ຕົ້ນລຳດວນ / White cheesewood

ຕົ້ນລຳດວນ / White cheesewood

Use
Food
Medicine
Oil Extract
Ornamental
Scientific Name / Family
Melodorum fruticosum Lour. / ANNONACEAE
Synonyms
Other Names
ໄທ: ຫອມນວນ ແລະ ລຳດວນ
ຊື່ສາມັນ: White cheesewood, Devil tree ແລະ Lamdman
ຫວຽດນາມ: Du dê
Conservation Status
Least Concern
Botanical Description

ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ.​ ລຳຕົ້ນຕັ້ັງຊື່, ສູງ 10-15 ມ,​ ແຕກກິ່ງກ້ານຈຳນວນຫຼາຍ​,​ ປາຍຍອດເປັນຟຸ່ມ, ເປືອກຕົ້ນລຽບ, ສີເທົາ, ພາກສ່ວນແກ່ເປັນສີນ້ຳຕານ,​ ມີຮອຍແຕກຕາມລວງຍາວ, ກິ່ງເປັນສີຂຽວສົດ, ຍອດ ແລະ ໃບເປັນສີແດງ. ໃບດ່ຽວ, ອອກຮຽງສະຫຼັບ, ຮູບໄຂ່ ຫຼື ຮູບຂອບຂະໜານ, ກ້ວາງ 2-3 ຊມ, ຍາວ 8-10​ ຊມ, ໂຄນໃບແຫຼມ ຫຼື  ຮຽວແຫຼມ,​ຂອບລຽບ, ປາຍແຫຼມ, ຜິວໃບດ້ານເທິງເປັນສີຂຽວເຂັ້ມ, ຜິວມັນ, ຜິວໃບດ້ານລຸ່ມສີຂຽວອ່ອນ, ຜິວກ້ຽງທັງສອງດ້ານ. ກ້ານໃບຍາວ 0.5-0.7 ຊມ. ຊໍ່ດອກແບບກະຈຸກ ຫຼື ດອກດ່ຽວ, ອອກຕາມງ່າມໃບ ຫຼື ປາຍກິ່ງ. ດອກຍ່ອຍມີ 2-3 ດອກ, ຮູບໄຂ່ ຫຼື ຮູບເກືອບກົມ,​ ມີຂະໜາດເສັ້ນຜ່າສູນກາງ 2-2.5 ຊມ, ສີເຫຼືອງອ່ອນ, ມີກິ່ນຫອມ. ກາບດອກມີ 3 ກາບ, ຂະໜາດນ້ອຍ, ຮູບເກືອບກົມ,​ ປາຍມົນ, ມີຂົນກະຈາຍຫ່າງໆ. ກີບດອກມີ 6 ກີບ, ມີ 2 ຊັ້ນ, ກີບຊັ້ນນອກມີ 3 ກີບ, ຮູບສາມຫຼຽມ, ກ້ວາງປະມານ 1 ຊມ, ຍາວ 1.2 ຊມ, ປາຍແຫຼມ, ຂອບລຽບ, ກີບຊັ້ນໃນມີ 3 ກີບ, ປາຍງຸມເຂົ້າຫາກັນ,​ ຮູບໂດມ,​ ໜາ, ກ້ວາງປະມານ 0.6 ຊມ, ຍາວປະມານ 0.9 ຊມ. ເກສອນເພດຜູ້ມີຈຳນວນຫຼາຍ, ຈັບຢູ່ຖານຮອງດອກ. ເຕົ້າໄຂ່ມີຂົນປົກຄຸມຈຳນວນຫຼາຍ. ກ້ານດອກຍາວປະມານ 2.5 ຊມ. ໝາກກຸ່ມ, ມີເນື້ອ, ໝາກຍ່ອຍມີ 15-27 ໜ່ວຍ, ຮູບຮີ, ຮູບໄຂ່ ຫຼື ຮູບກົມ, ກ້ວາງປະມານ 2 ຊມ, ຍາວ 0.5-1​ ຊມ, ໝາກອ່ອນເປັນສີຂຽວ, ໝາກແກ່ເປັນສີແດງ, ໝາກສຸກເປັນສີຟ້າ ຫຼື ມີຄາບສີຂາວ. ແກ່ນມີ 1-2 ເມັດ. ກ້ານໝາກຍາວປະມານ 1 ຊມ.

Description of Use

ອາຫານ:

  • ໝາກສຸກ: ມີຣົດຊາດຫວານສາມາດນຳມາກິນໄດ້.

ສັບພະຄຸນ: 

  • ດອກແຫ້ງ: ມີສັບພະຄຸນເປັນຢາບຳລຸງກຳລັງ, ບຳລຸງເລືອດ, ບຳລຸງຫົວໃຈ, ແກ້ລົມວິນຫົວ, ແກ້ໄຂ້ ແລະ ແກ້ອາການໄອ. ເມື່ອນຳມາປະສົມກັບດອກບົວຫຼວງ,​ ດອກກະດັນງາ, ດອກຈຳປາ, ດອກພິກຸນ, ດອກບຸນນາກ, ດອກມະລິ, ດອກສານຜີ ແລະ ດອກລຳຈຽບ ເປັນຕຳລັບຢາຊ່ວຍແກ້ໄຂ້, ແກ້ຮ້ອນໄດ້ເນື່ອງຈາກຂາດນ້ຳ, ຊ່ວຍຊູກຳລັງ, ແກ້ອາການອ່ອນເພຍ, ຊ່ວຍບຳລຸງຫົວ, ແກ້ພິດພິການ ແລະ ແກ້ເປັນລົມ.

ນ້ຳມັນຫອມລະເຫີຍ: ດອກສາມາດນຳມາສະກັດນ້ຳມັນຫອມລະເຫີຍໄດ້ ຮ້ອຍລະ 0.08%.

ພືດປະດັບ: ນິຍົມນຳມາປູກເປັນໄມ້ປະດັບໂດຍທົ່ວໄປເນື່ອງຈາກຕົ້ນເປັນຟູຸ່ມ ແລະ ດອກມີກິ່ນຫອມ.

Contribute