ສະຕໍເບີລີ້ປ່າ / False strawberry

ສະຕໍເບີລີ້ປ່າ / False strawberry

Use
Medicine
Ornamental
Scientific Name / Family
Potentilla indica (Andrews) Th.Wolf / ROSACEAE
Synonyms
Duchesnea indica (Andrews) Teschem.
Duchesnea indica var. albicarpa Y.N.Lee
Duchesnea indica f. albocaput Naruh.
Duchesnea indica var. major Makino
Duchesnea major (Makino) Makino
Fragaria indica Andrews
Fragaria malayana Roxb.
Fragaria nilagirica Zenker
Fragaria roxburghii Wight & Arn.
Potentilla denticulosa Ser.
Potentilla durandii Torr. & A.Gray
Potentilla indica f. albicaput (Naruh.) H.Ohashi
Potentilla indica var. microphylla (T.T.Yu & T.C.Ku) H.Ohashi
Potentilla khasiana C.B.Clarke ex Dikshit & Panigrahi
Potentilla trifida Pall.
Potentilla trifida Lehm.
Other Names
ໄທ: ຢາເຢັນ ແລະ ສະຕໍເບີລີ້ປ່າ
ອັງກິດ: false strawberry, Indian strawberry ແລະ mock strawberry
ຈີນ: 桃子, 向...致敬, 蛇莓, 出租 ແລະ 射美
ຢີປຸນ: Hokkaido, Honshu, Shikoku ແລະ Kyushu
Botanical Description

ຈັດເປັນໄມ້ເຄືອຄຸມດິນ, ມີເຫງົ້າຢູ່ໃຕ້ດິນ. ລຳຕົ້ນແຕກກິ່ງກ້ານສາຂາເລືອໄປຕາມພື້ນດິນ, ຍາວປະມານ 1 ເມັດ, ມີຂໍ້, ແຕ່ລະຂໍ້ມີປ້ອງ, ແຕ່ລະງ່າສູງ 8-15 ຊມ, ມີຂົນປົກຄຸມທົ່ວລຳຕົ້ນ. ໃບປະສົມແບບຝາມື, ອອກຮຽງສະຫຼັບ. ກ້ານໃບຍາວ 5-8 ຊມ. ໃບຍ່ອຍມີ 3-5 ໃບ, ອອກແບບກະຈຸກ, ຮູບຮີ, ກ້ວາງ 1.5-5 ຊມ , ຍາວ 2-3 ຊມ, ໂຄນໃບຮຽວແຫຼມ, ຂອບແສກແຂ້ວເລື່ອຍ, ປາຍມົນ, ຜິວໃບສີຂຽວເຂັ້ມ, ຜິວໃບດ້ານລຸ່ມມີຂົນສີຂາວປົກຄຸມຢູ່. ຊໍ່ດອກອອກຕາມງ່າມໃບ. ກ້ານຊໍ່ດອກຮູບກົມ, ຍາວປະມານ 5.5 ຊມ. ດອກຍ່ອຍເມື່ອບານເຕັມທີຈະມີຂະໜາດ 12-15 ມມ, ສີເຫຼືອງ. ໃບປະດັບດອກມີ 5 ໃບ, ຮຸູບໄຂ່, ປາຍແຍກອອກເປັນ 3 ແສກ, ສີຂຽວ. ກາບດອກມີ 3-5 ອັນ, ຮູບໄຂ່, ປາຍຮຽວແຫຼມ, ມີຂົນປົກຄຸມບາງໆ. ກີບດອກມີ 3-5 ກີບ, ຮູບໄຂ່ປີ້ນ, ປາຍວໍ້ຳເຂົ້າ, ສີເຫຼືອງ, ຜິວລຽບ. ເກສອນເພດຜູ້ຈຳນວນຫຼາຍ, ຖົງລະອອງເກສອນຮູບໝາກໄຂ່ຫຼັງ. ໝາກລວມ, ຮູບຊົງກົມ ຫຼື ຮູບໄຂ່, ມີຂະໜາດເສັ້ນຜ່າສູນກາງປະມານ 1 ຊມ, ອົມນ້ຳ, ຫໍ່ຫຸ້ມດ້ວຍກາບດອກ, ໝາກສຸກເປັນສີແດງສົດ.

