ເລັບເງືອກ / Milkbush
APA 6th ed. ເລັບເງືອກ / Milkbush. (2021, February 16). Retrieved from https://www.phakhaolao.la/kb/0001050
MLA 8th ed. ເລັບເງືອກ / Milkbush. Pha Khao Lao, 16 February 2021, https://www.phakhaolao.la/kb/0001050.
Chicago 17th ed. Pha Khao Lao. 2021. "ເລັບເງືອກ / Milkbush." Published February 16, 2021. https://www.phakhaolao.la/kb/0001050.
Euphorbia arborescens Roxb.
Euphorbia mayuranathanii Croizat
Tithymalus antiquorus (L.) Moench
ຊື່ສາມັນ: Sudu, Antique Spurge, Malayan Spurge Tree, Square cactus, Indian Spurge Tree, Fleshy spurge, Square milk hedge, Square Spurge ແລະ Triangular Spurge.
ຈີນ: 霍艳乐, 霸王鞭, 金鋼杵, 火殃簕 ແລະ 王边姨妈.
ຈັດເປັນໄມ້ຢືນຕົ້ນຂະໜາດນ້ອຍ, ຄ້າຍຕົ້ນກະບອງເພັດ. ລຳຕົ້ນສູງ 3-6 ມ, ແຕກກິ່ງຈຳນວນຫຼາຍ, ຮູບສາມຫຼ່ຽມ ແລະ ສີ່ຫຼ່ຽມ, ອວບນ້ຳ, ຜິວລຽບ, ຕາມຂອບສັນ ຫຼື ຫຼ່ຽມມີລັກສະນະເປັນແສກ ແລະ ມີໜາມເປັນຄູ່ໆ, ທຸກສ່ວນຂອງລຳຕົ້ນມີຢາງສີຂາວຂຸ້ນ. ໃບດ່ຽວ, ອອກຮຽງສະຫຼັບ, ມີຂະໜາດນ້ອຍຫຼາຍ, ອວບນ້ຳ ແລະ ຫຼົ່ນໄດ້ງ່າຍ. ຊໍ່ດອກມີລັກສະນະສັ້ນ, ອອກຕາມສັນຂອງລຳຕົ້ນ ຫຼື ກິ່ງກ້ານ. ດອກແຍກເພດໃນຕົ້ນດຽວກັນ. ໃບປະດັບດອກສີງ 5 ໃບ, ສີເຫຼືອງ. ບໍ່ມີກີບດອກ. ຊໍ່ດອກໜຶ່ງຈະມີດອກເພດແມ່ 1 ດອກ ແລະ ດອກເພດຜູ້ຈຳນວນຫຼາຍ. ໝາກແຫ້ງ, ຮູບ 3 ຫຼ່ຽມ, ສີແດງ ຫຼື ສີນ້ຳຕານເຂັ້ມ, ໝາກແຫ້ງແລ້ວແຕກ.
ສັບພະຄຸນ:
- ຮາກ ແລະ ຕົ້ນ: ແກ້ຫອບຫືດ.
- ຕົ້ນ ແລະ ໃບ: ໃຊ້ແກ້ກະເພາະອັກເສບແບບສຽບພັນ (ນຳຕົ້ນສົດ ຫຼື ໃບ 30-70 ກຼາມນຳມາຊັບ ຫຼື ຕຳຄັ້ນເອົານ້ຳ, ຈາກນັ້ນນຳເຂົ້າສານ 15 ກຼາມມາມ່າປະໄວ້ຈົນອອກສີເຫຼືອງ ແລ້ວນຳມາຕົ້ມກິນ.
- ກ້ານ, ໃບ ແລະ ຢາງ: ແກ້ອາການທ້ອງອືດ, ທ້ອງເຟີ້, ຖອກທ້ອງ, ໃຊ້ເປັນຢາຖ່າຍ, ຢາຂັບພິດ, ຮັກສາຜື່ນຄັນ, ຝີໜອງ, ຊ່ວຍຖອນພິດໜອງ, ແກ້ອາການເຈັບບວມ, ໃຊ້ເປັນຢາຂັບພິດ, ແລະ ຫຼຸດອາການແສບຮ້ອນ.
