ຕົ້ນໄຟເດືອນຫ້າ

ຕົ້ນໄຟເດືອນຫ້າ

Use
Ornamental
Scientific Name / Family
Acer calcaratum Gagnep. / ACERACEAE
Synonyms
Acer craibianum Delendick
Acer isolobum Kurz
Acer osmastonii Gamble
Acer wilsonii subsp. burmense A.E.Murray
Other Names
ໄທ: ກ່ວມແດງ, ເມເປີດແດງ ແລະ ໝາກເຍົາດົງ
ຈີນ: 陈又生
Conservation Status
Vulnerable
Botanical Description

ເປັນໄມ້ຢືນຕົ້ນ, ປ່ຽນໃບ. ລຳຕົ້ນສູງ 12-25 ມ, ແຕກກິ່ງກ້ານຕ່ຳ, ປາຍຍອດເປັນຟຸ່ມຊົງກົມ, ເປືອກລຽບ, ສີເທົາປົນສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງສະຫຼັບຕັ້ງສາກ, ໃບວໍ້າເປັນ 3 ແສກ, ກ້ວາງ  6-8 ຊມ, ຍາວ 8-10 ຊມ, ໂຄນໃບວ້ຳຕື້ນ, ຂອບລຽບ, ປາຍແຫຼມ, ໃບປ່ຽນສີເປັນສີແດງ ຫຼື ສີມ່ວງຊ່ວງປ່ຽນໃບໃນລະດູໜາວ, ໃບອ່ອນສີນ້ຳຕານແດງ. ຊໍ່ດອກສັ້ນ, ອອກຕາມປາຍກິ່ງ. ດອກຍ່ອຍຂະໜາດນ້ອຍ, ສີຂາວ. ກີບດອກມີ 5 ກີບ, ຮູບໄຂ່ ຫຼື ຮູບຫອກປີ້ນ, ຂອບຫຍໍ້. ເກສອນເພດຜູ້ມີ 8 ອັນ, ກ້ານຊູລະອອງສີຂາວ ຫຼື ສີຂຽວອ່ອນ, ຖົງລະອອງເກສອນຮູບໝາກໄຂ່ຫຼັງ, ສີແດງ. ໝາກແຫ້ງ, ຂະຫຍາຍຕົົວພຽງໝາກດຽວ, ສ່ວນເທິງມີປີກຍາວ, ໝາກສ່ວນໃຫຍ່ຍັງບໍ່ສົມບູນ, ແຕ່ລະຊໍ່ມີໝາກ 1-4 ໝາກ.

Description of Use

ການນຳໃຊ້: ນິຍົມປູກເປັນໄມ້ປະດັບ ແລະ ໄມ້ສາມາດນຳມາເຮັດຕູ້, ຕັ່ງ, ໂຕະ, ຕຽງ ແລະ ເຄື່ອງໃຊ້ພາຍໃນເຮືອນ.

Contribute