ຕົ້ນພັບດົງ / White Pear
APA 6th ed. ຕົ້ນພັບດົງ / White Pear. (2021, May 17). Retrieved from https://www.phakhaolao.la/kb/0001151
MLA 8th ed. ຕົ້ນພັບດົງ / White Pear. Pha Khao Lao, 17 May 2021, https://www.phakhaolao.la/kb/0001151.
Chicago 17th ed. Pha Khao Lao. 2021. "ຕົ້ນພັບດົງ / White Pear." Published May 17, 2021. https://www.phakhaolao.la/kb/0001151.
Apodytes beddomei Mast.
Apodytes benthamiana Wight
Apodytes bequaertii De Wild.
Apodytes cambodiana Pierre
Apodytes curtisii Dyer ex King
Apodytes dimidiata subsp. acutifolia (Hochst. ex A.Rich.) Cufod.
Apodytes dimidiata var. acutifolia (Hochst. ex A.Rich.) Boutique
Apodytes dimidiata subsp. dimidiata
Apodytes dimidiata var. emirnensis (Baker) H.Perrier
Apodytes dimidiata f. farinosa H.Perrier
Apodytes dimidiata var. hazomaitso (Danguy) H.Perrier
Apodytes dimidiata var. ikongoensis H.Perrier
Apodytes dimidiata var. inversa (Baill.) H.Perrier
Apodytes dimidiata f. microphylla H.Perrier
Apodytes emirnensis Baker
Apodytes frappieri Cordem.
Apodytes gardneriana Miers
Apodytes giung A.Chev.
Apodytes hazomaitso Danguy
Apodytes imerinensis Baker
Apodytes inversa Baill.
Apodytes javanica Koord. & Valeton
Apodytes mauritiana (Miers) Benth. & Hook.f. ex B.D.Jacks.
Apodytes mauritiana Benth. & Hook. f.
Apodytes stuhlmannii Engl.
Apodytes tonkinensis Gagnep.
Apodytes yunnanensis Hu
Icacina mauritiana Miers
Mappia philippinensis Merr.
Neoleretia philippinensis (Merr.) Baehni
Nothapodytes philippinensis (Merr.) Sleumer
ອັງກິດ: witpeer, white pear, bird's eye, umdakane, umdagane, umdzagame, sephopha-madi, kgalagangwê ແລະ tshiphopha-madi.
ເປັນໄມ້ຢືນຕົ້ນຂະໜາດນ້ອຍ, ຂຽວຕະຫຼອດປີ. ລຳຕົ້ນສູງປະມານ 15 ມ, ເປືອກລຽບ, ສີນ້ຳຕານ, ຜິວບາງ, ເປືອກຊັ້ນໃນສີສົ້ມອ່ອນ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບໄຂ່, ກ້ວາງ 3-6 ຊມ, ຍາວ 6-16 ຊມ, ໂຄນໃບບ້ຽວ, ຂອບລຽບ, ປາຍມົນ ຫຼື ຕິ່ງໜາມ, ແຜ່ນໃບບາງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ມີຂົນກະຈາຍຫ່າງໆຢູ່ເສັ້ນກາງໆໃບ. ກ້ານໃບກົມ, ຍາວ 0.5-2.5 ຊມ. ຊໍ່ດອກແບບແຕກແໜ່ງ, ອອກຕາມປາຍກິ່ງ ຫຼື ຕາມງ່າມໃບ, ຍາວ 3-15 ຊມ. ດອກຍ່ອຍຈຳນວນຫຼາຍ. ກາບດອກເຊື່ອມຕິກັນເປັນຖ້ວຍ, ປາຍແຍກອອກເປັນ 5 ແສກ, ຕິດທົນຈົນເປັນໝາກ. ກີບດອກເຊື່ອມຕິດກັນ ຫຼື ແຍກອອກເປັນ 5 ແສກ, ຮູບຂອບຂະໜານ, ປາຍແຫຼມ. ເກສອນເພດຜູ້ມີ 5 ອັນ, ອອກສະຫຼັບກັບກີບດອກ, ຖົງລະອອງເກສອນສີນສ້ຳຕານແດງ. ໝາກຮູບຮີ, ຂະໜາດ 0.7-0.9 ຊມ, ໝາກອ່ອນເປັນສີຂຽວອ່ອນ, ໝາກສຸກເປັນສີມ່ວງ ຫຼື ສີມ່ວງດຳ.
ພະລັງງານ:
- ເນື້ອໄມ້: ເປັນໄມ້ເນື້ອແຂງໜຽວສາມາດນຳມາເຮັດຟືນທີ່ໃຫ້ພະລັງງານສູງ.
ສິນຄ້າ:
- ເນື້ອໄມ້: ໃຊ້ເປັນສິນຄ້າສຳລັບການສ້າງອາຄານ, ໃຊ້ປູພື້ນ, ເຄື່ອງເຟີນິເຈີ້, ໃຊ້ເປັນເຄື່ອງມືການກະເສດ, ເຄື່ອງດົນຕີ ແລະ ອື່ນໆ.
ສັບພະຄຸນ:
- ຮາກ ແລະ ເປືອກ: ຕ້ານການເກີດພະຍາດໃນລຳໄສ້.
- ສານສະກັດຈາກເປືອກ: ໃຊ້ເປັນຢາບຳລຸງແມ່ຢູ່ກຳ ແລະ ກະຕຸ້ນອາລົມທາງເພດ.
- ເປືອກ: ແກ້ອາການເຈັບກະເພາະອາຫານ.
- ໃບ: ຮັກສາອາການເຈັບຫູ ແລະ ຫູເປັນໜອງ, ນຳມາຕົ້ມແກ້ອາການເຈັບທ້ອງປະຈຳເດືອນ ແລະ ອາການງຸດງິດ.
ພືດປະດັບ: ເປັນພືດທີ່ມີດອກ ແລະ ໝາກໃຫ້ສີສົດໃສຈຶ່ງນິຍົມນຳມາປູກເປັນພືດປະດັບ, ນອກນີ້ແລ້ວຍັງໃຫ້ຮົ່ມເງົາ ແລະ ເປັນພືດທີ່ສາມາດຊ່ວຍປ້ອງກັນການເຈື່ອນຂອງດິນ.