- ແກ່ນຕົ້ນ: ເປັນຢາບຳລຸງຫົວໃຈ, ແກ້ລົມ, ແກ້ໄຂ້, ແກ້ພິດເສມຫະ, ຊ່ວຍບຳລຸງຕັບ ແລະ ປອດ.
- ຢາງ: ໃຊ້ເຮັດເປັນຢາແກ້ທ້ອງໃຫຍ່, ແກ້ບວມນ້ຳ, ນຳມາໜຶ້ງໃຫ້ສຸກ ແລະ ຕາກໃຫ້ແຫ້ງກິນເປັນຢາຖ່າຍຢ່າງແຮງ, ແກ້ເຈັບທ້ອງ, ຖ່າຍຍາກ, ແກ້ຝີທີທະວານໜັກ, ຮັກສາອາການຮູທະວານໜັກອັກເສບແບບຊ້ຳເຮື້ອ, ແກ້ອາການມີໜອງຈົນເກີດການຕິດເຊື້ອ, ຊ່ວຍຂັບປັດສະວະ, ຊ່ວຍຂັບຖ່າຍຫົວລິດຊີດວງ, ຮັກສາພະຍາດຕັບແຂງ, ເປັນຢາທາພາຍນອກຮັກສາພະຍາດຜິວໜັງ, ແກ້ຜື່ນຄັນ, ແກ້ກາກເກືອນ, ໃຊ້ເປັນຢາກັດຂີ້ກະຕອດ, ແກ້ອາການເຈັບຫຼັງ ແລະ ແກ້ອຳມະພາດ.
- ບໍ່ລະບຸສ່ວນທີ່ໃຊ້: ຊ່ວຍບຳລຸງທາດໄຟ, ແກ້ອາການຈ່ອຍເຫຼືອງ, ແກ້ອາການທ້ອງຜູກ, ອາຫານບໍ່ຍ່ອຍ, ຖ່າຍຍາກ, ຂັບຖ່າຍລິດຊີດວງໃນລຳໄສ້ ແລະ ຊ່ວຍຂັບເລືອດເສຍ.
ຂໍ້ຄວນລະວັງ:
- ນ້ຳຢາງສີຂາວມີພິດ: ຖ້າເຂົ້າຕາຈະເຮັດໃຫ້ຕາອັກເສບ, ຕາບອດຊົ່ວຄາວ ຫຼື ຕາບອດຖາວອນໄດ້. ຖ້າຖືກຜິວໜັງຈະກັດຜິວ, ເຮັດໃຫ້ຜິວໜັງອັກເສບ, ມີອາການແສບຄັນ, ແດງໄໜ້, ເປື່ອຍ ແລະ ເປັນຕຸ່ມນ້ຳໃສ. ໃນຢາງພົບສານ 3-O-angeloylingenol ເຊິ່ງເປັນສານກໍມະເຮັງ.
- ຜູ້ຍິງຖືພາ ແລະ ເດັກນ້ອຍອາຍຸຕ່ຳກ່ວາ 9 ປີຫ້າມໃຊ້ສະໝູນໄພຊະນິດນີ້.
- ວິທີກຳຈັດພິດ: ໃຊ້ຢາແຫ້ງປະສົມກັບເຂົ້າຂົ້ວຈົນເປັນສີເຫຼືອງຈຶ່ງສາມາດນຳໄປໃຊ້ໄດ້.
ໃຊ້ເປັນໄມ້ປະດັບ: ນິຍົມນຳມາປູກເປັນຮົ້ວ, ປ້ອງກັນຄົນ, ສັດ ແລະ ຊ່ວຍເປັນໄມ້ປະດັບ.
ພະລັງງານ: ນ້ຳຢາງສີຂາວສາມາດນຳໄປສະກັດເປັນນ້ຳມັນເຊື້ອໄຟໄດ້ດີໃນເຄື່ອງມີທາງການກະເສດ.
ສານເຄມີທີ່ພົບ:
- ພົບສານເຄມີຈຳພວກ Friedalan-3 a-0l, Taraxerol, C30H50O, Taraxerone, C30H48O, Euphorbium ແລະ Euphorbol.
- ສານພິດທີ່ພົບແມ່ນຈຳພວກ deoxyphorbol ເຊັ່ນ: euphorbin ມີ tetracyclic diterpene.