ຕົ້ນສາອາມ / Sa aam

ຕົ້ນສາອາມ / Sa aam

Use
Food
Medicine
Scientific Name / Family
Crypteronia paniculata Blume / CRYPTERONIACEAE
Synonyms
Crypteronia glabra (Wall.) Planch. ex Endl.
Crypteronia glabra (Wall.) Blume
Crypteronia leptostachya (Planch.) Endl.
Crypteronia lutea (Blanco) Blume
Crypteronia paniculata var. glabra (Wall.) Kurz
Crypteronia paniculata var. leptostachya (Planch.) Koord. & Valeton
Crypteronia paniculata var. paniculata
Crypteronia pubescens (Wall.) Blume
Crypteronia wallichii A.DC.
Henslowia glabra Wall.
Henslowia leptostachya Planch.
Quilamum luteum Blanco
Other Names
ລາວ: ສາອາມ ແລະ ປະອາມ.
ໄທ: ກຣອມ, ກະທົງລອຍ, ຊອມ, ກະຊ້ອມ, ຂີ້ມົດ, ເໝືອດເຊາະ, ຄັບ, ປີກຸຍ, ກະອາມ ແລະ ສີດາປ່າ.
ຈີນ: 隐翼木.
Conservation Status
Least Concern
Botanical Description

ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 30 ມ, ມີຂໍ້, ກິ່ງງ່າຮູບສີ່ຫຼ່ຽມ, ບໍລິເວນຂໍ້ຈະໂນນຂຶ້ນ, ຜິວລຽບ, ເປືອກໜາ, ມີຮອຍແຕກ ແລະ ຂ້ອນຂ້າງມີເກັດບາງໆ, ສີນ້ຳຕານປົນເທົາ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 4-10 ຊມ, ຍາວ 10-20 ຊມ, ໂຄນໃບມົນ, ຂອບລຽບ, ປາຍໃບມົນ ຫຼື ເປັນຕິ່ງໜາມ, ຜິວກ້ຽງທັງສອງດ້ານ. ຫູໃບຂະໜາດນ້ອຍ, ຫຼົ່ນງ່າຍ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນງ່າມໃບ ແລະ ປາຍກິ່ງ. ດອກແຍກເພດຕ່າງຕົ້ນກັນ, ດອກຂະໜາດນ້ອຍ, ສີຂຽວອ່ອນ ຫຼື ສີເຫຼືອງອ່ອນ. ກາບດອກໂຄນເຊື່ອມຕິດກັນເປັນຮູບຖ້ວຍ, ປາຍແຍກອອກເປັນ 5 ແສກ, ບໍ່ມີກີບດອກ. ເກສອນເພດຜູ້ມີ 5 ອັນ, ສັ້ນ. ເຕົ້າໄຂ່ມີ 2 ຫ້ອງ, ປາຍຮວງຮັບແຍກອອກເປັນ 3 ແສກ. ໝາກຮູບກົມ, ມີເສັ້ນຜ່າສູນກາງປະມານ 0.5 ຊມ, ໝາກແຫ້ງແລ້ວແຕກອອກເປັນ 2 ແສກ. ແກ່ນມີຈຳນວນຫຼາຍ, ມີປີກ.

Description of Use

ອາຫານ:

    ຍອດອ່ອນ: ສາມາດກິນເປັນຜັກສົດ, ປຸງໃນຍຳສະຫຼັດ ຫຼື ເຮັດໃຫ້ສຸກເພື່ອຮັບປະທານເປັນຜັກ.

ສັບພະຄຸນ:

    ເປືອກ: ຮັກສາແຜ່ພຸພອງ.

ຄຸນປະໂຫຍດ:

    ເນື້ອໄມ້: ລະອຽດ, ແຂງປານກາງ, ຕົບແຕ່ງງ່າຍ ແລະ ຂັດເງົາໄດ້ດີຈຶງນິຍົມນຳມາເຮັດແກັດໃສ່ເຄື່ອງ ຫຼື ກໍ່ສ້າງໃນຮົ່ມ ແລະ ໃຊ້ເຮັດເຄື່ອງເຟີນິເຈີ.
    ໄມ້: ໃຊ້ເປັນຟືນສຳລັບເຊື້ອໄຟ

Contribute