ຂຽດຕະໂອດໃຫຍ່ / Mortensen's stream frog

ຂຽດຕະໂອດໃຫຍ່ / Mortensen's stream frog

Use
Food
Medicine
Scientific Name / Family
Sylvirana mortenseni (Boulenger, 1903) / Ranidae
Synonyms
Rana mortenseni Boulenger, 1903
Hylarana mortenseni Boulenger (1903)
Other Names
ໄທ: ກົບອ່ອງໃຫຍ່, ຂຽດຕາໂອດ, ຂຽດໂງ່, ກົບໂງ່ ແລະ ອີແງ້ວ.
ອັງກິດ: Dark Sided Frog ແລະ Mortensen's frog.
ຈີນ: 水蛙属.
Conservation Status
Least Concern
Physical Description

ລຳໂຕມີຂະໜາດປານກາງ, ຍາວ 45–59 ມມ, ຜິວໜັງຂ້ອນຂ້າງລຽບ ຫຼື ຂຸຂັງເປັນປຸ່ມບໍລິເວນເໜືອກົ້ນ ແລະ ກົກຂາຫຼັງ, ຫຼັງມີສັນໜານູນຍາວຈົນຮອດກົກຂາ, ດ້ານຂ້າງຂອງລຳໂຕມີແຖບສີນ້ຳຕານເຂັ້ມຍາວຮອດກົກຂາ. ໂຕຜູ້ມີຕ່ອມທີ່ເຫັນໄດ້ຊັດເຈນທີ່ໂຄນຂາໜ້າດ້ານລຸ່ມ, ປາຍນິ້ວມື ແລະ ນິ້ວຕີນແຜ່ຂະຫຍາຍອອກເປັນແຜ່ນນ້ອຍໆ, ມີແຜ່ນຍຶດຕີນກວມເອົາສາມໃນສີ່ຂອງຄວາມຍາວຕີນ. ຫົວມີຂະໜາດກ້ວາງ 8-10 ມມ, ຍາວປະມານ 13 ມມ, ມີຕາກົມໃຫຍ່, ແຜ່ນຊ່ອງຫູເຫັນໄດ້ຊັດເຈນ, ຄາງກະໄຕດ້ານລຸ່ມມີຈຸດສີເທົາກະຈາຍຢູ່, ດ້ານທ້ອງມີສີຂາວປົນເຫຼືອງ, ຂາຫຼັງມີແຖບສີນ້ຳຕານເຂັມພາດຂວາງ.

Description of Use

ອາຫານ: ສາມາດນຳມາເປັນອາຫານໄດ້.

ສັບພະຄຸນ: ສາມາດນຳມາເຮັດເປັນຢາບຳລູງຮ່າງກາຍ ໂດຍການປູງແຕ່ງເປັນອາຫານ

Reproduction and Lifecycle

ສືບພັນພາຍນອກ, ສືບພັນອາຍຸຊ່ວງ 2-3 ປີ, ອອກລູກເປັນໄຂ່ໃນນ້ຳ, ວາງໄຂ່ເປັນກຸ່ມ, ບໍ່ມີເປືອກແຕ່ມີວຸ້ນຫຸ້ມເອົາໄວ້ອ້ອມຮອບ, ລູກອ່ອນທີ່ອອກຈາກໄຂ່ມີຮູບຄ້າຍປາເອີ້ນວ່າຮວກ, ຢູ່ໃນນ້ຳຫາຍໃຈດ້ວຍຟັນຟືມ, ເມື່ອໃຫຍ່ຂຶ້ນມາມີປອດທີ່ສາມາດຫາຍໃຈໄດ້, ຂຶ້ນບົກໄດ້ແຕ່ຢູ່ໃກ້ນ້ຳ.

Contribute