ບົວເຝື່ອນ / Water Lily

ບົວເຝື່ອນ / Water Lily

Use
Food
Income
Medicine
Ornamental
Scientific Name / Family
Nymphaea nouchali Burm. f. / NYMPHAEACEAE
Synonyms
Nymphaea nouchali var. caerulea (Savigny) Verdc.
Nymphaea nouchali var. mutandaensis Verdc.
Nymphaea nouchali var. ovalifolia (Conard) Verdc.
Nymphaea nouchali var. petersiana (Klotzsch) Verdc.
Nymphaea nouchali var. versicolor (Sims) R.Ansari & Jeeja
Nymphaea nouchali var. zanzibariensis (Casp.) Verdc.
Other Names
ລາວ: ດອກບົວຂີ້ແບ້ ແລະ ບົວເຝື່ອນ.
ໄທ: ນິໂລບົນ, ປ້ານສັງກ່ອນ, ປາລີໂປະ, ຜົວຜັນ, ບົວຂາບ ແລະ ບົວແບ້.
ອັງກິດ: Water lily, Blue lotus, Star lotus, Red and blue water lily, blue star water lily ແລະ Manel flower.
Botanical Description

ເປັນພືດນ້ຳ, ຈັດເປັນພືດລົ້ມລຸກອາຍຸຫຼາຍປີ, ມີເຫງົ້າຢູ່ໃຕ້ດິນ, ໃບ ແລະ ດອກຢູ່ເທິງໜ້ານ້ຳ. ໃບດ່ຽວ, ອອກຮຽງສະຫຼັບກັນເປັນກຸ່ມ ແຜ່ນໃບລອຍຢູ່ໜ້ານ້ຳ, ຮູບກົມ ຫຼື ຮູບໄຂ່ກ້ວາງ, ຄວາມກ້ວາງ 8-18 ຊມ, ຍາວ 10-25 ຊມ, ໂຄນໃບວ້ຳເລິກ, ຂອບລຽບ ຫຼື ເປັນຄື້ນເລັກນ້ອຍ, ປາຍມົນ ຫຼື ຕັດ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ ຫຼື ສີມ່ວງຈາງ, ແຜ່ນໃບລຽບທັງສອງດ້ານ. ກ້ານໃບຮູບກົມ, ຄວາມຍາວບໍ່ແນ່ນອນຂຶ້ນກັບຄວາມເລິກຂອງນ້ຳ, ໂດຍທົ່ວໄປແລ້ວຈະຍາວ 0.5-2 ມ. ດອກດ່ຽວຂຶ້ນຢູ່ເໜືອນ້ຳ, ເມື່ອດອກບານເຕັມທີ່ຈະກ້ວາງປະມານ 8-10 ຊມ, ສີຂາວແກມສີບົວອ່ອນຮອດສີບົວເຂັ້ມ. ກີບດອກຊ້ອນຮຽງກັນ 2-3 ຊັ້ນ, ຮູບຂອບຂະໜານ ຫຼື ຮູບຮີ, ປາຍແຫຼມ. ເກສອນເພດຜູ້ຈຳນວນຫຼາຍ, ສີເຫຼືອງ. ເຕົ້າໄຂ່ມີ 10-20 ຫ້ອງ, ຈັດແໜ້ນຢູ່ຖານດອກດຽວກັນ, ຮູບຖ້ວຍ. ກ້ານດອກຄ້າຍກັບກ້ານໃບ, ມີຄວາມຍາວໃກ້ຄຽງກັນ. ໝາກຈະຢູ່ໃຕ້ນ້ຳຫຼັງຈາກປະສົມເກສອນແລ້ວ.

Description of Use

ອາຫານ:

  •  ກ້ານດອກ: ສາມາດນຳມາຮັບປະທານເປັນອາຫານໄດ້ ຫຼື ກິນກັບແຈ່ວ ຫຼື ນຳມາປະກອບອາຫານ ເຊັ່ນ ຂົ້ວສາຍບົວໃສ່ໝູ ຫຼື ກຸ້ງ ແລະ ເອາະໃສ່ປາທູ.

ສັບພະຄຸນ: 

  • ຫົວ, ດອກ ແລະ ແກ່ນ: ຊ່ວຍບຳລຸງກຳລັງ ແລະ ຊ່ວຍບຳລຸງຫົວໃຈ.
  • ຫົວ ແລະ ແກ່ນ: ໃຊ້ບຳລຸງຮ່າງກາຍຊົ່ວຄາວ ແລະ ຊ່ວຍບຳລຸງທາດໃນຮ່າງກາຍ.
  • ຫົວ ແລະ ດອກ: ບຳລຸງແມ່ຖືພາ.
  • ດອກ: ຊ່ວຍແກ້ໄຂ້ຕົວຮ້ອນ, ຊ່ວຍແກ້ໄຂ້ທີ່ເກີດຈາກທາດທັງສີ່, ຊ່ວຍຂັບເສມຫະ, ແກ້ໄຂ້ໂຕຮ້ອນ, ຮັກສາອາການຮ້ອນໃນເນື່ອງຈາກຂາດນ້ຳ, ແກ້ລົມ, ຊ່ວຍບຳລຸງເລືອດ, ບຳລຸງກຳລັງ, ບຳລຸງຫົວໃຈ ແລະ ຊ່ວຍບຳລຸງແມ່ຖືພາ, ຊ່ວຍຮັກສາລະບົບໄຫຼວຽນຂອງເລືືອດ, ໃຊ້ເປັນຢາຫອມແກ້ລົມວຽນຫົວ ຫຼື ໜ້າມືດຕາລາຍ, ແກ້ອາການວຽນຫົວປວດຮາກ, ແກ້ອາການໃຈສັ່ນ, ບຳລຸງຫົວໃຈເຮັດໃຫ້ສະບາຍໃຈ, ຄາຍຄວາມຄຽດ ແລະ ມີອາລົມແຈ່ມໃສ.
  • ສານ Nymphagol  ຈາກດອກ: ຊ່ວຍຫຼຸດລະດັບນ້ຳຕານໃນເລືອດ ແລະ ຊ່ວຍເພີ່ມລະດັບອິນຊູນລິນໄດ້.
  • ສານສະກັດຈາກດອກ: ຊ່ວຍປ້ອງກັນຕັບຈາກການຖືກທຳລາຍດ້ວຍສານຄາບອນເຕຕາຄຼໍໄລນ໌.

ເປັນສິນຄ້າ: ເນື່ຶອງຈາກດອກມີຄວາມສວຍງາມ ແລະ ມີກິ່ນຫອມຈຶ່ງນິຍົມປູກໄວ້ເພື່ອຕັດດອກຂາຍ.

ພືດປະດັບ: ນິຍົມນຳມາປູກເປັນພືດປະດັບໃນອ່າງ ຫຼື ສະນ້ຳເພື່ອຄວາມສວຍງາມ.

Contribute