ແຄແດງ / Africom tulip tree
APA 6th ed. ແຄແດງ / Africom tulip tree. (2021, April 1). Retrieved from https://www.phakhaolao.la/kb/0001092
MLA 8th ed. ແຄແດງ / Africom tulip tree. Pha Khao Lao, 1 April 2021, https://www.phakhaolao.la/kb/0001092.
Chicago 17th ed. Pha Khao Lao. 2021. "ແຄແດງ / Africom tulip tree." Published April 1, 2021. https://www.phakhaolao.la/kb/0001092.
Bignonia tulipifera Thonn.
Spathodea campanulata subsp. campanulata
Spathodea campanulata subsp. congolana Bidgood
Spathodea campanulata subsp. nilotica (Seem.) Bidgood
Spathodea danckelmaniana Büttner
Spathodea nilotica Seem.
Spathodea nilotica f. bryanii O.Deg. & I.Deg.
Spathodea tulipifera (Schum.) G.Don
ອັງກິດ: Africom tulip tree, Fire bell, Fountain tree, Pichkari, Nandi flame ແລະ Syringe.
ຈີນ: 火焰樹 ແລະ 火焰木.
ຈັດເປັນໄມ້ຢືນຕົ້ນຂະໜາດກາງ. ລຳຕົ້ນສູງ 15-20 ມ, ປາຍຍອດເປັນຊົງຟຸ່ມໝາ, ເປືອກຕົ້ນເປັນສີນ້ຳຕານເຂັ້ມ, ມີຮອຍແຕກຕາມລວງຍາວ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 4-7 ຄູ່, ຮູບຮີ, ກ້ວາງ 5-8 ຊມ, ຍາວ 8-13 ຊມ, ໂຄນໃບມົນ ຫຼື ບ້ຽວ, ຂອບລຽບ, ປາຍແຫຼມ ຫຼື ເປັນຕິ່ງໜາມ, ຜິວໃບຊາມື. ຊໍ່ດອກແບບກະຈະ, ອອກບໍລິເວນປາຍກິ່ງ, ຕັ້ງຊື່, ກ້ານຊໍ່ດອກຍາວ. ດອກຍ່ອຍມີຈຳນວນຫຼາຍ, ບານຄັ້ງລະ 2-6 ດອກ, ມີຂະໜາດເສັ້ນຜ່າສູນກາງ 6-9 ຊມ. ກີບດອກເຊື່ອມຕິດກັນເປັນຮູບລະຄັງ, ຫຼົ່ນງ່າຍ, ສີສົ້ມ. ໝາກເປັນຝັກ, ຮູບຮີ, ປາຍແຫຼມ, ໝາກແກ່ເປັນສີນ້ຳຕານ, ໝາກແກ່ແຕກອອກເປັນດ້ານດຽວ. ແກ່ນມີຈຳນວນຫຼາຍ, ມີຂະໜາດນ້ອຍ, ແປ ແລະ ມີປີກ.
ເປັນອາຫານ: ດອກສາມາດນຳມາກິນເປັນອາຫານຄືກັບດອກແຄບ້ານ.
ສັບພະຄຸນ
- ເປືອກ: ຕົ້ມນ້ຳດື່ມບຳລຸງທາດ, ແກ້ອາການເຈັບທ້ອງບິດ ແລະ ໃຊ້ພອກຮັກສາແຜຊຳເຮື້ອ.
- ໃບ ແລະ ດອກ: ໃຊ້ພອກຮັກສາແຜ.
- ເປືອກ, ໃບ, ດອກ ແລະ ໝາກ: ໃຊ້ຮັກສາພະຍາດຜິວໜັງ ແລະ ແຜຊຳເຮື້ອ.
ພືດປະດັບ: ນິຍົມປູກເປັນພືດປະດັບ ຫຼື ໃຫ້ຮົ່ມ, ສ່ວນຫຼາຍຈະປູກຕາມສວນສາທາລະນະ ຫຼື ແຄມທາງທົ່ວໄປ.