ກະດອງເຕົ່າຫັກ / Kradong Tao Hak
APA 6th ed. ກະດອງເຕົ່າຫັກ / Kradong Tao Hak. (2021, June 11). Retrieved from https://www.phakhaolao.la/kb/0001188
MLA 8th ed. ກະດອງເຕົ່າຫັກ / Kradong Tao Hak. Pha Khao Lao, 11 June 2021, https://www.phakhaolao.la/kb/0001188.
Chicago 17th ed. Pha Khao Lao. 2021. "ກະດອງເຕົ່າຫັກ / Kradong Tao Hak." Published June 11, 2021. https://www.phakhaolao.la/kb/0001188.
ຈີນ: 五指山蓝.
ຫວຽດນາມ: Cẩm mác.
ເປັນພືດລົ້ມລຸກ. ລຳຕົ້ນສູງປະມານ 1.5 ມ, ຕາມລຳຕົ້ນ ແລະ ກ້ານໃບມີຂົນສັ້ນປົກຄຸມ. ໃບດ່ຽວ, ອອກຮຽງກັງກົນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບຫອກ, ກ້ວາງ 2.5-6 ຊມ, ຍາວ 8-14 ຊມ, ໂຄນໃບແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບລຽບ ຫຼື ມີຂົນຂຸຍເລັກນ້ອຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວອ່ອນ. ກ້ານໃບຍາວ 1-2 ຊມ, ມີຂົນກະຈາຍຢ່າງໜາແໜ້ນ. ຊໍ່ດອກແບບກະຈະ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 4-6 ຊມ. ດອກຍ່ອຍມີຈຳນວນຫຼາຍ, ບານເຕັມທີ່ກ້ວາງ 2.5-3.5 ຊມ, ສີບົວ ຫຼື ສີມ່ວງ. ກາບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 5 ແສກ, ປາຍແຫຼມ, ສີຂຽວ. ກີບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 2 ແສກ, ຂະໜາດບໍ່ເທົ່າກັນ, ກີບເທິງຮູບໄຂ່ ຫຼື ຮູບຂອບຂະໜານ, ກີບລຸ່ມຮູບຮີ ຫຼື ຮູບຫອກ. ເກສອນເພດຜູ້ມີ 2 ອັນ. ໝາກເປັນຝັກ, ຮູບຮີ, ຍາວປະມານ 1.5 ຊມ, ແກ່ແລ້ວແຕກ. ແກ່ນມີປະມານ 4 ແກ່ນ, ຂະໜາດນ້ອຍ, ຮູບໄຂ່ແປ.
ສັບພະຄຸນ:
ຮາກ: ຝົນກັບເຫຼົ້າໃຊ້ທາລີ້ນແກ້ຊາງ.
ໃບ: ຕຳພອກແຜແກ້ອັກເສບ, ບວມ ແລະ ແຜຕິດເຊື້ອ.
ພືດປະດັບ:
ດອກ: ມີຄວາມສວຍງາມ ແລະ ປູກງ່າຍຈຶ່ງປູກເປັນໄມ້ປະດັບໄດ້ດີ.