ກ້ວຍໝູສັງ / Kuay Mou Sang

ກ້ວຍໝູສັງ / Kuay Mou Sang

Use
Food
Medicine
Ornamental
Scientific Name / Family
Uvaria littoralis (Blume) Blume /ANNONACEAE
Synonyms
Guatteria cordata Dunal
Guatteria rufa Lindl.
Unona camphorata Blanco
Unona littoralis Blume
Uva cordata (Dunal) Kuntze
Uva synsepala (Miq.) Kuntze
Uvaria acrantha Miq.
Uvaria cordata (Dunal) Wall.
Uvaria gamopetala Zoll.
Uvaria macrophylla Roxb. ex Wall.
Uvaria ovalifolia Blume
Uvaria rufescens A.DC.
Uvaria sorzogonensis C.Presl
Uvaria synsepala Miq.
Other Names
ໄທ: ກ້ວຍໝູສັງ, ກາລຽບ, ນົມແມວໃຫຍ່, ນົມຄວາຍ, ນົມງົວ, ນົມຊ້າງ, ລາເກາະ ແລະ ຊູບ່ຽງ.
ອັງກິດ: Gagh-ranga.
ຈີນ: 紫玉盘.
Botanical Description

ລຳຕົ້ນເປັນເຄືອ, ມີຂະໜາດໃຫຍ່, ເນື້ອໄມ້ແຂງ, ກິ່ງອ່ອນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 4-6 ຊມ, ຍາວ 8-12 ຊມ, ໂຄນໃບມົນ ຫຼື ວ້ຳເລັກນ້ອຍ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້ານຄືໜັງ, ໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບ ຫຼື ມີຂົນຕາມເສັ້ນກາງໃບ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນສີນ້ຳຕານປົກຄຸມທົ່ວ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຕາມປາຍຍອດ. ດອກຍ່ອຍມີ 1-3 ດອກ, ສີແດງ ຫຼື ສີແດງເຂັ້ມ, ມີກິ່ນຫອມ. ກາບດອກມີ 3 ກາບ, ຮູບໄຂ່, ມີຂົນສີນ້ຳຕານດ້ານນອກ. ກີບດອກມີ 6 ກີບຮຽງເປັນ 2 ວົງ, ຮູບໄຂ່ປີ້ນ. ເກສອນເພດຜູ້ຈັບເປັນກຸ່ມແໜ້ນ, ສີຂາວ. ໝາກກຸ່ມ, ໝາກຍ່ອມມີ 20-35 ໝາກ, ຮູບຮີ ຫຼື ຮູບຊົງກະບອກ, ມີຂົນກະຈາຍບາງໆ, ໝາກແກ່ເປັນສີເຫຼືອງ, ສຸກແລ້ວເປັນສີແດງ. ແກ່ນມີຈຳນວນຫຼາຍ.

Description of Use

ອາຫານ: ໝາກສຸກ: ຮັບປະທານເປັນໝາກໄມ້ໄດ້.
ສັບພະຄຸນ: ເປືອກ ແລະ ແກນໄມ້: ແຊ່່ນ້ຳດື່ມເປັນຢາບຳລຸງເລືອດ.
    ເປືອກຕົ້ນ: ຕົ້ມດື່ມເປັນຢາແກ້ກະໄສ້ເສັ້ນ ແລະ ແກ້ອາການປວດເມື່ອຍ.
ພືດປະດັບ: ຖືກນຳມາປູກເປັນພືດປະດັບ.

Contribute