ອິນທະຫວາດົງ / Gardenia
APA 6th ed. ອິນທະຫວາດົງ / Gardenia. (2021, May 18). Retrieved from https://www.phakhaolao.la/kb/0001138
MLA 8th ed. ອິນທະຫວາດົງ / Gardenia. Pha Khao Lao, 18 May 2021, https://www.phakhaolao.la/kb/0001138.
Chicago 17th ed. Pha Khao Lao. 2021. "ອິນທະຫວາດົງ / Gardenia." Published May 18, 2021. https://www.phakhaolao.la/kb/0001138.
ຫວຽດນາມ: Danh pháp hai phần.
ເປັນໄມ້ຟຸ່ມ. ລຳຕົ້ນຕັ້ງຊື່, ສູງ 1-2 ມ, ແຕກກິ່ງກ້ານຈຳນວນຫຼາຍ, ກິ່ງກ້ານຕັ້ງສາກກັບລຳຕົ້ນ, ເປືອກຕົ້ນສີຂາວນວນ. ໃບດ່ຽວ, ອອກຮຽງກົງກັນຂ້າມສອງແຜ່ນພຽງຕັ້ງສາກສະຫຼັບກັນ, ຮູບຮີ, ຮູບຂອບຂະໜານ ຫຼື ຮູບຫອກ, ກ້ວາງ 2-4 ຊມ, ຍາວ 5-8 ຊມ, ໂຄນໃບຮູບຫົວໃຈ, ຂອບລຽບ, ປາຍມົນ, ແຜ່ນໃບດ້ານເທິງສີຂຽວປົນເຫຼືອງ, ຜິວລຽບມັນ, ຜິວໃບດ້ານລຸ່ມມີຂົນອ່ອນນຸ້ມປົກຄຸມ. ດອກດ່ຽວ, ດອກສົມບູນເພດ, ອອກບໍລິເວນງ່າມໃບ ຫຼື ປາຍກິ່ງ. ກາບດອກມີ 6 ກາບ, ສີຂຽວ, ມີຂົນສີຂາວ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ປາຍແຍກອອກເປັນ 6 ແສກ, ສີຂາວ, ມີກິ່ນຫອມ. ເກສອນເພດຜູ້ມີ 6 ອັນ, ຖານຕິດຢູ່ກີບດອກດ້ານໃນ. ເຕົ້າໄຂ່ຈັບລຸ່ມ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່. ໝາກຮູບໄຂ່ປີ້ນ, ໝາກສຸກມີສີສົ້ມ. ແກ່ນມີ 2 ແກ່ນ, ຫຸ້ມດ້ວຍແພຈຸລັງສິສົ້ມ.
ສັບພະຄຸນ:
- ຮາກ ແລະ ເນື້ອໄມ້: ຕົ້ມດື່ມແກ້ເບື່ອເມົາ, ແກ້ພິດ ແລະ ຊ່ວຍຖອນພິດເຫັດເມົາ.
- ເປືອກຕົ້ນ: ໃຊ້ດອງເຫຼົ້າໃຊ້ທາຮັກສາອຳມະພາດ ແລະແກ້ເໜັບຊາຕາມແຂນຂາ.
- ລຳຕົ້ນ: ຕົ້ມດື່ມແກ້ເບື່ອເມົາ.