ຕົ້ນສ້ຽວເງິນລຽງ / Orchid tree

ຕົ້ນສ້ຽວເງິນລຽງ / Orchid tree

Use
Food
Medicine
Ornamental
Scientific Name / Family
Bauhinia acuminata L. / FABACEAE
Synonyms
Bauhinia linnaei Ali
Bauhinia candida sensu auct.
Bauhinia grandiflora sensu auct.
Bauhinia tomentosa sensu auct.
Other Names
ໄທ: ຕົ້ນສ້ຽວນ້ອຍ, ໂຍທິກາ, ກະແຈກູໂດ, ສົ້ມສ້ຽວ ແລະ ກາຫຼົົງ
ອັງກິດ: Snowy orchid tree ແລະ Orchid tree
ຈີນ: 白花羊蹄甲.
Conservation Status
Least Concern
Botanical Description

ໄມ້ຟຸ່ມຂະໜາດນ້ອຍ. ລຳຕົ້ນສູງ 1-3 ມ,​ ກິ່ງອ່ອນ ແລະ ຍອດມີຂົນສີຂາວປົກຄຸມຢ່າງໜາແໜ້ນ, ເປືອກລຳຕົ້ນລຽບ, ສີນ້ຳຕານ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີກ້ວາງ, ກ້ວາງ 9-13 ຊມ, ຍາວ 10-14 ຊມ, ໂຄນໃບມົນ ຫຼື ຮູບຫົວໃຈ, ຂອບລຽບ, ປາຍວ້ຳເລິກເຂົ້າຫາກັນເກືອບເຄິ່ງໃບ, ເຮັດໃຫ້ປາຍແຍກອອກເປັນ 2 ແສກ, ປາຍແຫຼມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ກ້ຽງ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ, ມີຂົນສີຂາວ. ກ້ານໃບຍາວ 3-4 ຊມ, ສີຂຽວປົນສີນ້ຳຕານ. ຫູໃບມີລັກສະນະຮຽວແຫຼມ, ຍາວປະມານ 1 ຊມ, ຫຼົ່ນງ່າຍ ແລະ ມີທໍ່ຢ່າງນ້ອຍໆຢູ່ລະຫວ່າງຫູໃບ. ຊໍ່ດອກແບບກະຈະສັ້ນ, ອອກບໍລິເວນປາຍກິ່ງ. ດອກຍ່ອຍມີ 2-3 ດອກ, ລັກສະນະເປັນຮູບກະສວຍ, ຍາວ 2.5-4 ຊມ, ດອກບານເຕັມທີມີຂະໜາດເສັ້ນຜ່າສູນກາງ 5-8 ຊມ, ສີຂາວ, ມີກິ່ນຫອມອ່ອນໆ. ກ້ານດອກຍາວ 0,5-1,5 ຊມ. ໃບປະດັບດອກຈັບຢູ່ບໍລິເວນໂຄນກ້ານດອກ, ມີ 2-3 ໃບ, ຮູບສາມຫຼ່ຽມຮຽວແຫຼມ, ມີຂະໜາດນ້ອຍ. ກາບດອກເຊື່ອມຕິດກັນ, ປາຍແຍກເປັນ 5 ກາບ, ກ້ວາງ 1-1.8 ຊມ, ຍາວ 2,5-4 ຊມ, ປາຍຮຽວແຫຼມ, ແຍກເປັນພູສັ້ັ້ນ. ກີບດອກມີ 5 ກີບ, ຮູບຮີ ຫຼື ຮູບໄຂ່ປີ້ນ, ຂະໜາດບໍ່ເທົ່າກັນ, ກ້ວາງປະມານ 2 ຊມ, ຍາວ 4-6 ຊມ, ໂຄນໃບແຫຼມ ຫຼື ມົນ, ຂອບລຽບ, ປາຍມົນ. ເກສອນເພດຜູ້ມີ 10 ອັນ, ບໍ່ສະເໝີກັນ, ຍາວ 1.5-2.5 ຊມ, ຖົງລະອອງຮູບຂອບຂະໜານ, ຍາວ 3-5 ມມ, ສີເຫຼືອງສົດ. ເຕົ້າໄຂ່ມີ 1 ອັນ, ຮູບຂອບຂະໜານ, ຍາວ 6-8 ມມ, ຄໍເຕົ້າໄຂ່ຍາວ 1-2 ຊມ ແລະ ປາຍຮວງຮັບເປັນແຜ່ນກົມ. ໝາກເປັນຝັກແປ, ຮູບຂອບຂະໜານ, ກ້ວາງ 1-1.5 ຊມ, ຍາວ 9-15 ຊມ,​ ໂຄນໝາກແຫຼມ, ຂອບລຽບເປັນເສັ້ນໜາ, ປາຍຮຽວແຫຼມ, ຍາວປະມານ 8 ມມ, ໝາກອ່ອນເປັນສີຂຽວອ່ອນ, ໝາກແກ່ເປັນສີນ້ຳຕານ. ແກ່ນມີ 5-10 ເມັດ, ມີຂະໜາດນ້ອຍ, ແປ, ຮູບຂອບຂະໜານ.

Description of Use

ອາຫານ:

  • ດອກ ແລະ ຍອດອ່ອນ: ນຳມາໃຊ້ຮັບປະທານໄດ້.

ສັບພະຄຸນ:

  • ຮາກ: ຊ່ວຍຕົ້ມດື່ມແກ້ອາການໄອ, ໃຊ້ເປັນຢາແກ້ບິດ, ຕົ້ນ ແລະ ຮາກເປັນຢາຂັບເສມຫະ (ຮາກ, ຕົ້ນ) ແລະ ຊ່ວຍແກ້ອາການເຈັບຫົວ (ຮາກ, ດອກ).
  • ຕົ້ນ: ເປັນຢາແກ້ຂັບປະຈຳເດືອນ.
  • ໃບ: ຮັກສາແຜໃນດັງ.
  • ດອກ: ຊ່ວຍຫຼຸດຄວາມດັນເລືອດ, ແກ້ເລືອດອອກຕາມວ່າງແຂ້ວ, ແກ້ເສມຫະ ແລະ ແກ້ອາການຮາກເປັນເລືອດ.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບກາງແຈ້ງ ຫຼື ສວນສາທາລະນາຕ່າງໆ.

ຂໍ້ຄວນລະວັງ: ລຳຕົ້ນມີຂົນອ່ອນຫາກສຳພັດກັບຜິວໜັງໂດຍຕົງຈະເຮັດໃຫ້ລະຄາຍເຄືອງຜິວໜັງໄດ້.

Contribute