ສາລິກາ / Night blooming jasmine

ສາລິກາ / Night blooming jasmine

Use
Medicine
Oil Extract
Ornamental
Scientific Name / Family
Nyctanthes arbor-tristis L./OLEACEAE
Synonyms
Bruschia macrocarpa Bertol.
Nyctanthes dentata Blume
Nyctanthes tristis Salisb.
Parilium arbor-tristis (L.) Gaertn.
Scabrita scabra L.
Scabrita triflora L.
Other Names
ໄທ: ກອນນິກາ, ກະນິກາ, ກັນລິກາ, ສະບັນງາ ແລະ ປາລິສາດ.
ອັງກິດ: Night blooming jasmine, Night jasmine, Night jasmine, bruschia ແລະ Coral jasmine.
ອິນເດຍ: Harsingar ແລະ manjatpu (Tamil).
ຫວຽດນາມ: Lai tau.
Conservation Status
Least Concern
Botanical Description

ຈັດເປັນໄມ້ຟຸ່ມເຄິງໄມ້ຢື່ນຕົ້ນຂະໜາດ. ລຳຕົ້ນສູງ 3-5 , ເປືອກຂະແໜງລຳຕົ້ນມີລັກສະນະຂຸຂະ, ເປັນສີນ້ຳຕານ, ກິ່ງອ່ອນເປັນສີຫຼ່ຽມ ແລະ ມົນຂົນແຂງຊາກຊາກະຈາຍທົ່ວ. ໃບດ່ຽວ, ອອກຮຽງກົງກັນຂ້າມກັນ, ຮູບຮີ, ກ້ວາງ 2.5-5  ຊມ, ຍາວ 5-10 ຊມ, ໂຄນໃບມົນ, ຂອບລຽບ ຫຼື ເປັນຄື້ນຫ່າງ, ຂອບໃບມີຂົນແຂງ, ປາຍແຫຼມ, ຜິວໃບມີຂົນແຂງຊາກຊາກະຈາຍທົ່ວຜິວໃບ. ກ້ານໃບຍາວ 0.5-1 ຊມ. ຊໍ່ດອກແບບກະຈຸກ, ອອກຕາມງ່າມໃບ. ກ້ານຊໍ່ດອກຮູບສີຫຼ່ຽມ, ຍາວ 1.2-2 ຊມ. ໃບປະດັບຂະໜາດນ້ອຍ 1 ຄູ່, ຈັບຢູ່ກ້ານຊໍ່ດອກ. ດອກຍ່ອຍມີ 3-7 ດອກ, ມີສີຂາວ, ກິ່ນຫອມ, ດອກຈະບານຕອນແລງ ແລະ ຫຼົ່ນຕອນເຊົ້າມື້ຕໍ່ມາ, ບໍ່ມີກ້ານດອກ. ດອກມີໃບປະດັບດອກລະ 1 ໃບ. ກາບດອກເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 4 ແສກ, ດ້ານໃນກ້ຽງ, ດ້ານນອກມີຂົນແຂງ, ສີຂຽວອ່ອນ. ກີບດອກຮຽງຊ້ອນກັນ ແລະ ບິດເປັນກຽວ, ໂຄນກີບເຊື່ອມຕິດກັນເປັນຫຼອດສັ້ນ, ປາຍແຍກເປັນ 5-8 ກີບ, ຍາວປະມານ 1.1-1.3 ຊມ, ໂຄນກີບແຄບ, ປາຍກີບກ້ວາງ ແລະ ວ້ຳເລິກ, ດ້ານໃນມີຂົນສີຂາວຍາວທີ່ບໍລິເວນໂຄນກີບ, ຜິວດ້ານນອກກ້ຽງ. ເກສອນເພດຜູ້ມີ 2 ອັນ, ຕິດຢູ່ໃນຫຼອດກີບດອກ, ກ້ານຊູຖົງລະອອງເກສອນເຊື່ຶອມຕິດກັນເປັນເນື້ອດຽວກັບຫຼອດກີບດອກ. ເຕົ້າໄຂ່ຈັບເທິງ, ມີ 2 ຫ້ອງ, ແຕ່ລະຫ້ອງມີ 1 ເມັດໄຂ່, ປາຍຮວງຮັບມີ 1 ອັນ, ມີລັັກສະນະເປັນຕຸ່ມ, ມີຂົນ. ໝາກຮູບໄຂ່ປີ້ນ ຫຼື ຮູບກົມຂ້ອນຂ້າງແປ, ມີຂະໜາດເສັ້ນຜ່າສູນກາງປະມານ 2 ຊມປາຍມົນ ແລະ ມີຕິ່ງແຫຼມ, ຜິວລຽບ, ໝາກອ່ອນເປັນສີຂຽວ, ໝາກແກ່ແລ້ວແຕກອອກເປັນ 2 ແສກ. ແກ່ນມີ 2 ແກ່ນ, ຮູບກົມ, ສີນ້ຳຕານ.

