ສົ້ມປ່ອງ / Gamboge tree
APA 6th ed. ສົ້ມປ່ອງ / Gamboge tree. (2021, May 5). Retrieved from https://www.phakhaolao.la/kb/0001127
MLA 8th ed. ສົ້ມປ່ອງ / Gamboge tree. Pha Khao Lao, 5 May 2021, https://www.phakhaolao.la/kb/0001127.
Chicago 17th ed. Pha Khao Lao. 2021. "ສົ້ມປ່ອງ / Gamboge tree." Published May 5, 2021. https://www.phakhaolao.la/kb/0001127.
ອັງກິດ: Gamboge tree, Indian gamboge tree, Hanbury's garcinia ແລະ Gambojia.
ຈີນ: 藤黄树.
ເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 10-15 ມ, ທຸກສ່ວນມີຢາງສີເຫຼືອງ, ເປືອກເປັນສີນ້ຳຕານ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່ ຫຼື ຮູບຫອກ, ກ້ວາງ 4-6 ຊມ, ຍາວ 8-14 ຊມ, ໂຄນໃບບ້ຽວ ຫຼື ຮຽວແຫຼມ, ຂອບລຽບ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ. ກ້ານໃບຮູບກົມ, ຍາວ 1-1.5 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ ຫຼື ປາຍຍອດ. ດອກຍ່ອຍມີ 2-5 ດອກ, ສີເຫຼືອງ. ກາບດອກມີ 4 ກາບ, ຮູບໄຂ່ ຫຼື ຮູບກົມ, ສີຂຽວອ່ອນ ຫຼື ສີຂຽວປົນສີເຫຼືອງ. ກີບດອກມີ 4 ກີບ, ຮູບໄຂ່ ຫຼື ຮູບກົມ, ເນື້ອໜາ. ເກສອນເພດຜູ້ຈຳນວນຫຼາຍ. ໝາກຮູບກົມ ຫຼື ຮູບຮີ, ເນື້ອອົມນ້ຳ, ສີເຫຼືອງປົນສົ້ມ. ແກ່ນ 1 ເມັດ, ຮູບໄຂ່.
ສັບພະຄຸນ:
- ເປືອກ ແລະ ຕົ້ນ: ມີສັບພະຄຸນເປັນຢາລະບາຍ ແລະ ຊ່ວຍຂັບພະຍາດພິໂຕແປ.
- ຕົ້ນ: ສາມາດຂ້າເຊື້ອແບັກທິເຣຍໄດ້, ສານ GAMBOGIC ເຊິ່ງສາມາດຂ້າເຊື້ອເອດ ແລະ ຈຸລັງມະເຮັງ.
- ຢາງຈາກລຳຕົ້ນ: ນຳມາເປັນຢາຖ່າຍຊະນິດຮຸນແຮງ, ໃຊ້ເປັນຢາທາພາຍນອກຊ່ວຍຮັກສາແຜ່ເປືອຍ, ໃຊ້ເປັນສ່ວນປະສົມຕົວຢາທີ່ຮັບໃຊ້ຮັກສາແຜ່ໃຄ່ພອງ ແລະ ຂີ້ກາກ.
ຄຸນປະໂຫຍດ:
- ນ້ຳຢາງຈາກຕົ້ນ: ເປັນຢາງໜຽວສີເຫຼືອງ ນຳມາໃຊ້ເປັນສີຍ້ອມຜ້າ ແລະ ນຳໄປເຮັດເປັນແມ່ສີເຫຼືອງອີກດ້ວຍ, ຢາງສາມາດນຳມາໃຊ້ທາສີໄມ້, ສາມາດນຳມາເຮັດສີນ້ຳສຳລັບແຕ້ມຮູບໄດ້ ໂດຍຈະໃຫ້ສີເຫຼືອງ.