ຕົ້ນດອກແກ້ວ / Andaman satinwood

ຕົ້ນດອກແກ້ວ / Andaman satinwood

Use
Food
Medicine
Ornamental
Scientific Name / Family
Murraya paniculata (L.) Jack / RUTACEAE
Synonyms
Chalcas cammuneng Burm.f.
Chalcas exotica (L.) Millsp.
Chalcas intermedia M.Roem.
Chalcas japanensis Lour.
Chalcas paniculata L.
Chalcas sumatrana M.Roem.
Connarus foetens Blanco
Connarus santaloides Blanco
Murraea exotica L.
Murraya exotica L.
Murraya exotica DC.
Murraya omphalocarpa Hayata
Murraya paniculata var. exotica (L.) C.C. Huang
Murraya paniculata var. omphalocarpa (Hayata) Tanaka
Other Names
ໄທ: ດອກຈາພິກ, ແກ້ວລາຍ, ແກ້ວຂີ້ໄກ່, ແກ້ວພິກ, ຕະໄຫຼແກ້ວ, ແກ້ວ ແລະ ແກ້ວຂາວ.
ຈີນ: 小李乡, 千里香 ແລະ 九里香.
ອັງກິດ: Andaman satinwood, Chanese box tree, Cosmetic bark tree, Orange jasmine, Orange jessamine, ແລະ Satin wood.
Botanical Description

ໄມ້ຟຸ່ມເຄິງໄມ້ຢື່ນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 5-10​ ມ, ແຕກກິ່ງກ້ານເປັນຟຸ່ມກົມແໜ້ນ, ເປືອກລຳຕົ້ນແຕກເປັນຮ່ອງ, ສີເທົາ, ເນື້ອໄມ້ສີຂາວ. ໃບປະສົມແບບຂົນນົກປາຍຄີກ, ອອກຮຽງສະຫຼັບ. ໃບຍ່ອຍມີ 5-9 ໃບ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 1-3 ຊມ, ຍາວ 2-7 ຊມ, ໂຄນໃບແຫຼມ, ຂອບໃບເປັນຄື້ນ ຫຼື ເປັນແສກມົນ, ປາຍແຫຼມ, ແຜ່ນໃບໜາຄ້າຍຄືໜັງ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ລຽບມັນ, ຜິວໃບດ້ານລຸ່ມເປັນສີຂຽວອ່ອນ, ບໍ່ມີຕ່ອມນ້ຳມັນ, ເມື່ອບິດໃບຈະມີກິ່ນຄ້າຍໃບໝາກກ້ຽງ. ຊໍ່ດອກແບບກະຈຸກສັ້ນ, ອອກຕາມງ່າມໃບ. ດອກຍ່ອຍມີຈຳນວນຫຼາຍ, ສີຂາວ, ມີກິ່ນຫອມແຮງ. ກາບດອກມີ 5 ກາບ, ຮູບສາມຫຼ່ຽມ, ສີຂຽວ. ກີບດອກໂຄນເຊື່ອມຕິດກັນ, ປາຍແຍກອອກເປັນ 5 ແສກ, ຮູບຮີ, ກ້ວາງ 7-9 ມມ, ຍາວ 2-2,5 ຊມ, ຫຼົ່ນງ່າຍ. ເກສອນເພດຜູ້ມີ 10 ອັນ. ໝາກຮູບກົມ, ຮູບຮີ ຫຼື ຮູບໄຂ່, ປາຍແຫຼມ, ໝາກກ້ວາງ 5-8 ມມ, ຍາວປະມານ 1 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີແດງປົນສີສົ້ມ, ຜິວມີຕ່ອມນ້ຳມັນເຫັນໄຫ້ຢ່າງຊັດເຈນ. ແກ່ນມີ 1-2 ແກ່ນ, ຮູບຮີ ຫຼື ຮູບໄຂ່, ປາຍແຫຼມ, ກ້ວາງ 4-6 ມມ, ຍາວ 6-9 ມມ, ມີຂົນໜາ ແລະ ໜຽວນຸ້ມຈັບຢູ່ອ້ອມຮອບ, ສີຂາວ. 

Description of Use

ອາຫານ:

  • ໝາກສຸກ: ສາມາດກິນໄດ້

ສັບພະຄຸນ:

