ສົ່ງເສີມປູກກາເຟ ຢຸດການລົບກວນອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຢູ່ເມືອງຊ່ອນ

ສົ່ງເສີມປູກກາເຟ ຢຸດການລົບກວນອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຢູ່ເມືອງຊ່ອນ

ການສົ່ງເສີມປູກກາເຟ ເພື່ອບໍ່ໃຫ້ປະຊາຊົນລົບກວນອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ຢູ່ເມືອງຊ່ອນ ພວມສົ່ງຜົນທີ່ເປັນຮູບປະທໍາ
https://lnr.org.la/%e0%ba%81%e0%ba%b2%e0%ba%99%e0%ba%aa%e0%ba%bb%e0%bb%88%e0%ba%87%e0%bb%80%e0%ba%aa%e0%ba%b5%e0%ba%a1%e0%ba%9b%e0%ba%b9%e0%ba%81%e0%ba%81%e0%ba%b2%e0%bb%80%e0%ba%9f-%e0%bb%80%e0%ba%9e%e0%ba%b7%e0%bb%88/
Lao National Radio

ປະຊາຊົນ 80 ຄອບຄົວ ພາຍໃນ 5 ບ້ານຂອງເມືອງຊ່ອນ, ແຂວງຫົວພັນ ຄື: ບ້ານລ່ອງງົວປ່າ, ນໍ້າເນີນ, ບວມຟາດ, ຫ້ວຍຕຶນ ແລະ ບ້ານໂພນຊອງ ທີ່ເຂົ້າຮ່ວມໂຄງການທົດລອງປູກກາເຟ ຊຶ່ງເປັນກິດຈະກໍາໜຶ່ງທີ່ອົງການອະນຸ ລັກສັດປ່າ ຫລື WCS ສົ່ງເສີມປູກ ເພື່ອບໍ່ໃຫ້ປະຊາຊົນເຂົ້າໄປລົບກວນອຸທິຍານແຫ່ງຊາດນໍ້າແອດ-ພູເລີຍ ເປັນຕົ້ນ: ລັກລອບລ່າສັດປ່າ, ລັກລອບຕັດໄມ້ ແລະ ອື່ນໆ ເລີ່ມຈໍາຫນ່າຍຜົນຜະລິດແດ່ແລ້ວ ເຊີ່ງປະກອບສ່ວນສໍາຄັນເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ.

ທ່ານ ມົວ ຜູ້ປະສານງານກິດຈະກໍາສົ່ງເສີມຊີວິດການເປັນຢູ່ຂອງ WCS ທີ່ເຮັດວຽກປະຈໍາຢູ່ສວນອຸທິຍານແຫ່ງ ຊາດນໍ້າແອດ-ພູເລີຍ ໃຫ້ສໍາພາດວ່າ: ການຊຸກຍູ້ສົ່ງເສີມປະຊາຊົນ 5 ບ້ານດັ່ງກ່າວ ປູກກາເຟເປັນສິນຄ້າ ເລີ່ມຕົ້ນມາແຕ່ປີ 2015 ໂດຍໄດ້ຮັບທຶນສະໜັບສະໜູນຈໍານວນໜຶ່ງຈາກປະເທດອັງກິດ ຊຶ່ງທາງໂຄງການໄດ້ປຶກສາຫາລືກັບອົງການປົກຄອງບ້ານກ່ຽວຂ້ອງ ແລ້ວໃຫ້ຕາງໜ້າອົງ ການປົກຄອງບ້ານ ແລະ ບາງຄອບຄົວທີ່ສະໝັກໃຈປູກເປັນຕົວ ຢ່າງ ໂດຍປູກໃສ່ເນື້ອທີ່ລວມຂອງບ້ານທີ່ບ້ານ ແລະ ໂຄງ ການໄດ້ຕົກລົງຮ່ວມກັນຮຽບຮ້ອຍແລ້ວ ໃນນີ້ WCS ເປັນຜູ້ສະໜອງແນວພັນໃຫ້ຊຶ່ງເປັນກາເຟອາລາປີກ້າ, ລວມເຖີງຈັດເຝິກອົບຮົມເຕັກນິກໃນການປູກໃຫ້ນັບແຕ່ຂັ້ນຕອນກຽມດິນ, ກ້າແກ່ນ, ການປູກ, ການເກັບກາເຟ ແລະ ອື່ນໆ. ນອກຈາກນີ້ ໄດ້ເຮັດສັນຍາກັບບໍລິສັດ ແຊຟຣອນ ເພື່ອເກັບຊື້ຜົນຜະລິດຂອງປະຊາຊົນທັງໝົດຕາມລາຄາທີ່ຕົກ ລົງກັນ. ສ່ວນປະຊາຊົນເປັນພຽງແຮງງານເທົ່ານັ້ນ ແລະ ບໍ່ມີການໃຊ້ແທນຄືນແຕ່ຢ່າງໃດຖ້າຫາກການປູກບໍ່ໄດ້ຮັບຜົນ ຫລື ຖືກໄພທໍາມະຊາດທໍາລາຍ ແຕ່ຕ້ອງໄດ້ເສຍຄ່ານໍາໃຊ້ທີ່ດິນລວມຂອງບ້ານຈໍານວນໜຶ່ງເມື່ອຜົນຜະ ລິດໄດ້ຮັບການຈໍາໜ່າຍນັບແຕ່ປີທີ 4 ຫລື ປິທີ 5 ເປັນຕົ້ນໄປ ເພື່ອເປັນທຶນລວມຂອງບ້ານ ເນື່ອງຈາກການປູກກາເຟຕ້ອງໃຊ້ເວລາຢ່າງໜ້ອຍ 4 ຫາ 5 ປີ ຈິ່ງໄດ້ເກັບກ່ຽວຜົນຜະລິດ.

