ຕາວຮ້າງໃຫຍ່ / Giant Caryota

ຕາວຮ້າງໃຫຍ່ / Giant Caryota

Use
Food
Ornamental
Scientific Name / Family
Caryota obtusa Griff. / ARECACEAE
Synonyms
Caryota gigas Hahn ex Hodel
Caryota obtusidentata Griff.
Caryota rumphiana var. indica Becc.
Other Names
ໄທ: ເຕົ່າຮ້າງຍັກ, ເຕົ່າຮ້າງນ່ານເຈົ້າ ແລະ ເຕົ່າຮ້າງພູຄາ
ອັງກິດ: Giant Mountain Fishtail Palm
ຈີນ: 董棕
Conservation Status
Near Threatened
Botanical Description

ຈັດເປັນໄມ້ຢືນຕົ້ນ, ລຳຕົ້ນຕັ້ງຊື່, ສູງ 20-35 ມ, ເສັ້ນຜ່າສູນກາງ 50-90 ຊມ, ມີຂະໜາດໃຫຍ່, ຕົ້ນດ່ຽວ, ມີຮອຍກາບໃບຢູ່ທົ່ວລຳຕົ້ນ, ລັກສະນະຄືຕົ້ນປາມ. ໃບປະສົມຂັ້ນສອງແບບຂົນນົກປາຍຄີກ, ອອກວຽນສະຫຼັບ, ຢູ່ບໍລິເວນສ່ວນປາຍຍອດ, ມີປະມານ 4-11 ໃບ, ຍາວ 5-7 ມ. ກ້ານໃບລວມມີຮ່ອງທາງດ້ານເທິງຄ້າຍຮູບໂຕຢູ, ຍາວ 1-2 ມ. ໃບຍ່ອຍຈຳນວນຫຼາຍ, ຮູບວີ ຫຼື ຮູບຫາງປາ, ກ້ວາງ 3-4 ຊມ, ໂຄນໃບແຫຼມ, ຂອບເປັນຄື້ນ, ປາຍແຫຼມ. ຊໍ່ດອກແບບຫາງກະຫອກຫ້ອຍລົງ, ອອກຕາມງ່າມໃບ, ຍາວປະມານ 5 ມ. ດອກຍ່ອຍຈຳນວນຫຼາຍ, ດອກແຍກເພດໃນຕົ້ນດຽວກັນ. ດອກເພດຜູ້ຍາວປະມານ 15 ມມ. ກາບດອກຮູບໄຂ່, ຍາວ 5-7 ມມ. ກີບດອກຍາວປະມານ 14 ມມ, ສີເຫຼືອງ. ເກສອນເພດຜູ້ມີປະມານ 80 ອັນ. ດອກເພດແມ່ຍາວປະມານ 10 ມມ. ກາບດອກຍາວປະມານ 5 ມມ, ສີຂຽວ. ກີບດອກຍາວປະມານ 8 ມມ, ສີເຫຼືອງ. ໝາກຮູບກົມ, ມີເສັ້ນຜ່າສູນກາງປະມານ 3,5 ຊມ, ມີແດງ. ແກ່ນມີ 2 ແກ່ນ.

Description of Use

ຍອດອ່ອນ(ຫົວ): ເຮັດໃຫ້ສຸກໃຊ້ປະກອບອາຫານຄືຍອດໝາກພ້າວ.
ພືດປະດັບ: ນິຍົມນຳມາປູກເປັນພືດປະດັບ.
ຄຸນປະໂຫຍດ:
    ໝາກສຸກ: ເປັນອາຫານຂອງຊະນີ ແລະ ເຫງັນ.

Contribute