ດອກຂົມ / Japanese sunflower
APA 6th ed. ດອກຂົມ / Japanese sunflower. (2021, April 7). Retrieved from https://www.phakhaolao.la/kb/0001064
MLA 8th ed. ດອກຂົມ / Japanese sunflower. Pha Khao Lao, 7 April 2021, https://www.phakhaolao.la/kb/0001064.
Chicago 17th ed. Pha Khao Lao. 2021. "ດອກຂົມ / Japanese sunflower." Published April 7, 2021. https://www.phakhaolao.la/kb/0001064.
Mirasolia diversifolia Hemsl.
Tithonia diversifolia subsp. diversifolia
Tithonia diversifolia var. diversifolia
Tithonia diversifolia var. glabriuscula S.F.Blake
Urbanisol tagetiflora var. diversifolius (Hemsl.) Kuntze
Urbanisol tagetiflora var. flavus Kuntze
Urbanisol tagetiflora f. grandiflorus Kuntze
Urbanisol tagetifolius f. grandiflorus Kuntze
ໄທ: ດາວເຮືອງຢີ່ປຸ່ນ, ດອກທານຕາວັນໜູ, ເບນຈະມາດນ້ຳ ແລະ ບົວຕອງ
ອັງກິດ: Mexican sunflower ແລະ Mexican sunflower weed
ຈີນ: 腫柄菊 ແລະ 假向日葵
ພືດລົ້ມລຸກອາຍຸຫຼາຍປີ. ລຳຕົ້ົົົົົົົົົົົົົົນສູງປະມານ 4 ມ, ທຸກສ່ວນຂອງລຳຕົ້ນມີຂົນສີຂາວ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບໄຂ່ປົນຮູບສີ່ຫຼ່ຽມ, ກ້ວາງ 4-25 ຊມ, ຍາວ 7-30 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ ຫຼື ເປັນວັກລັກສະນະເປັນ 3-5 ແສກ, ປາຍແຫຼມ ຫຼື ຮຽວແຫຼມ, ແຜ່ນໃບບາງຄ້າຍຄືເຈ້ຍ, ຜິວໃບດ້ານເທິງສີຂຽວເຂັ້ມ, ຜິວໃບດ້ານລຸ່ມສີຂຽວປົນສີເທົາ, ມີຂົນສັ້ນ ແລະ ຕ່ອມນ້ອຍໆກະຈາຍທັງສອງດ້ານ. ຊໍ່ດອກແບບກະຈຸກ, ອອກບໍລິເວນປາຍຍອດ, ມີເສັ້ນຜ່າສູນກາງ 6-14 ຊມ. ດິ້ວປະດັບຊໍ່ດອກມີປະມານ 3-4 ຊັ້ນ, ຮຽງກັນເປັນຮູບລະຄັງ, ຮູບຂອບຂະໜານ, ຍາວ 3-5 ຊມ, ປາຍວັກເລັກນ້ອຍ, ສີເຫຼືອງສົດ. ກີບດອກວົງນອກເປັນຮູບຂອບຂະໜານ, ເປັນໜັນ. ດອກວົງໃນເປັນດອກສົມບູນເພດ, ມີຈຳນວນຫຼາຍ, ຂະໜາດນ້ອຍ. ກີບດອກເຊື່ອມຕິດກັນເປັນຫຼອດ, ຍາວ 0.7-1 ຊມ. ເກສອນເພດຜູ້ 5 ອັນ, ຖົງລະອອງເປັນສີດຳ, ປາຍສີເຫຼືອງ. ໝາກແຫ້ງ, ຮູບຂອບຂະໜານ, ຍາວ 0.5-0.8 ຊມ, ໂຄນ ແລະ ປາຍແຫຼມ, ໝາກອ່ອນບໍ່ແຕກ.
ສັບພະຄຸນ:
- ໃບ: ໃບສົດນຳມາຢ້າງໄຟໃຊ້ພອກຫົວແລ້ວໃຊ້ຜ້າພັນໄວ້ແກ້ອາການເຈັບຫົວ ແລະ ນຳມາຕົ້ມກັບນ້ຳອາບແກ້ອາການຄັນ.
- ຍອດອ່ອນ: ນຳມາເຜົາຈາກນັ້ນບົດໃຫ້ລະອຽດແລ້ວນຳມາທາຜື່ນຄັນຂຶ້ນຕາມໂຕ.
- ດອກ: ນຳມາໃສ່ແຜ ແລະ ແຜຊໍ້າ.
- ສານສະກັດໃບ: ສານສະກັດດ້ວຍເຫຼົ້າ ແລະ ຄໍໂຣໂຟມເປັນພິດຕໍຈຸລັງມະເຮັງຫຼາຍຊະນິດໃນຫຼອດທົດລອງ, ສານສະກັດຈາກບິວທານອລຊ່ວຍຫຼຸດການບີບຕົວລອງລຳໄສ້, ນຳຕົ້ມຈາກສ່ວນທີ່ຢູ່ເໜືອດິນຊ່ວຍຫຼຸດອາການອັກເສບ ແລະ ຊ່ວຍຮັກສາຕັບອັກເສບ.
- ສານສະກັດຈາກດອກ: ສານສະກັດໂດຍເຫຼົ້າ ແລະ ແອຊີໂຕນມາສິດຂ້າແມງໄມ້ໄດ້.
ພືດປະດັບ: ປູກເປັນພືດປະດັບຕາມສວນສາທາລະນະຕ່າງໆ.