ຕົ້ນລຸມພູກ / Divine Jasmine

ຕົ້ນລຸມພູກ / Divine Jasmine

Use
Medicine
Ornamental
Scientific Name / Family
Tamilnadia uliginosa (Retz.) Tirveng. & Sastre / RUBIACEAE
Synonyms
Catunaregam uliginosa (Retz.) Sivar.
Gardenia pomifera Wall.
Gardenia uliginosa Retz.
Posoqueria uliginosa (Retz.) Roxb.
Randia uliginosa (Retz.) Poir.
Solena uliginosa (Retz.) D.Dietr.
Xeromphis uliginosa (Retz.) Maheshw.
Other Names
ໄທ: ໜາມແທ່ງ, ໝາກຄັງ, ລຸ່ມພຸກ, ມອກນ້ຳຂາວ, ໝາກຂາວ, ລຸມປຸກ, ລຸບປຸກ, ກະລຳພຸກ, ໝາກຂັງຂາວ, ມຸຍຂາວ ແລະ ໂຣກຂາວ.
Botanical Description

ຈັດເປັນໄມ້ຢືນຕົ້ນ. ລຳຕົ້ນສູງ 5-10 ມ, ຕາມລຳຕົ້ນ ແລະ ກິ່ງກ້ານມີໜາມແຫຼມຍາວທີ່ພັດທະນາເປັນກິ່ງນ້ອຍ, ໂດຍອອກກົງກັນຂ້າມກັນ, ຜິວຂຸຂະ, ກິ່ງອ່ອນເປັນຫຼ່ຽມມົນ, ເປືອກຕົ້ນສີນ້ຳຕານເຂັ້ມ, ເນື້ອໄມ້ເປັນສີຂາວປົນສີນ້ຳຕານອ່ອນ, ເນື້ອໄມ້ມີຄວາມລະອຽດ ແລະ ສະໝໍ່າສະເໝີ. ໃບດ່ຽວ, ອອກຮຽງກົງກັນຂ້າມ, ຮູບໄຂ່ປີ້ນ, ກ້ວາງ 5-10 ຊມ, ຍາວ 8-14​ ຊມ,​ ໂຄນໃບຮຽວແຫຼມ, ຂອບລຽບ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວລຽບມັນ, ຜິວໃບດ້ານລຸ່ມມີໃບເປັນສີຂຽວອ່ອນ, ມີຂົນກະຈາຍຫ່າງ. ກ້ານໃບຍາວບບໍ່ເກີນ 1 ຊມ. ຫູໃບຂະໜາດນ້ອຍຢູ່ລະຫວ່າງກ້ານໃບ. ດອກດ່ຽວ, ອອກຕາມງ່າມໃບໃກ້ກັບປາຍຍອດ, ມີຂະໜາດເສັ້ນຜ່າສູນກາງ 3-5 ຊມ, ສີຂາວ, ມີກິ່ນຫອມ. ກາບດອກເຊື່ອມຕິດກັນ, ປາຍແຍກເປັນ 5 ແສກ, ສີຂຽວ. ກີບດອກມີ 5 ແສກ, ຮູບຊົງກົມໃຫຍ່, ໜາ. ເກສອນເພດຜູ້ມີ 5 ອັນ, ຮູບແຖບ, ຖົງລະອອງເກສອນສີເຫຼືອງ. ເຕົ້າໄຂ່ຈັບເທິງ, ມີ 1 ອັນ, ກ້ານເກສອນເປັນສີຂາວ, ປາຍຮວງຮັບແບ່ງອອກເປັນ 2 ແສກ, ຮູບຖ້ວຍ. ໝາກຮູບໄຂ່ ຫຼື ຮູບຮີກົມ, ມີຂະໜາດຍາວ 4-6 ຊມ, ເນື້ອແໜ້ນແຂງ, ຜິວລຽບ,​ ໝາກອ່່ອນເປັນສີຂຽວ, ໝາກສຸກເປັນສີເຫຼືອງ, ປາຍໝາກມີກາບດອກຕິດຢູ່ຈົນເປັນໝາກ. ແກ່ນຈຳນວນຫຼາຍ, ຮູບກົມ.

Description of Use

ສັບພະຄຸນ:

    ຮາກ ແລະ ແກ່ນ: ຕົ້ມດື່ມບຳລຸງເລືອດ ແລະ ແກ້ເຈັບເມື່ອຍ.
    ຮາກ ແລະ ໝາກ: ແກ້ຖອກທ້ອງ ແລະ ແກ້ອາການເຈັບທ້ອງບິດມູກເລືອດ.
    ໝາກ: ແກ້ອາການເຈັບໄຂ້ ຫຼື ລົງແດງ.
    ແກ່ນ: ຕົ້ມດື່ມເປັນຢາບຳລຸງຮ່າງກາຍ.

ຂໍ້ມູນທາງວິທະຍາສາດ:

    ສານທີ່ພົບໄດ້ແກ່: olean-12-en-28-oic acid, (-L-arabinopyranosyl(1-3)-)-(-D-galactopyranosyl (1-6))-(-D-galactopyranosyl (1-3))-3-(-hydroxy : methyl ester; olean-12-en-28-oic acid, (-arabinopyranosyl (1-3))-( -D-galactopyranosyl(1-4))-(-D-glucuronopynosyl (1-3)) -3-(-hydroxy: ; olean-12-en-28-oic acid ແລະ 3-(-hydroxy; methylester)).

ຜົນປະໂຫຍດ:

    ໝາກ: ນຳມາບົດໃຫ້ລະອຽດແລ້ວນຳໄປປະສົມກັບສີຍ້ອມຜ້າເຮັດໃຫ້ຕິດທົນ.
    ເນື້ອໄມ້: ນິຍົມນຳມາໃຊ້ມາແກະສະຫຼັກ ຫຼື ນຳມາໃຊ້ເປັນເຄື່ອງໃຊ້ສອຍຕ່າງໆ.

ພືດປະດັບ: ໃນປັດຈຸບັນເຫັນວ່າການປູກຕົ້ນລຸມພູກໄວ້ເປັນໄມ້ປະດັບ ເນື່ອງຈາກສາມາດດັດ ແລະ ຕັດແຕ່ງກິ່ງໄດ້ງ່າຍ, ຂະຫຍາຍພັນ ແລະ ປູກລ້ຽງດູແລໄດ້ງ່າຍ, ດອກມີຄວາມງົດງາມ, ຮັກສາໄດ້ງ່າຍ ແລະ ມີກິ່ນຫອມ. ມີຄວາມທົນທານຕໍ່ສະພາບແວດລ້ອມໄດ້ດີ.

Contribute