Description of Use

ສັບພະຄຸນ:

  • ໃບ ແລະ ກ້ານ: ອອກລິດຕໍ່ຕັບ ແລະ ມ້າມ, ເປັນຢາດັບພິດຮ້ອນຖອນພິດໄຂ້, ແກ້ອາການຮ້ອນໃນ, ເຮັດໃຫ້ເລືອດເຢັນ, ຮັກສາອາການໄຂ້ຫວັດ, ໄອຫວັດ, ໄຂ້ສູງ (ໃບ ແລະ ກ້ານສົດປະມານ 15-25 ກຼາມ ນຳມາຕົ້ມດື່ມວັນລະສອງຄັ້ງ), ແກ້ອາການເດັກນ້ອຍເປັນໄຂ້ສູງ ແລະ ມີອາການຊັກ, ແກ້ອາການເຈັບຄໍ ແລະ ໄອ (ກ້ານ ແລະ ໃບສົດ 30-60 ກຼາມນຳມາຕົ້ມກິນ ຫຼື ໃຊ້ອົມ, ແກ້ເຈັບຄໍ, ຄໍອັກເສບ ແລະ ຄໍຕີບ (ນຳມາຕຳໃຫ້ແຫລກ ແລະ ນຳມາແຊ່ກັບນ້ຳສະອາດ ປະໄວ້ 4-6 ຊົ່ວໂມງ, ຕອງເອົານ້ຳມາປະສົມກັບນ້ຳຕານຫນ້ອຍໜື່ງດື່ມວັນລະ 4 ຄັ້ງ),  ເດັກນ້ອຍທີ່ມີອາຍຸ 1 ປີຂຶ້ນໄປຖ້າເປັນພະຍາດຄໍຕີບໃຊ້ 250 ກຼາມຕໍາປະສົມກັບນ້ຳຄັ້ນເອົານ້ຳມາແບ່ງກິນໃຫ້ໝົດພາຍໃນ 1 ວັນ, ແກ້ອາການໄອ, ຮາກເປັນເລືອດ ຫຼື ກະອັກເລືອດ (ສົດ 60-90 ກຼາມນຳມາຕໍາ ຫຼື ຄັ້ນເອົານ້ຳນຳມາຕົ້ມໃສ່ນ້ຳຕານຫນ້ອຍຫນື່ງກິນເປັນຢາ), ຮັກສາປາກເປັນບາດແຜ, ກະເພາະເປັນບາດແຜ (ຄັ້ນເອົານ້ຳ 1 ຈອກນຳມາຕົ້ມໃຫ້ເຫຼືອເຄິ່ງຈອກ), ຮັກສາແພຈຸລັງຕາອັກເສບ, ແກ້ທ້ອງບິດ, ຖ່າຍເປັນເລືອດ (30 ກຼາມຕົ້ມກັບນ້ຳກິນ), ແກ້ທອງບິດອາມິບາ ຫຼື ທ້ອງບິດຕິດເຊື້ອ (50-100 ກຼາມຕົ້ມກິນ), ແກ້ປະຈຳເດືອນມາຫຼາຍຂອງແມ່ຍິງ, ຮັກສາຕັບອັກເສບ, ຮັກສາພິດຈາກງູ ແລະ ແມງໄມ້ກັດ (ຕຳພອກ), ຮັກສາພະຍາດຜິວໜັງ, ຜື່ນຄັນ, ຝີໜອງ, ອີສຸກອີໃສ, ຮັກສາແຜໄຟໄໝ້, ນ້ຳຮ້ອນລວກ, ຮັກສາແຜມີໜອງ, ແຜອັກເສບຊ້ຳເຮື້ອ (ນຳມາອົບກັບຊິ້ນງົວກິນ ຫຼື ຕຳພອກ), ແກ້ບວມ, ຮັກສາຝີ, ມະເຮັງປາກມົດລູກ, ມະເຮັງປອດ ແລະ ກະເພາະອາຫານ.
  • ໝາກ: ໃຊ້ທາແກ້ພະຍາດຜິວໜັງໄດ້.
  • ທັງຕົ້ນ: ນຳມາຕົ້ມດື່ມແກ້ອາການເຈັບຫຼັງ ແລະ ເຈັບແອວ.

 ພືດປະດັບ: ນິຍົມນຳມາເປັນພືດປະດັບເນື່ອງຈາກ, ໃບ, ດອກ ແລະ ໝາກມີຄວາມສວຍງາມດີ.

ຂໍ້ຄວນລະວັງ:

  • ສໍາລັບຜູ້ທີ່ມີຮ່າງການອ່ອນເພຍ, ຮ່າງກາຍຂາດສານອາຫານ ແລະ ແມ່ຍິງຖືພາຫ້າມຮັບປະທານ.
  • ໝາກສຸກ: ມີພິດຫ້າມຮັບປະທານ.
Contribute