວ, ມີຈຸດສີເຫຼືອງຢູ່ກາງ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກເປັນ 5 ແສກງຸ້ມລົງ. ໝາກເປັນໝາກກຸ່ມ, ເປັນຝັກຄູ່, ຮູບຮີຍາວ, ຂະໜາດນ້ອຍ, ເມື່ອແກ່ເປັນສີດຳ. ແກ່ນຈຳນວນຫຼາຍ, ຂະໜາດນ້ອຍ, ຮູບຊົງກະບອກ, ປາຍແຫຼມ, ໂຄນມີພູສີຂາວຕິດຢູ່.

Description of Use

ສັບພະຄຸນ:
    ໃບ ແລະ ຢ່າງ: ໃຊ້ປຸງເປັນສະໝູນໄພຂັບປັດສະວະ.
ພືດປະດັບ: ເນື່ອງຈາກໃບມີລັກຮູບຮ່າງແປກ ແລະ ຍັງມີດອກທີ່ສວຍງາມຈຶ່ງນິຍົມນຳມາປູກເປັນໄມ້ປະດັບ.

Contribute