ຂົມຫີນ / Rockweed
APA 6th ed. ຂົມຫີນ / Rockweed. (2021, June 11). Retrieved from https://www.phakhaolao.la/kb/0001182
MLA 8th ed. ຂົມຫີນ / Rockweed. Pha Khao Lao, 11 June 2021, https://www.phakhaolao.la/kb/0001182.
Chicago 17th ed. Pha Khao Lao. 2021. "ຂົມຫີນ / Rockweed." Published June 11, 2021. https://www.phakhaolao.la/kb/0001182.
Adicea microphylla var. trianthemoides (Sw.) Kuntze
Chamaecnide microphylla Nees ex Miq.
Dubrueilia microphylla (L.) Gaudich.
Parietaria microphylla L.
Pilea microphylla var. longifolia Wedd.
Pilea muscosa Lindl.
Pilea muscosa var. microphylla (L.) Wedd.
Pilea portula Liebm.
Pilea serpyllacea (Kunth) Liebm.
Pilea succulenta Hook. f.
Pilea trianthemoides var. microphylla (L.) Wedd.
Urtica microphylla (L.) Sw.
Urtica serpyllacea Kunth
ອັງກິດ: Artillery Gun Plant, Gunpowder plant ແລະ Rockweed
ຫວຽດນາມ: Lăn tăn
ເປັນພືດລົ້ມລຸກ, ລຳຕົ້ນເລືອຕາມພື້ນ, ສູງປະມານ 20 ຊມ, ເນື້ອອວບໜາ, ແຕກກິ່ງຫຼາຍ, ຜິວລຽບມັນ, ສີຂຽວ. ຫູໃບຮູບສາມຫຼ່ຽມ, ຍາວປະມານ 0,5 ມມ, ເນື້ອບາງ, ຕິດທົນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ຮູບຮີ ຫຼື ຮູບໄຂ່ປີ້ນ, ຂະໜາດບໍ່ເທົ່າກັນ, ຍາວ 2-7 ມມ, ໂຄນໃບຮູບຫຼິ່ມ, ຂອບລຽບ, ປາຍມົນ, ແຜ່ນໃບອົມນ້ຳ, ຜິວໃບດ້ານເທິງລຽບມັນ, ຜິວໃບດ້ານລຸ່ມມີພຶກຊິລໂທຣີນເປັນຮອຍຂີດທົ່ວ. ກ້ານໃບຍາວ 1-4 ມມ, ເນື້ອອົມນ້ຳ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ, ກ້ານຊໍ່ດອກສັ້ນຫຼາຍ ຫຼື ອາດບໍ່ມີເລີຍ. ດອກຍ່ອຍມີປະມານ 14 ດອກ, ມີຂະໜາດນ້ອຍ, ເປັນດອກແຍກເພດໃນຕົ້ນດຽວກັນ. ດອກເພດຜູ້ມີກ້ານດອກຍາວປະມານ 0.7 ມມ. ກີບລວມຈັບເປັນວົງ, ມີ 3-4 ກີີບ, ຮູບໄຂ່, ປາຍຕິງໜາມ. ເກສອນເພດຜູ້ມີ 3-4 ອັນ. ດອກເພດແມ່ມີກີບລວມ 3 ກີບ, ຮູບຂອບຂະໜານ, ຂະໜາດບໍ່ເທົ່າກັນ, ປາຍຕິ່ງໜາມ. ເຕົ້າໄຂ່ຈັບເທິງ, ຮູບໄຂ່, ມີ 1 ຫ້ອງ ແລະ 1 ເມັດໄຂ່, ຮວງຮັບມີຂົນ. ໝາກແຫ້ງ, ແປ, ມີວົງກີບລວມຫໍຫຸ້ມເອົາໄວ້, ໝາກແຫ້ງແລ້ວແຕກ. ແກ່ນຮູບໄຂ່, ຍາວປະມານ 0.5 ມມ, ຜິວລຽບ.
ສັບພະຄຸນ:
ຮາກ: ແກ້ລິດຊີດວງ ແລະ ເປັນຢາແກ້ຝີ.
ທັງຕົ້ນ: ຊ່ວຍຫຼຸດລະດັບນຳຕານໃນເລືອດ, ຊ່ວຍຂັບເສມຫະ, ເຮັດໃຫ້ປ່ວນທ້ອງປວດຮາກ, ຊ່ວຍຂັບລົມ, ເປັນຢາລະບາຍ, ຂັບປັດສະວະ, ແກ້ດີພິການ ແລະ ແກ້ຟົກບວມໃນທ້ອງ.
ໃບ: ຕຳພອກຮັກສາຝີ.
ດອກ: ເປັນຢາບຳລຸງເລືອດ, ຂັບເລືອດ, ແກ້ລົມອັກເສບ ແລະ ແກ້ອາການເຈັບທ້ອງ.
ພືດປະດັບ:
ປັດຈຸບັນຖືກນິຍົມນຳມາປູກໃນໂຖ ຫຼື ເຂດນ້ຳຕົກຕາດເພື່ອປະດັບຄວາມສວຍງາມ.