ຈຳປາດົງ / Yee hoob
APA 6th ed. ຈຳປາດົງ / Yee hoob. (2021, February 5). Retrieved from https://www.phakhaolao.la/kb/0001056
MLA 8th ed. ຈຳປາດົງ / Yee hoob. Pha Khao Lao, 5 February 2021, https://www.phakhaolao.la/kb/0001056.
Chicago 17th ed. Pha Khao Lao. 2021. "ຈຳປາດົງ / Yee hoob." Published February 5, 2021. https://www.phakhaolao.la/kb/0001056.
Lirianthe coco (Lour.) N.H.Xia & C.Y.Wu
Liriodendron coco Lour.
Liriopsis pumila Spach ex Baill.
Talauma coco (Lour.) Merr.
ສາມັນ: Yee hoob.
ຈັດເປັນໄມ້ຟຸ່ມ ຫຼື ໄມ້ຢືນຕົ້ນຂະໜາດນ້ອຍ. ລຳຕົ້ນສູງ 2-4 ມ, ແຕກກິ່ງກ້ານເປັນຟຸ່ມແຫຼມ, ແຕກກິ່ງ ແລະ ໃບນ້ອຍ, ເປືອກຕົ້ນລຽບ, ສີນ້ຳຕານປົນສີເທົາ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບຮີ ຫຼື ຮູບຮີແກມຮູບຫອກ, ກ້ວາງ 6-8 ຊມ, ຍາວ 10-15 ຊມ, ໂຄນໃບແຫຼມ ຫຼື ຮູບຫຼິ້ມ, ຂອບລຽບ, ປາຍແຫຼມ, ເນື້ອໃບແຂງ, ຜິວໃບດ້ານເທິງສີຂຽວເຂັ້ມ, ກ້ຽງມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວລຽບ. ກ້ານໃບຍາວ 1-1.5 ຊມ. ບາງຄັ້ງເປັນຊໍ່ດອກສັ້ນ ຫຼື ດອກດ່ຽວ, ອອກຕາມງ່າມໃບບໍລິເວນປາຍກິ່ງ. ດອກຍ່ອຍມີ 5-8 ດອກ, ຮູບຊົງກົມ, ຍາວປະມານ 3 ຊມ, ດອກບານເຕັມທີ່ມີເສັ້ນຜ່າສູນກາງ 4-5 ຊມ, ສີຂາວນວນ ຫຼື ສີເຫຼືອງອ່ອນ. ກ້ານດອກຍາວ 1-2 ຊມ. ກາບດອກມີ 3 ກາບ, ໜາ, ແຂງ, ເວລາບານຈະມີລັກສະນະຄືກັບກີບດອກ, ສີຂຽວ. ກີບດອກມີ 6-12 ກີບ, ຂະໜາດໃຫຍ່, ລັກສະນະງໍງຸ້ມ ແລະ ແຂງໜາ, ຮູບໄຂ່ປີ້ນຮຽງຊ້ອນກັນ 2-4 ຊັ້ນ, ຊັ້ນລະ 3 ກີບ, ຍາວ 3-5 ຊມ, ກີບໜາ ແລະ ອວບນ້ຳ, ຫຼຸດຫຼົ່ນໄດ້ງ່າຍ. ເກສອນເພດຜູ້ ແລະ ເກສອນເພດແມ່ຈຳນວນຫຼາຍ. ໝາກກຸ່ມ, ຮູບຮີ, ມີຂະໜາດກ້ວາງ 1.5-2 ຊມ, ຜິວບໍ່ລຽບ, ເປືອກໜາແຂງ ແລະ ຈະແຕກອອກເວລາແກ່. ແກ່ນມີຈຳນວນຫຼາຍ, ສີສົ້ມ.
ນ້ຳມັນຫອມລະເຫີຍ: ດອກມີນ້ຳມັນຫອມລະເຫີຍໃຊ້ສະກັດນ້ຳຫອມໂດຍສະເພາະ.
ໄມ້ປະດັບ: ນິຍົມນຳມາປູກເປັນໄມ້ປະດັບທົ່ວໄປເນື່ອງຈາກດອກມີຂະໜາດໃຫຍ່ ແລະ ມີກິ່ນຫອມ.