ຜູ້ປະສານງານກິດຈະກໍາສົ່ງເສີມຊີວິດການເປັນຢູ່ຂອງ WCS ໃຫ້ຮູ້ຕື່ມວ່າ: ກາເຟທີ່ປູກຢູ່ 5 ບ້ານພາຍໃນເມືອງຊ່ອນ ແມ່ນກາເຟອິນຊີທີ່ຫ້າມນໍາໃຊ້ສານເຄມີທຸກຊະນິດຢ່າງເດັດຂາດ ຈິ່ງເຮັດໃຫ້ກາເຟມີຄຸນນະພາບດີ, ຂະນະທີ່ການປູກບໍ່ສົ່ງຜົນກະທົບຕໍ່ສິ່ງແວດລ້ອມ ຍ້ອນບໍ່ໄດ້ຕັດຕົ້ນໄມ້ອອກຈາກພື້ນທີ່ປູກ ເນື່ອງຈາກເປັນການປູກສະຫລັບວ່າງຕົ້ນໄມ້ໃຫຍ່ທີ່ມີຄວາມຮົ່ມ 60-80% ເພື່ອໃຫ້ຕົ້ນໄມ້ປົກບັງບໍ່ໃຫ້ມີນໍ້າກ້າມຕິດຕົ້ນກາເຟໃນໄລຍະອາ ກາດໜາວເກີນໄປ. ປັດຈຸບັນນີ້ 80 ຄອບຄົວດັ່ງກ່າວສາມາດປູກກາເຟລວມເນື້ອທີ່ໄດ້ທັງໝົດ 43 ເຮັກຕາ. ໃນນີ້ ມີ 6 ຄອບຄົວທີ່ໄດ້ເລີ່ມຈໍາໜ່າຍກາເຟແລ້ວ ເຊີ່ງບາງຄອບຄົວສາມາດຈໍາໜ່າຍໄດ້ເຖີງ 400-500 ກິໂລ ໂດຍອີງຕາມເນື້ອທີ່ທີ່ປູກ. ສ່ວນແຜນການໃນຕໍ່ໜ້າ ທາງໂຄງການຈະຊຸກຍູ້ສົ່ງເສີມປະຊາຊົນປູກໃຫ້ຫລາຍຂຶ້ນກວ່າເກົ່າ, ພ້ອມນີ້ ຈະສ້າງໂຮງງານປອກເປືອກ ແລະ ອີ້ວກາເຟຢູ່ໃກ້ຂອບເຂດເນື້ອທີ່ປູກກາເຟຂອງປະຊາຊົນພາຍໃນໄວໆ ນີ້ ເພື່ອສ້າງຄວາມສະດວກສະບາຍໃຫ້ປະຊາຊົນຫລາຍຂຶ້ນ ແລະ ບໍ່ໃຫ້ປະຊາຊົນຕ້ອງເປັນຫວ່ງເລືອກຕະຫລາດຈໍາໜ່າຍ ເພາະບໍລິສັດແຊຟຣອນ ເກັບຊື້ຜົນຜະລິດທັງໝົດຕາມທີ່ສັນຍາກັນໄວ.

 

source

Contribute