ຕົ້ນປະອົງ / Pa ong

ຕົ້ນປະອົງ / Pa ong

Use
Medicine
Oil Extract
Scientific Name / Family
Calophyllum dryobalanoides Pierre / GUTTIFERAE
Synonyms
Other Names
ໄທ: ຕົ້ນພະອົງ ແລະ ຕົ້ນປະອົງ.
ຫວຽດນາມ: Cà ghét.
Conservation Status
Least Concern
Botanical Description

ເປັນໄມ້ຢືນຕົ້ນ, ຂຽວຕະຫຼອດປີ. ລຳຕົ້ນສູງ 8-10 ມ, ກິ່ງງ່າມີຂົນອ່ອນນຸ້ມກະຈາຍຢ່າງໜາແໜ້ນ, ສີນ້ຳຕານປົນສີເຫຼືອງ, ເປືອກມີຮອຍແຕກເລິກ, ສີຂຽວປົນສີເຫຼືອງ, ມີນ້ຳຢາງໄຫຼ່ອອກເປັນສີເຫຼືອງ ຫຼື ສີຂຽວອ່ອນ, ເປືອກໃນເປັນເສັ້ນໄຍ, ສີອອກແດງ. ໃບດ່ຽວ, ຈັບຮຽງກົງກັນຂ້າມ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 2-3.5 ຊມ, ຍາວ 5-10 ຊມ, ໂຄນໃບແຫຼມ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຕິ່ງໜາມ, ຜິວໃບດ້ານເຖິງເປັນສີຂຽວເຂັ້ມ, ລຽບ. ຊໍ່ດອກແບບແຕກແໜ່ງ, ອອກບໍລິເວນປາຍຍອດ ຫຼື ບໍລິເວນຂ້າງ, ຍາວ 6-8 ຊມ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວ. ກີບດອກມີ 4 ກີບ,ຮູບໄຂ່ ຫຼື ຮູບກົມ. ເກສອນເພດຜູ້ຈຳນວນຫຼາຍ, ສີເຫຼືອງ. ໝາກມີເນື້ອ, ຮູບກົມ, ໝາກອ່ອນສີຂຽວ, ໝາກແກ່ສີເຫຼືອງ. ແກ່ນມີ 1 ແກ່ນ, ຮູບກົມ, ສີນ້ຳຕານຫຼື ສີເຫຼືອງ.

Description of Use

ນ້ຳມັນຫອມລະເຫີຍ:
    ລຳຕົ້ນ: ມີນ້ຳມັນຫອມລະເຫີຍສາມາດນຳໄປສະກັດເພື່ອໃຊ້ໃນການແຕ່ງຜົມ.
ສັບພະຄຸນ:
    ທັງຕົ້ນ: ເປັນຢາສວນທະວານໜັກທີ່ມີພິດແຮງ ຊ່ວຍລະບົບຂັບຖ່າຍ.
ຄຸນປະໂຫຍດ:
    ເປືອກ: ໃຊ້ສຳລັບສານກະຕາ.
    ເນື້ອໄມ້: ໃຊ້ສຳລັບປະດິດເຄື່ອງໃຊ້ສອຍຂະໜາດນ້ອຍໄດ້.

Contribute