Description of Use

ສັບພະຄຸນ: 

  • ຮາກ:​ ໃຊ້ເປັນຢາບຳລຸງທາດ, ເປັນຢາບຳລຸງກຳລັງ, ແກ້ອາການອ່ອນເພຍ, ແກ້ລົມ ແລະ ບີ, ຮັກສາອາການໄອ, ນຳຕົ້ນ ແລະ ຮາກມາຝົນເປັນຢາແກ້ອາການໄອ, ບຳລຸງຜູ້ຍິງກຳລັງຄອດລູກໃຫມ່, ເປັນຢາແກ້ອາການທ້ອງຜູກ ແລະ ຮັກສາອາການຂັບຖ່າຍຍາກ.
  • ຕົ້ນ:  ຕົ້ນ ແລະ ໃບໃຊ້ເປັນຢາຮັກສາອາການເຈັບຕາມຂໍ້ (ຕົ້ນ ແລະ ໃບ), ເປັນຢາແກ້ໄຂ້ ແລະ ມີສັບພະຄຸນແກ້ອາການເຈັບຫົວ.
  • ເປືອກຕົ້ນ: ເປືອກຊັ້ນໃນນຳມາຕົ້ມດື່ມຮັກສາອາການເຈັບຫົວ.
  • ໃບ: ຊ່ວຍຈະເລີນອາຫານ ແຕ້ຖ້າກິນຫຼາຍຈະເປັນຢາລະບາຍ, ຮັກສາຕານເຕັ້ນ, ແກ້ໄຂ້, ແກ້ໄຂ້ສັ່ນ, ຮັກສາອາການເຈັບທ້ອງ, ເປັນຢາລະບາຍ, ເປັນຢາຂັບພະຍາດພິດ ແລະ ເປັນຢາບຳລຸງນ້ຳບີຂັບນ້ຳບີ.
  • ດອກ: ຊ່ວຍບຳລຸງຫົວໃຈ, ແກ້ຄວາມດັນເລືອດ, ແກ້ລົມວີນວຽນ, ແກ້ໄຂ້ (ໃບ ແລະ ດອກ), ແກ້ໄຂ້ຈ່ອຍເຫຼືອງ, ຮັກສາຕາແດງ, ຊ່ວຍຂັບປະຈຳເດືອນຂອງແມ່ຍິງ ແລະ ຍັງເປັນຢາແກ້ພິດທັງຫຼາຍ.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບ.

ນ້ຳມັນຫອມລະເຫີຍ: 

  • ດອກ: ນຳມາສະກັດເປັນນ້ຳມັນຫອມລະເຫີຍ ເຊິ່ງນຳໄປໃຊ້ເປັນນ້ຳຫອມ. 

ຄຸນປະໂຫຍດ: 

  • ຮາກ: ໃຊ້ເປັນຢາແກ້ຜົມງອກ ແລະ ຊ່ວຍບຳລຸງຜິວໃຫ້ຊຸ່ມຊື່ນ.
  • ໃບ: ຊ່ວຍບຳລຸງເສັ້ນຜົມ, ແກ້ເສັ້ນຜົມງອກ.
  •  ດອກ: ມີສານ Carotenoid nyctanthin ໃຫ້ສີເຫຼືອງອົມແສດໃຊ້ເປັນສີສຳລັບຍ້ອມຜ້າ.
  • ໃນປະເທດອິນເດຍຖືວ່າຕົ້ນສາລິກາເປັນຕົ້ນໄມ້ສັກສິດ.

ຂໍ້ມູນທາງວິທະຍາສາດ: 

  • ສານສະກັດດ້ວຍເຫຼົ້າຈາກໃບ, ໝາກ ແລະ ແກ່ນ: ສາມາດຢັບຢັ້ງພະຍາດໄຂ່ຂໍ້ເຊື່ອມໄດ້ ໂດຍຈະຊ່ວຍຫຼຸດປະລິມານການຕາຍຂອງຈຸລັງທີ່ຕິດເຊື່ອ.
  • ສານສະກັດຈາກດອກ ແລະ ໃບ: ຊ່ວຍຕ້ານອານຸມູນອິດສະຫຼະ, ຊ່ວຍຫຼຸດລະດັບຂອງ Alk Phos, LPO, SGPT, ຄໍເຣດສເຕີຣໍ ແລະ ໄຕຣກີເຊີໄຣນເຊິ່ງເປັນສາເຫດຂອງໄຂມັນອຸດຕັນໄດ້ອີກ. 
Contribute