ແຄດອກແດງ / Sausage tree

ແຄດອກແດງ / Sausage tree

Use
Food
Medicine
Ornamental
Scientific Name / Family
Kigelia africana (Lam.) Benth. / BIGNONIACEAE
Synonyms
Bignonia africana Lam.
Crescentia pinnata Jacq.
Kigelia abyssinica A.Rich.
Kigelia aethiopica Decne.
Kigelia aethiopica var. abyssinica (A.Rich.) Sprague
Kigelia aethiopica var. bornuensis Sprague
Kigelia aethiopica var. usambarica Sprague
Kigelia aethiopum (Fenzl) Dandy
Kigelia africana var. aethiopica (Sprague) Aubrév. ex Sillans
Kigelia africana subsp. africana
Kigelia erytraeae Mattei
Kigelia ikbaliae De Wild.
Kigelia pinnata (Jacq.) DC.
Kigelia pinnata var. tomentella Sprague
Kigelia somalensis Mattei
Kigelia talbotii Hutch. & Dalziel
Kigelia tristis A. Chev.
Sotor aethiopiumm Fenzl
Sotor aethiopum Fenzl
Tanaecium pinnatum (Jacq.) Willd.
Tecoma africana (Lam.) G.Don
Tripinna africana Voigt
Tripinnaria africana Spreng.
Other Names
ລາວ: ແຄໄສ້ອົ່ວ ແລະ ແຄດອກແດງ
ໄທ: ຕົ້ນໄສ້ກອກ, ໝາກຂາມຍັກ ແລະ ຫາງແກະ
ອັງກິດ: Sausage tree ແລະ Cucumber tree
Conservation Status
Least Concern
Botanical Description

ຈັດເປັນໄມ້ຢືນຕົ້ນຂະໜາດກາງ ຫຼື ຂະໜາດໃຫຍ່. ລຳຕົ້ນສູງ 18-20 ມ, ຂະໜາດໃຫຍ່, ຜິວລຽບ, ສີເທົາ ຫຼື ສີນ້ຳຕານປົນດຳ, ພາກສ່ວນແກ່ແຕກອອກເປັນສະເກັດ, ເນື້ອໄມ້ເປັນສີນ້ຳຕານອົມເຫຼືອງ. ໃບປະສົມຂັ້ນໜຶ່ງແບບຂົນນົກປາຍຄີກ. ໃບຍ່ອຍມີ 3-5 ຄູ່, ອອກຮຽງສະຫຼັບ. ຊໍ່ດອກແບບກະຈ່າງ. ດອກຍ່ອຍຮູບລະຄັງ, ສີເຫຼືອງ, ສີສົ້ມ ຫຼື ສີແດງ. ກາບດອກເຊື່ອມຕິດກັນເປັນຫຼອດ, ສີຂຽວອ່ອນ. ໝາກມີຂະໜາດໃຫຍ່, ຍາວປະມານ 80 ຊມ, ກ້ວາງປະມານ 12 ຊມ, ມີຂະໜາດແຂງ, ພາຍໃນມີແກ່ນ.

Description of Use

ເປັນອາຫານ: 

  • ໝາກ: ນິຍົມນຳມາໝັກເປັນເຫຼົ້າໃຫ້ຜູ້ຊາຍດື່ມເພື່ອບຳລຸງກຳລັງ.

ພືດເປັນຢາ: 

  • ໝາກ: ໃຊ້ເປັນຢາບຳລຸງຮ່າງກາຍສຳລັບຜູ້ຊາຍ, ຊ່ວຍເພີ່ມກຳລັງທາງເພດ, ງູກັດ, ຊ່ວຍໃນການຍ່ອຍອາຫານ, ຮັກສາພະຍາດກ່ຽວກັບລະບົບປະສາດ, ລະບົບເລືອດໃນຮ່າງກາຍ ແລະ ລະບົບກ້າມເນື້ອ. 

ຄຸນປະໂຫຍດ: 

  • ໝາກ: ໃຊ້ເປັນອາຫານສັດຫຼາຍຊະນິດ.
  • ໃບ: ໃຊ້ຕາກແຫ້ງເປັນອາຫານສັດ.
  • ເນື້ອໄມ້: ສາມາດນຳມາໃຊ້ເປັນອຸປະກອນເຄື່ອງໃຊ້ຕ່າງໆ.
  • ລຳຕົ້ນ: ນຳມາຂູດເປັນຢາເບື່ອໜູໄດ້.
  • ໝາກ: ນຳມາສະກັດເປັນຄີມບຳລຸງຜິວ ແລະ ນຳມາໃຊ້ເປັນຢາຮັກສາພະຍາດໄດ້ຫຼາຍຊະນິດ.

ພືດປະດັບ: ຖືກນຳມາປູກເປັນພືດປະດັບໃນພື້ນທີ່ໂລ່ງ. 

ໝາຍເຫດ: ໝາກມີພິດ ແລະ ເປັນຢາລະບາຍຢ່າງແຮງ.

Contribute