ຂຽດຕະໂອດໃຫຍ່ / Mortensen's stream frog
APA 6th ed. ຂຽດຕະໂອດໃຫຍ່ / Mortensen's stream frog. (2021, April 19). Retrieved from https://www.phakhaolao.la/kb/0001115
MLA 8th ed. ຂຽດຕະໂອດໃຫຍ່ / Mortensen's stream frog. Pha Khao Lao, 19 April 2021, https://www.phakhaolao.la/kb/0001115.
Chicago 17th ed. Pha Khao Lao. 2021. "ຂຽດຕະໂອດໃຫຍ່ / Mortensen's stream frog." Published April 19, 2021. https://www.phakhaolao.la/kb/0001115.
Hylarana mortenseni Boulenger (1903)
ອັງກິດ: Dark Sided Frog ແລະ Mortensen's frog.
ຈີນ: 水蛙属.
ລຳໂຕມີຂະໜາດປານກາງ, ຍາວ 45–59 ມມ, ຜິວໜັງຂ້ອນຂ້າງລຽບ ຫຼື ຂຸຂັງເປັນປຸ່ມບໍລິເວນເໜືອກົ້ນ ແລະ ກົກຂາຫຼັງ, ຫຼັງມີສັນໜານູນຍາວຈົນຮອດກົກຂາ, ດ້ານຂ້າງຂອງລຳໂຕມີແຖບສີນ້ຳຕານເຂັ້ມຍາວຮອດກົກຂາ. ໂຕຜູ້ມີຕ່ອມທີ່ເຫັນໄດ້ຊັດເຈນທີ່ໂຄນຂາໜ້າດ້ານລຸ່ມ, ປາຍນິ້ວມື ແລະ ນິ້ວຕີນແຜ່ຂະຫຍາຍອອກເປັນແຜ່ນນ້ອຍໆ, ມີແຜ່ນຍຶດຕີນກວມເອົາສາມໃນສີ່ຂອງຄວາມຍາວຕີນ. ຫົວມີຂະໜາດກ້ວາງ 8-10 ມມ, ຍາວປະມານ 13 ມມ, ມີຕາກົມໃຫຍ່, ແຜ່ນຊ່ອງຫູເຫັນໄດ້ຊັດເຈນ, ຄາງກະໄຕດ້ານລຸ່ມມີຈຸດສີເທົາກະຈາຍຢູ່, ດ້ານທ້ອງມີສີຂາວປົນເຫຼືອງ, ຂາຫຼັງມີແຖບສີນ້ຳຕານເຂັມພາດຂວາງ.
ອາຫານ: ສາມາດນຳມາເປັນອາຫານໄດ້.
ສັບພະຄຸນ: ສາມາດນຳມາເຮັດເປັນຢາບຳລູງຮ່າງກາຍ ໂດຍການປູງແຕ່ງເປັນອາຫານ
ສືບພັນພາຍນອກ, ສືບພັນອາຍຸຊ່ວງ 2-3 ປີ, ອອກລູກເປັນໄຂ່ໃນນ້ຳ, ວາງໄຂ່ເປັນກຸ່ມ, ບໍ່ມີເປືອກແຕ່ມີວຸ້ນຫຸ້ມເອົາໄວ້ອ້ອມຮອບ, ລູກອ່ອນທີ່ອອກຈາກໄຂ່ມີຮູບຄ້າຍປາເອີ້ນວ່າຮວກ, ຢູ່ໃນນ້ຳຫາຍໃຈດ້ວຍຟັນຟືມ, ເມື່ອໃຫຍ່ຂຶ້ນມາມີປອດທີ່ສາມາດຫາຍໃຈໄດ້, ຂຶ້ນບົກໄດ້ແຕ່ຢູ່ໃກ້ນ້ຳ.