ລີ້ນແຮດ / The candle vine
APA 6th ed. ລີ້ນແຮດ / The candle vine. (2021, April 20). Retrieved from https://www.phakhaolao.la/kb/0001110
MLA 8th ed. ລີ້ນແຮດ / The candle vine. Pha Khao Lao, 20 April 2021, https://www.phakhaolao.la/kb/0001110.
Chicago 17th ed. Pha Khao Lao. 2021. "ລີ້ນແຮດ / The candle vine." Published April 20, 2021. https://www.phakhaolao.la/kb/0001110.
ໄທ: ຣົດສຸຄົນຂາວ, ເສົາວະຄົນ, ເສົາວະຣົດ, ໝາກຕາດເຄືອ, ລີ້ນແຮດ, ຣົດສຸຄົນ, ເຄືອກະປົດໃບເຫຼື່ອມ, ປົດນ້ຳມັນ, ບໍລະຄົນ, ເຄືອອໍຄົນ, ອໍຄົນ, ຍ່ານປົດ, ປົດຂົນ, ປົດຄາຍ, ປົດເຫຼື່ອມ, ສັບປະ, ປະລະລືແລ້ວ, ກະປົດ, ປົດ ແລະ ຍ່ານປອດ.
ລຳຕົ້ນເປັນເຄືອ, ມີເນື້ອໄມ້ແຂງ, ເຄືອຍາວ 5-8 ມ, ກິ່ງອ່ອນມີຂົນຂຸຍສີນ້ຳຕານ, ແຕກກິ່ງເລືອຍາວ, ເປືອກບາງ, ພາກສ່ວນອ່ອນເປັນສີຂຽວ, ພາກສ່ວນແກ່ເປັນສີນ້ຳຕານປົນສີເທົາ, ຜິວລຽບ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຂອບຂະໜານ, ກ້ວາງ 3-5 ຊມ, ຍາວ 6-10 ຊມ, ໂຄນໃບມົນ ຫຼື ຮຽວແຫຼມ, ຂອບແສກແຂ້ວເລື້ອຍແບບຫ່າງໆ, ປາຍຕັດ ຫຼື ເປັນຕິ່ງໜາມ, ແຜ່ນໃບໜາຄ້ານຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວໃບດ້ານລຸ່ມສາກຊາ. ກ້ານໃບຍາວ 0.6-1 ຊມ. ຊໍ່ດອກແບບແຕກແໜງ, ອອກຕາມງ່າມໃບ ຫຼື ປາຍຍອດ, ຍາວ 10-15 ຊມ. ດອກຍ່ອຍມີຈຳນວນຫຼາຍ, ຮູບກົມ, ເມື່ອບານເຕັມທີມີເສັ້ນຜ່າສູນກາງປະມານ 0.8 ຊມ, ບານບໍ່ພ້ອມກັນ, ສີຂາວ, ມີກິ່ນຫອມ. ກາບດອກມີ 5 ກາບ. ກີບດອກມີ 5 ກີບ, ຫຼົ່ນງ່າຍ. ເກສອນເພດຜູ້ຈຳນວນຫຼາຍ, ຮູບເສັ້ນດ້າຍ. ໝາກຮູບໄຂ່ບ້ຽວ, ມີຂະໜາດປະມານ 0.7 ຊມ, ມີຈະງອຍຢູ່ປາຍ, ໝາກອ່ອນເປັນສີຂຽວ, ໝາກແກ່ຈະແຕກອອກເປັນປ່ຽງດຽວ. ແກ່ນມີ 12 ແກ່ນ, ສີດຳ.
ສັບພະຄຸນ:
- ຮາກ ແລະ ໃບ: ນຳມາຕົ້ມອົມຮັກສາແຜໃນປາກ, ໃຊ້ເປັນຢາຮັກສາອາການຕົກເລືອດໃນປອດ ແລະ ນຳມາຕຳພອກຮັກສາຜື່ນຄັນ.
- ຮາກ ແລະ ຕົ້ນ: ນຳຕົ້ມດື່ຶມຊ່ວຍແກ້ຝີ ແລະ ແກ້ບວມ.
- ໃບ: ນຳມາຕົ້ມດື່ມແກ້ອາການສະອຶກ ແລະ ຊ່ວຍຮັກສາພະຍາດຫິດ.
- ດອກ: ໃຊ້ເປັນຢາຫອມຊ່ວຍບຳລຸງຫົວໃຈ, ແກ້ອາການວຽນຫົວ ແລະ ແກ້ອາການອ່ອນເພຍ.
- ນ້ຳຈາກຕົ້ນ: ຮັກສາຝີໜອງໄດ້.
ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບທີ່ໃຫ້ຄວາມສວຍງາມ ແລະ ກິ່ນຫອມ. ນອກຈາກນີ້ຄົນບູຮານຍັງຖືເປັນໄມ້ມົງຄຸນ.
ພືດເສັ້ນໄຍ: ເຄືອນຳມາໃຊ້ເປັນເຊືອກມັດຫຼັງຄາ ຫຼື ໃຊ້ມັດກໍ່ສ້າງ, ເຄືອໃຫຍ່ສາມາດນຳມາເປັນອູໃຫ້ເດັກໄດ້.
ຄຸນປະໂຫຍດ:
- ໃບ: ນຳມາຂັດອຽນໃຫ້ເມືອກຫຼຸດອອກ.
- ໃບ: ໃບສາກຊາສາມາດນຳມາແທນກະດາດຊາຍໄດ້.
- ເຄືອ: ສາມາດນຳມາໃຊ້ສານ ແລະ ນຳມາມັດເຄື່ອງໃຊ້ສອຍຕ່າງໆ.