ກ້ວຍໝູສັງ / Kuay Mou Sang
APA 6th ed. ກ້ວຍໝູສັງ / Kuay Mou Sang. (2021, June 18). Retrieved from https://www.phakhaolao.la/kb/0001191
MLA 8th ed. ກ້ວຍໝູສັງ / Kuay Mou Sang. Pha Khao Lao, 18 June 2021, https://www.phakhaolao.la/kb/0001191.
Chicago 17th ed. Pha Khao Lao. 2021. "ກ້ວຍໝູສັງ / Kuay Mou Sang." Published June 18, 2021. https://www.phakhaolao.la/kb/0001191.
Guatteria rufa Lindl.
Unona camphorata Blanco
Unona littoralis Blume
Uva cordata (Dunal) Kuntze
Uva synsepala (Miq.) Kuntze
Uvaria acrantha Miq.
Uvaria cordata (Dunal) Wall.
Uvaria gamopetala Zoll.
Uvaria macrophylla Roxb. ex Wall.
Uvaria ovalifolia Blume
Uvaria rufescens A.DC.
Uvaria sorzogonensis C.Presl
Uvaria synsepala Miq.
ອັງກິດ: Gagh-ranga.
ຈີນ: 紫玉盘.
ລຳຕົ້ນເປັນເຄືອ, ມີຂະໜາດໃຫຍ່, ເນື້ອໄມ້ແຂງ, ກິ່ງອ່ອນມີຂົນສີນ້ຳຕານປົກຄຸມຢ່າງໜາແໜ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 4-6 ຊມ, ຍາວ 8-12 ຊມ, ໂຄນໃບມົນ ຫຼື ວ້ຳເລັກນ້ອຍ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບໜາຄ້ານຄືໜັງ, ໜຽວ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວລຽບ ຫຼື ມີຂົນຕາມເສັ້ນກາງໃບ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນສີນ້ຳຕານປົກຄຸມທົ່ວ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຕາມປາຍຍອດ. ດອກຍ່ອຍມີ 1-3 ດອກ, ສີແດງ ຫຼື ສີແດງເຂັ້ມ, ມີກິ່ນຫອມ. ກາບດອກມີ 3 ກາບ, ຮູບໄຂ່, ມີຂົນສີນ້ຳຕານດ້ານນອກ. ກີບດອກມີ 6 ກີບຮຽງເປັນ 2 ວົງ, ຮູບໄຂ່ປີ້ນ. ເກສອນເພດຜູ້ຈັບເປັນກຸ່ມແໜ້ນ, ສີຂາວ. ໝາກກຸ່ມ, ໝາກຍ່ອມມີ 20-35 ໝາກ, ຮູບຮີ ຫຼື ຮູບຊົງກະບອກ, ມີຂົນກະຈາຍບາງໆ, ໝາກແກ່ເປັນສີເຫຼືອງ, ສຸກແລ້ວເປັນສີແດງ. ແກ່ນມີຈຳນວນຫຼາຍ.
ອາຫານ: ໝາກສຸກ: ຮັບປະທານເປັນໝາກໄມ້ໄດ້.
ສັບພະຄຸນ: ເປືອກ ແລະ ແກນໄມ້: ແຊ່່ນ້ຳດື່ມເປັນຢາບຳລຸງເລືອດ.
ເປືອກຕົ້ນ: ຕົ້ມດື່ມເປັນຢາແກ້ກະໄສ້ເສັ້ນ ແລະ ແກ້ອາການປວດເມື່ອຍ.
ພືດປະດັບ: ຖືກນຳມາປູກເປັນພືດປະດັບ.