ແຄປ່າດອກຂາວ / Mangrove trumpet tree

ແຄປ່າດອກຂາວ / Mangrove trumpet tree

Use
Food
Medicine
Ornamental
Shelter
Scientific Name / Family
Dolichandrone serrulata (A.DC.) Seem. / BIGNONIACEAE
Synonyms
Bignonia serratula Wall. ex DC.
Bignonia serrulata Wall. ex DC.
Spathodea serrulata (Wall. ex DC.) DC.
Stereospermum serrulatum DC.
Other Names
ໄທ: ແຄນ້ຳ, ແຄນາ, ແຄປ່າ, ແຄທະເລ, ແຄຝາ, ແຄຕຸ້ຍ, ແຄປີຮໍ ແລະ ແຄແໜແຫ້
ອັງກິດ: Tui ແລະ Mangrove trumpet tree
Conservation Status
Least Concern
Botanical Description

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ ຫຼື ຂະໜາດກາງ. ລຳຕົ້ນສູງ 4-20 ມ, ແຕກກິ່ງກ້ານໜ້ອຍ, ຍອດໜາທຶບ, ກິ່ງອ່ອນມີເມືອກໜຽວ, ແຕ່ລະສ່ວນເມື່ອແຫ້ງຈະເປັນສີດຳ, ເປືອກລຽບ ຫຼື ແຕກເປັນຮ່ອງຕື້ນ, ສີເທົາ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ, ອອກວຽນສະຫຼັບ. ກ້ານໃບຍາວ 10-30 ຊມ. ໃບຍ່ອຍ 3-4 ຄູ່, ຮູບຮີ ຫຼື ໃບຫອກ, ຂະໜາດບໍ່ເທົ່າກັນ, ກ້ວາງ 2.5-7 ຊມ, ຍາວ 7-16 ຊມ, ໂຄນໃລບ້ຽວ, ແຫຼມ ຫຼື ກົມ, ຂອບລຽບ, ປາຍແຫຼມ ຫຼື ຍາວເປັນກາງ, ແຜ່ນໃບກ້ຽງ, ມີຕ່ອມກະຈາຍຢູ່ທົ່ວຜິວໃບດ້ານລຸ່ມ. ກ້ານໃບຍ່ອຍຍາວ 0.4-1 ຊມ. ຊໍ່ດອກແບບກະຈະ, ຍາວ 2-4 ຊມ. ດອກຍ່ອຍມີ 2-8 ດອກ, ຮູບລຳໂພງ, ສີຂາວ. ກ້ານດອກຍ່ອຍຍາວ 1.5-3.5 ຊມ. ກາບດອກຮູບຂອບຂະໜານ, ຍາວ 3-9 ຊມ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 8-13 ຊມ, ປາຍເຊື່ອມຕິດກັນເປັນຮູບລະຄັງ, ຍາວ 3-5 ຊມ, ແຍກອອກເປັນ 5 ແສກຕື້ນ. ເກສອນເພດຜູ້ຢູ່ໃນຫຼອດກີບດອກ, ເກສອນທີ່ເປັນໝັນຈະຂະໜາດນ້ອຍຕິດຖານດອກ. ເຕົ້າໄຂ່ຮູບເສັ້ນດ້າຍຮຽວຍາວ, ຍາວກາຍປາຍຫຼອດກີບດອກເລັກນ້ອຍ. ໝາກເປັນຝັກຮຽວຍາວ ແລະ ໂຄ້ງງໍ, ກ້ວາງ 2-3 ຊມ,​ ຍາວ 20-60 ຊມ, ໝາກແຫ້ງແລ້ວແຕກອອກເປັນ 2 ແສກ ແລະ ບິດກຽວ. ແກ່ນມີຈຳນວນຫຼາຍ, ຮູບ 4 ຫຼ່ຽມ, ກ້ວາງ 0.6-0.8 ຊມ, ຍາວ 1.3-1.8 ຊມ, ໜາ, ແປ ແລະ ມີປີກ.

Description of Use

ອາຫານ: 

  • ດອກ ແລະ ຍອດ: ສາມາດນຳມາກິນເປັນຜັກສົດໄດ້.

ສັບພະຄຸນ: 

  • ຮາກ: ຊ່ວຍບຳລຸງເລືອດ, ໃຊ້ແກ້ໄຂ້ (ຮາກ, ໃບ, ດອກ), ຂັບເສມຫະ ແລະ ຊ່ວຍແກ້ເລືອດເປັນພິດ. 
  • ເປືອກ: ເປັນຢາແກ້ອາການທ້ອງອືດທ້ອງເຟີ້.
  • ໃບ: ໃຊ້ເປັນຢາບ້ວນປາກ, ແກ້ອາການຄັນ ແລະ ໃຊ້ເປັນຢາພອກຮັກສາແຜ່.
  • ແກ່ນ: ແກ້ອາການເຈັບປະສາດ ແລະ ຮັກສາພະຍາດຊັກ.

ພືດປະກັບ: ນຳມາປູກເປັນພືດປະດັບ.

ຄຸນປະໂຫຍດ: 

  • ເນື້ອໄມ້: ສາມາດນຳມານຳໃຊ້ເປັນເຄື່ຶອງເຮືອນ ຫຼື ຫີບສຳລັບໃສ່ຂອງ.
Contribute