  • ຮາກ: ຊ່ວຍຄາຍການອຸດຕັນຂອງເສັ້ນເລືອດ, ເຮັດໃຫ້ການໄຫຼວຽນຂອງເລືອດລົມດີຂື້ນ, ຮາກໃຊ້ເປັນຢາແກ້ຝີທີ່ເຕົ້ານົມ, ໃຊ້ເປັນຢາຂັບລົມ, ເປັນຢາຂັບປະຈຳເດືອນຂອງແມ່ຍິງ, ຕົ້ມຄ້ຽວເອົານ້ຳດື່ມຊ່ວຍເລັ່ງການເກີດລູກຂອງຜູ້ຍິງ, ໃຊ້ເປັນຢາແກ້ຝີໃນມົດລູກ, ພອກຮັກສາແຜ, ຮັກສາຜື່ນຄັນ, ຮັກສາອາການຄັນບໍລິເວນຜິວໜັງ, ຊ່ວຍແກ້ພິດຈາກແມງໄມ້ກັດ, ນຳມາຕົ້ມດື່ມຮັກສາແຜຝົກຊ້ຳ, ຝົກຊ້ຳຂຽວ, ຮັກສາອາການເຈັບເມືອຍຕາມຮ່າງກາຍ, ບັນເທົາອາການເຈັບບວມ ແລະ ຮັກສາອາການເຈັບແອວ.
  • ໃບ: ແກ້ອາການວຽນຫົວ, ແກ້ໄອ, ຊ່ວຍໃນການຍ່ອຍອາຫານ, ໃຊ້ເປັນຢາແກ້ໄຂຂໍ້ອັກເສບ (ໃບ, ດອກ), ແກ້ພິດແມງໄມ້ກັດ (ຮາກ, ໃບ), ຊ່ວຍບຳລຸງທາດໃນຮ່າງກາຍ, ຮັກສາອາການຖອກທ້ອງ, ຊ່ວຍແກ້ບິດ, ຊ່ວຍຂັບລົມ, ແກ້ອາການຈຸກສຽດແໜ້ນເຟີ້, ຮັກສາອາການເຈັບກະເພາະ, ເປັນຢາຂັບພະຍາດພິດ, ຊ່ວຍຂັບປະຈຳເດືອນ, ຂັບລົງຂາວຂອງຜູ້ຍິງ, ຮັກສາແຜ່ທີ່ຖືກກະທົບຈາກຂອງແຂງ, ຮັກສາແຜຝົກຊ້ຳ, ກ້ານ ແລະ ໃບນຳມາບົດແຊ່ກັບເຫຼົ້າ 24 ຊົ່ວໂມງສາມາດນຳມາທາ ຫຼື ສີດເປັນຢາບັນເທົາອາການເຈັບ ແລະ ນຳໄປຕົ້ມນຳໄປທາບໍລິເວນປາກຮັກສາອາການເຈັບແຂ້ວ. 
  • ຮາກ, ກ້ານ ແລະ ໃບສົດ: ໃຊ້ເປັນຢາຊາ, ຊ່ວຍລະງັບການເຈັບໄດ້, ໃຊ້ຮັກສາອາການເຈັບແຂ້ວ, ແກ້ອາການເຈັບກະເພາະ, ໃຊ້ເປັນຢາແກ້ຜື່ນຄັນທີ່ເກີດຈາກຄວາມຊື່ນ ແລະ ແມງໄມ້ກັດ.

ພືດປະດັບ: ນິຍົມນຳມາປູກເປັນພືດປະດັບເນື່ອງຈາກມີຊົງຟຸ່ມທີ່ງາມ, ຕັດແຕ່ງຟຸ່ມໄດ້ງ່າຍ, ເປັນໄມ້ທີ່ທົນທານຕໍ່ສະພາບແວດລ້ອມ, ດອກມີຄວາມສວຍງາມ ແລະ ມີກິ່ນຫອມ.

ຄຸນປະໂຫຍດ: 

  • ກ້ານໃບ: ສາມາດນຳໄປຖູແຂ້ວໄດ້.
  • ຕາມຄວາມເຊື່ອຂອງຄົນບູຮານວ່າຖ້າມີຕົ້ນແກ້ວປູກປະດັບໜ້າບ້ານຈະເຮັດໃຫ້ມີຄວາມສຸກ ແລະ ຮັ່ງມີ.
  • ເນື້ອໄມ້ນິຍົມນຳມາແປຮູບເປັນເຄື່ອງໃຊ້ສອຍ ຫຼື ໃຊ້ຕົບແຕ່ງເຄື່ອງເຮືອນ.
  • ສານສະກັດຈາກຕົ້ນແກ້ວນຳໄປໃຊ້ເປັນສ່ວນປະສົມຂອງຜະລິດຕະພັນຫຼຸດນ້ຳໜັກ.

ຂໍ້ມູນທາງວິທະຍາສາດ: 

  • ໃບ: ພົບນ້ຳມັນຫອມລະເຫີຍ 0.25 ເຊິ່ງປະກອບໄປດ້ວຍ Bisabolene, Carene, Citronellol, Eugenol, Geraniol, I-Candinenem, Paniculatin, Phebalosin, Methyl Anthranilate, Scopoletin ແລະ Scopolin.
  • ໃນກິ່ງ, ເປືອກ ແລະ ໝາກ: ພົບສານ Mexoticin I, Hibiscetin ແລະ Heptamethyleeher I.
  • ຕົ້ນ: ສານສະກັດຈາກ Petroleum ether ຂອງຕົ້ນ ຊ່ວຍຄາຍກ້າມກ້ຽງຂອງລຳໄສ້ອ່ອນ ແລະ ລຳໄສ້ແກ້.
  • ສານສະກັດດ້ວຍເຫຼົ້າຊ່ວຍໃນການຂ້າເຊື້ອ ຫຼື ຢັບຢັ້ງເຊື້ອ Bacullus Inuza ແລະ ເຊື້ອ Btaphylo coccus ໄດ້.
Contribute