ປຶກສາຫາລືສົ່ງອອກງົວ 500.000 ໂຕ ໄປ ສປ ຈີນ

ປຶກສາຫາລືສົ່ງອອກງົວ 500.000 ໂຕ ໄປ ສປ ຈີນ

phakhaolao.la
phakhaolao.la

ຄະນະຮັບຜິດຊອບໂຄງການສົ່ງອອກສັດໃຫຍ່ ໄປ ສປ ຈີນ ຈັດກອງປະຊຸມ ໃນວັນທີ 29 ມັງກອນ 2021 ທີ່ກົມລ້ຽງສັດແລະການປະມົງ, ກະຊວງກະສິກໍາ ແລະ ປ່າໄມ້, ນະຄອນຫລວງວຽງຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ເພັດ ພົມພິພັກ, ລັດຖະມົນຕີ ກະຊວງກະສິກໍາແລະປ່າໄມ້ ເພື່ອຮັບຟັງການລາຍງານຄວາມຄືບໜ້າໃນການກະກຽມຄວາມພ້ອມ, ແຜນຜະລິດ ແລະສະໜອງງົວເພື່ອສົ່ງອອກໄປ ສປ ຈີນ, ນອກຈາກນີ້ ເພື່ອສົນ ທະນາ ແລະປຶກສາຫາລືແກ້ໄຂບັນຫາຄົງຄ້າງກ່ຽວກັບການສົ່ງງົວອອກໄປ ສປ ຈີນ ເນື່ອງຈາກພົວພັນກັບຫລາຍຂະແໜງການຕ້ອງໄດ້ເອົາໃຈໃສ່ແກ້ ໄຂຮ່ວມກັນໃຫ້ດີຂຶ້ນ.

ທ່ານ ນາງ ວິໄລພອນ ວໍລະພິມ, ຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ລາຍງານໃຫ້ຮູ້ວ່າກ່ຽວກັບຜົນສໍາເລັດ ກໍຄື ຄວາມຄືບໜ້າຂອງການກະ ກຽມຫລາຍວຽກງານ ເພື່ອຮອງຮັບໃຫ້ແກ່ການສົ່ງງົວອອກໄປ ສປ ຈີນ ເປັນຕົ້ນ: ການກະກຽມຄວາມພ້ອມດ້ານນິຕິກໍາ, ດ້ານບຸກຄະລາກອນ, ການກຽມຄວາມພ້ອມດ້ານການວິໄຈພະຍາດ, ຄວາມພ້ອມດ້ານການສ້າງເຂດທ້ອນໂຮມສັດ, ເຂດກັນຊົນ ແລະ ເຂດປອດພະຍາດປາກເປື່ອຍລົງເລັບ, ໃນນີ້ ເຂດທ້ອນໂຮມສັດ: ແມ່ນນັບເອົາຕັ້ງແຕ່ເຂດກັນຊົນ 47 ກິໂລ ແມັດ, ກວມເອົາ 4 ເມືອງຂອງແຂວງຫລວງນໍ້າທາ, ປັດຈຸບັນ ມີ 4 ເຈົ້າທີ່ສ້າງຟາມທອມງົວຢູ່ເຂດດັ່ງກ່າວ ຄື: ຟາມລ້ຽງງົວຂອງບໍລິສັດ, ຟາມລ້ຽງ ງົວຊີ້ນຂອງບໍລິສັດໂກທົງ, ຟາມລ້ຽງງົວຊີ້ນຂອງບໍລິສັດຈິ່ງກຸ່ ແລະ ຟາມລ້ຽງງົວຂອງບໍລິສັດສອງປັນຍາເຢຫົງການຄ້າທີ່ກໍາລັງສ້າງຢູ່. ປັດຈຸບັນ ທັງ 4 ຟາມ ມີງົວທີ່ບັນທຶກເຂົ້າໃນລະບົບແລ້ວທັງໝົດ 912 ໂຕ. ເຂດກັນຊົນພະຍາດ: ມີເນື້ອທີ່ທັງໝົດ 64,1 ກິໂລຕາແມັດ, ກວມເອົາ 22 ບ້ານ ຊຶ່ງສະ ຖິຕິເບື້ອງຕົ້ນພົບວ່າ ມີງົວ, ຄວາຍ, ໝູ, ແກະ ແລະ ແບ້ ທັງໝົດ 1.400 ໂຕ. ສ່ວນ ເຂດປອດພະຍາດປາກເປື່ອຍລົງເລັບ ກວມເອົາ 5 ບ້ານຂອງເມືອງສິງ ຄື: ບ້ານປຸ້ງສ້ຽວ, ໜອງຄໍາ, ບ້ານ ສໍ້, ພະຍາດໃຫຍ່ ແລະ ບ້ານນາຄໍາ ມີເນື້ອທີ່ທັງໝົດຫລາຍກວ່າ 500 ເຮັກຕາ.

ນອກຈາກນີ້ ແມ່ນການກະ ກຽມຄວາມພ້ອມສະຖານທີ່ກັກກັນສັດ, ການກຽມຄວາມພ້ອມກ່ຽວກັບວຽກງານສັກຢາກັນພະຍາດສັດ ແລະ ວຽກງານເຮັດລະບົບໝາຍເບີ້ສັດ ເຫັນວ່າທຸກວຽກງານໄດ້ຮັບການກະກຽມຢ່າງຕໍ່ເນື່ອງ.

ສ່ວນ ທ່ານ ສີທອງ ພິພັກຂະວົງ, ຮອງຫົວໜ້າກົມລ້ຽງສັດ ແລະ ການປະມົງ ໄດ້ລາຍງານໃຫ້ຮູ້ກ່ຽວກັບແຜນການ ແລະ ມາດຕະການສົ່ງເສີມການ ໍລ້ຽງົວ ເພື່ອສົ່ງອອກໄປ ສປ ຈີນ ປະກອບມີ 4 ແຜນການໃຫຍ່ ຄາດ ວ່າຈະນໍາໃຊ້ທຶນທັງໝົດ 9.226 ຕື້ກີບ ຫລື ເກືອບ 1 ຕື້ໂດລາສະຫະລັດ. ປັດຈຸບັນ ທົ່ວປະ ເທດມີຟາມງົວທັງໝົດ 402 ຟາມ, ມີງົວ 50.000 ກວ່າໂຕ, ໃນນີ້ ພາກເໜືອ ມີ 163 ຟາມ, ພາກກາງ 149 ຟາມ ແລະ ພາກໃຕ້ 90 ຟາມ. ຢ່າງໃດກໍຕາມ ເຖີງວ່າລັດຖະບານ ໄດ້ເປີດໂອກາດໃຫ້ລາວສົ່ງອອກງົວໄປ ສປ ຈີນ ກໍຕາມ ແຕ່ໃນສະພາບປັດຈຸບັນ ລາວເຮົາບໍ່ມີງົວພຽງພໍສະ ໜອງຕະຫລາດຂອງຈີນນັບທັງປະລິມານ ແລະ ຄຸນນະພາບ.

ຂ່າວ Lao National Radio

Contribute