ຕົ້ນຄ້າ / Donax

ຕົ້ນຄ້າ / Donax

Use
Fibre
Medicine
Ornamental
Scientific Name / Family
Schumannianthus dichotomus (Roxb.) Gagnep. / MARANTACEAE
Synonyms
Clinogyne dichotoma (Roxb.) Salisb.
Maranta dichotoma (Roxb.) Wall.
Phrynium dichotomum Roxb.
Thalia dealbata Link
Thalia dichotoma (Roxb.) Roxb. ex Link
Other Names
ໄທ: ຄຣ້າ, ຄຸມ, ຄຣຸ້ມ, ແຫຍ່ງ, ກ້ານພ້າວ, ຄ້າ, ຄ້າຍ, ເບີແມ, ຄ້າໃບເງິນ ແລະ ຄ້າກັ້ນ.
ອັງກິດ: Catathea ແລະ Siver catathea.
Botanical Description

ຈັດເປັນໄມ້ລົ້ມລຸກອາຍຸຫຼາຍປີ, ເກີດເປັນຟຸ່ມ. ລຳຕົ້ນມີທັງລຳຕົ້ນຕັ້ງຊື່ ແລະ ລຳເລືອ, ມີເຫງົ້າ ຫຼື ຫົວໃຕ້ດິນສາມາດແຕກໜໍ່ໄດ້, ລຳຕົ້ນຮູບກົມ, ມີປ້ອງ, ມີຂໍ້, ສູງ 1-2 ມ. ໃບດ່ຽວ, ອອກຕາມຂໍ້, ຮູບໄຂ່ ຫຼື ຮູບຮີ, ກ້ວາງ 10-20​ ຊມ, ຍາວ 20-35 ຊມ, ໂຄນໃບມົນ, ຂອບລຽບ, ປາຍແຫຼມ, ແຜ່ນໃບສີຂຽວ, ຜິວລຽບທັງສອງດ້ານ, ມັກມີລວດລາຍ ແລະ ສີສັນງາມຕາມແຜ່ນໃບ, ໃບຈະບານອອກໃນຊ່ວງກາງຄືືນ ແລະ ມ້ວຍເຂົ້າຫາກັນໃນຕອນສວຍ. ກ້ານໃບແຜ່ອວບຫຸ້ມລຳຕົ້ນໄວ, ຍາວ 10-20 ຊມ. ຊໍ່ດອກແບບແບບແຕກແໜ່ງ ຫຼື ຊໍ່ດອກແບບກະຈຸກສັ້ນ, ອອກຢູ່ບໍລິເວນປາຍຍອດ. ດອກຍ່ອຍອອກເປັນຄູ່ຈາກກາບຮອງດອກ ຫຼື ອອກຮຽງສະຫຼັບຈາກກ້ານຊໍ່ດອກ, ສີຂາວ. ກາບດອກ ແລະ ກີບດອກມີ 3 ກີບ. ເກສອນເພດຜູ້ຈຳນວນຫຼາຍ. ດອກສົມບູນເພດມີ 1 ດອກ, ສ່ວນທີ່ເຫຼືອເປັນໝັນ, ກາບດອກມີ 3 ກາບ. ກີບດອກໂຄນເຊື່ອມຕິດກັນເປັນຫຼອດ, ປາຍແຍກອອກເປັນ 3 ກີບ. ໝາກຮູບກົມແບ່ງອອກເປັນ 3 ຫ້ອງ, ມີຂະໜາດ 1,5-2 ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີເຫຼືອງ. ແກ່ນມີ 1-3 ຊມ, ໝາກແຫ້ງບໍ່ແຕກ, ເນື້ອນຸ້ມ.

Description of Use

ສັບພະຄຸນ: 

  • ຫົວ: ໃຊເປັນຢາແກ້ໄຂ້ທຸກຊະນິດ, ແກ້ຫືດ, ແກ້ອີສຸກອີໃສ, ຝີ ແລະ ແກ້ປາດົງ, ຮັກສາອາການຮ້ອນໃນຂາດນ້ຳ, ຊ່ວຍຫຼຸດຄວາມຮ້ອນໃນຮ່າງກາຍ ແລະ ຊ່ວຍຮັກສາທາງເດີນປັດສະວະອັກເສບ.

ພືດປະດັບ:

  • ນິຍົມນຳມາປູກເປັນໄມ້ປະດັບຕາມບໍລິເວນໜ້າບ້ານ, ​ຕົບແຕ່ງຕາມສ່ວນນ້ຳ ແລະ ສະຖານທີ່ຕ່າງໆ.
  • ຄົນບູຮານເຊື່ອວ່າຖ້າຫາກປູກຕົ້ນຄ້າໄວ້ໜ້າບ້ານຈະຊ່ວຍຄຸ້ມຄອງຮັກສາໃຫ້ມີຄວາມສະຫງົບສຸກ.

ຫັດຖະກຳ: ລຳຕົ້ນສາມາດນຳມາເຮັດເປັນກະຕ່າ, ສາດ ຫຼື ຕອກມັດສີ່ງຂອງຕ່າງໄດ້.

Contribute